ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍໃຫ້ພະນັກງານບໍລິສັດສະຕາໂທລະຄົມ


ພົນເອກ ຈັນສະໝອນ ຈັນຍາລາດ ປະດັບຫຼຽນໄຊໃຫ້ພະນັກງານບໍລິສັດສະຕາໂທລະຄົມ

     ວັນທີ 21 ມິຖຸນາ 2019 ນີ້, ບໍລິສັດສະຕາໂທລະຄົມ ໄດ້ຈັດພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍໃຫ້ພະນັກງານທີ່ມີຜົນງານດີເດັ່ນປະກອບສ່ວນເຫື່ອ
ແຮງ, ສະຕິປັນຍາເຂົ້າໃນວຽກງານດໍາເນີນທຸລະກິດ ແລະ ພັດທະນາບໍລິສັດສະຕາໂທລະຄົມໃນຕະຫຼອດໄລຍະ 10 ປີຜ່ານມາ, ຢູ່ທີ່ສູນຢູນິເທວ, ນະຄອນຫຼວງວຽງຈັນ,
ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ
ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມຄະນະນໍາກະຊວງປ້ອງກັນປະເທດ, ມີສະຫາຍ ລິວແມັງຮ່າ ຜູ້ອໍານວຍການໃຫຍ່ບໍລິສັດສະຕາໂທລະຄົມ,
ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຮອງຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ ທັງເປັນຜູ້ຮັບຜິດຊອບວຽກງານແຂ່ງຂັນ-ຍ້ອງຍໍ, ບັນດາຫົວໜ້າ-ຮອງ
ຫົວໜ້າ, ພະແນກການ, ສູນ, ຄະນະອໍານວຍການສາຂາ, ພະນັກງານວິຊາການ ທັງສໍານັກງານໃຫຍ່ ແລະ 17 ສາຂາ ບັນດາແຂວງເຂົ້າຮ່ວມ.

     ສະຫາຍ ພັນເອກ ວັນລະວົງ ນັນທະວົງ ຂຶ້ນຜ່ານລັດຖະດໍາລັດ ແລະ ຂໍ້ຕົກລົງການປະດັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍໃຫ້ພະນັກງານບໍລິສັດສະຕາໂທລະຄົມ,
ໂດຍໄດ້ຮັບຫຼຽນໄຊອິດສະຫຼະ ຊັ້ນ III ຈໍານວນ 3 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ II ຈໍານວນ 9 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 14 ສະຫາຍ, ຫຼຽນໄຊພິ
ລະອາດຫານ ຊັ້ນ II ຈໍານວນ 5 ສະຫາຍ, ຫຼຽນກາແຮງງານ ຈໍານວນ 13 ສະຫາຍ, ໃບຍ້ອງຍໍລັດຖະບານ ຈໍານວນ 11 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ ຈໍາ
ນວນ 8 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ ຈໍານວນ 3 ສະຫາຍ. ໃນຕະຫຼອດໄລຍະທີ່ຜ່ານມາບໍລິສັດສະຕາໂທລະຄົມຍາມໃດກໍໄດ້ປະກອບສ່ວນເຂົ້າ
ໃນຂະບວນການສ້າງຜົນງານ, ທຸ້ມເທ ເຫື່ອແຮງ, ສະຕິປັນຍາ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທ້າຍຫຼາຍປະການກ່ອນຈະກ້າວມາສູ່ຜົນສໍາເລັດຄືດັ່ງທຸກວັນນີ້, ເຊິ່ງພະ
ນັກງານທີ່ໄດ້ຮັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍນີ້, ລ້ວນແຕ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຕະຫຼອດ
ໄລຍະ 5 ປີຜ່ານມາ ຜົນງານດັ່ງກ່າວມັນໄດ້ເປັນການປະກອບສ່ວນອັນສໍາ ຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ກ່າວໂອ້ລົມຕໍ່ພະນັກງານບໍລິສັດສະຕາໂທລະຄົມ, ໂດຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ, ຜົນສໍາເລັດ
ຕ່າງໆທີ່ຍາດມາໄດ້, ດັ່ງນັ້ນ ພັກ-ລັດ ຈຶ່ງໄດ້ມອບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍໃຫ້, ໃນຕໍ່ໜ້າຂໍໃຫ້ເສີມຂະຫຍາຍຜົນງານທີ່ສ້າງໄດ້ນີ້ໃຫ້ໂດດເດັ່ນຕໍ່ໄປເພື່ອປະກອບ
ສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ, ເຮັດວຽກຕ້ອງຢູ່ພາຍໃຕ້
ຄະນະພັກ, ຄະນະອໍານວຍການ, ແຕ່ຄຽງຄູ່ກັນນັ້ນຕ້ອງມີຄວາມຮັບຜິດຊອບ, ມີສະຕິໃນການປະຕິບັດໜ້າທີ່ວຽກງານໃຫ້ຕິດພັນກັບ 2 ໜ້າທີ່ຍຸດທະສາດ ຄືປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ, ພ້ອມກັນນັ້ນຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນທີ່ ພັກ-ລັດ ກໍຄືກອງທັບໄດ້ມອບໝາຍໃຫ້, ການປະຕິບັດໜ້າ
ທີ່ວຽກງານເຖິງຈະມີສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍປານໃດກໍຕາມ, ພະນັກງານທຸກຄົນພ້ອມກັນບຸກບືນ ແລະ ຜ່ານຜ່າໄປໃຫ້ໄດ້, ໂດຍສະເພາະແມ່ນຕ້ອງມີສະຕິສູງ
ຕໍ່ບັນຫາສື່ສັງຄົມອອນລາຍໃນສັງຄົມປັດຈຸບັນ, ມີທັງຂ່າວຈິງ, ຂ່າວບໍ່ຈິງ, ການບິດເບືອນໃສ່ຮ້າຍປ້າຍສີເຊິ່ງກັນ ແລະ ກັນ, ສະນັ້ນເຮົາຕ້ອງຊອກຫາວິທີແກ້ໄຂ, ຕ້ານສະ
ກັດກັ້ນບໍ່ໃຫ້ເກີດມີບັນຫາບານປາຍ. ພ້ອມດຽວກັນນີ້, ສະຫາຍ ລິວແມັງຮ່າ ກໍໄດ້ສະແດງຄວາມຮູ້ສຶກພາກພູມໃຈຕໍ່ພັກ-ລັດ ກໍຄືສະຫາຍລັດຖະມົນຕີກະຊວງປ້ອງກັນປະ
ເທດ ທີ່ໃຫ້ກຽດມາຮ່ວມພິທີໃນມື້ນີ້, ເພື່ອເປັນກໍາລັງໃຈໃຫ້ບໍລິສັດສະຕາໂທລະຄົມບຸກບືນກ້າວໄປໃນຕໍ່ໜ້າ ແລະ ຈະຮັບເອົາທິດຊີ້ນໍາຂອງລັດຖະມົນຕີເຂົ້າໄປໝູນໃຊ້ໃນ
ໜ້າທີ່ວຽກງານໃຫ້ເກີດດອກອອກຜົນ.