ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພົບປະໂອ້ລົມພະນັກງານກໍ່ສ້າງຮາກຖານການເມືອງ


ພົນໂທ ສຸວອນ ເລືອງບຸນມີ ພົບປະໂອ້ລົມພະນັກງານກໍ່ສ້າງຮາກຖານການເມືອງ ຢູ່ຈຸດສຸມພັດທະນາກຸ່ມບ້ານຄັງວຽງ, ເມືອງໝອກແຂວງຊຽງຂວາງ

     ໃນວັນທີ 19 ມິຖຸນາ 2019 ນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິ
ການກອງທັບ ໄດ້ພົບປະໂອ້ລົມພະນັກງານກໍ່ ສ້າງຮາກຖານການເມືອງຢູ່ຈຸດສຸມພັດທະນາກຸ່ມບ້ານ ຄັງວຽງ, ເມືອງໝອກ ແຂວງຊຽງຂວາງ, ເຊິ່ງມີສະຫາຍ ພົນຈັດຕະວາ
ບົວໄລ ພົມມະວົງ ຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ຕະຫຼອດພະນັກງານ, ນັກຮົບ ແລະ ນາຍບ້ານຄັງວຽງເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພັນຕີ ເກດສັກດາ ສີປະເສີດ ຫົວໜ້າກອງປະຕິບັດງານ 210 ກໍໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍ
ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ, ເຊິ່ງຍົກໃຫ້ເຫັນທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຊີ້ນຳ-ນຳພາເຮັດໃຫ້ສະພາບມີຄວາມສະ
ຫງົບຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເປັນຕົ້ນພະນັກງານ-ນັກຮົບພາຍໃນກົມກອງມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ ມີຄວາມຈົ່ງ
ຮັກພັກດີຕໍ່ອຸດົມການ, ມີການພົວ ພັນປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນພາຍໃນບ້ານ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບສຸກໂດຍພື້ນຖານ, ພໍ່ແມ່ປະຊາ
ຊົນມີການດຳລົງຊີວິດ ແລະ ຊອກຢູ່ຫາກິນຢ່າງເປັນປົກກະຕິດີ, ພະນັກງານ-ນັກຮົບມີນໍ້າໃຈມານະອົດທົນ, ມີຄວາມຫ້າວຫັນຕໍ່ໜ້າທີ່ການເມືອງຂອງກົມກອງວາງອອກ,
ມີຄວາມສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ເຊິ່ງສະແດງອອກໃນໄລຍະຜ່ານມາພະນັກງານ-ນັກຮົບໄດ້ມີການພົວພັນປະສານສົມທົບກັບອຳນາດການປົກຄອງບ້ານ,
ເມືອງ ເພື່ອເຄື່ອນໄຫວຈັດຕັ້ງປະຕິບັດຕາມແຜນການ, ໃນການເກັບກຳສະພາບ ຂອງກຸ່ມຄົນບໍ່ຫວັງດີທີ່ຈະເຂົ້າມາເຄື່ອນໄຫວສ້າງຄວາມບໍ່ສະຫງົບຢູ່ພາຍໃນບ້ານ ແລະ
ມີການສ່ອງແສງລາຍງານໃນແຕ່ລະເດືອນ ເພື່ອຊອກໃຫ້ເຫັນດ້ານຕ່າງໆຂອງສະພາບພໍ່ແມ່ປະຊາຊົນ ກໍຄືສະພາບຂອງກຸ່ມຄົນບໍ່ຫວັງດີຈະສວຍໂອກາດເຂົ້າມາເຄື່ອນໄຫວ
ກໍ່ຄວາມບໍ່ສະຫງົບພາຍໃນບ້ານ, ນອກນັ້ນ ພະນັກງານຍັງໄດ້ເອົາໃຈໃສ່ຊ່ວຍເຫຼືອຄອບຄົວປະຊາຊົນທີ່ທຸກຍາກໄດ້ຈຳນວນ 5 ຄອບຄົວ, ພ້ອມຍັງໄດ້ປະສານສົມທົບກັບ
ກອງບັນຊາການທະຫານເມືອງໃນການສ້າງບ້ານປ້ອງກັນຊາດ, ສ້າງຄອບຄົວເຂັ້ມແຂງນຳອີກ.

     ໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານກໍ່ ສ້າງຮາກຖານຕະຫຼອດຮອດຄະນະພັກບ້ານ, ນາຍບ້ານ ຈົ່ງສືບ
ຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໂດຍສະເພາະແມ່ນການປະຕິບັດຕາມກົດລະບຽບຂອງບ້ານ, ຂອງເມືອງ, ແຂວງ, ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນ ໃຫ້
ມີຄວາມສາມັກຄີກັນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດ ແລະ ການພັດທະນາເສດຖະກິດ-ສັງຄົມໃຫ້ນັບມື້ມີການພັດ
ທະນາດີຂຶ້ນ. ສືບຕໍ່ເອົາໃຈໃສ່ໃກ້ສິດຕິດແທດກັບອຳນາດການປົກຄອງທ້ອງຖິ່ນພາຍໃນບ້ານ, ເມືອງ ຢ່າງເລິກເຊິ່ງເຖິງຖອງ ແລະ ສ້າງໃຫ້ໄດ້ພະນັກງານ-ສະມາຊິກພັກຜູ້
ທີ່ເດັ່ນ, ຜູ້ທີ່ຫ້າວຫັນ, ໃນການຕັ້ງໜ້າເຝີກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະງານຮຸ່ນສືບທອດປ່ຽນແທນ, ທີີ່ມີຄຸນນະພາບ ແລະ ກາຍເປັນພະນັກງານຂັ້ນບັນຊາ, ນຳພາ
ໃນອານາຄົດ.