ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດທີ II ຢູ່ເຂດ 4


ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ,ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ໃນວັນທີ 22 ມິຖຸນາ 2020 ນີ້, ກອງພົນທີ 1 ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດທີ II ຢູ່ເຂດ 4 ເຊິ່ງເປັນກຽດ
ເຂົ້າຮ່ວມຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີຄະ
ນະພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງວຽງຈັນ, ໄຊສົມບູນ, ວິທະຍາຄານກົມມະດຳ, ວິທະຍາຄານພະລາທິການກອງທັບ, ກອງພັນໃຫຍ່ 497, ກອງ
ໃຫຍ່ 941 ແລະ ກອງພົນທີ 1 ເຂົ້າຮ່ວມ.

     ໃນກອງປະຊຸມຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນສ່ອງແສງລາຍງານແລກປ່ຽນສະພາບວຽກງານຮອບດ້ານ, ຜ່ານການເຄື່ອນໄຫວຈັດຕັ້ງ
ປະຕິບັດໜ້າທີ່ວຽກງານປະຈຳໄຕມາດ ຕະຫຼອດໄລຍະ 3 ເດືອນຜ່ານມາ, ເຊິ່ງຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ ແລະ ບາງບັນຫາທີ່ຍັງຄົງຄ້າງເປັນຕົ້ນ ວຽກງານການເມືອງ-ນຳ
ພາແນວຄິດ, ວຽກງານພັກ-ພະນັກງານ, ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານເຮັດໃຫ້ສະພາບມີຄວາມສະຫງົບຕາມ 4 ເນື້ອໃນ 4 ຄາດໝາຍ,ໄປສົມ ຄູ່ກັບ
ການກຽມພ້ອມສູ້ຮົບລະບົບ ປະຈຳການ, ວຽກງານເຝິກແອບຮໍ່າຮຽນທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມເຂັ້ມແຂງພ້ອມນັ້ນ, ກໍຕ້ອງໄດ້ເອົາໃຈໃສ່ປະຕິບັດນໍ້າ
ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ວຽກ
ງານປົກປັກຮັກສາການຄຸ້ມຄອງ ແລະ ກວດກາຄຸນນະພາບພາຫະນະເຕັກນິກ, ອາວຸດກະສູນທີ່ຂັ້ນເທິງປະກອບໃຫ້, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຂະບວນ
ການແຂ່ງຂັນຮັກຊາດ ແລະ ພັດທະນາ, ໄປຄ່ຽງຄູ່ກັບການນຳເອົາເນື້ອໃນມະຕິຄຳສັ່ງແນະນຳຕ່າງໆ ຂອງຂັ້ນເທິງມາຈັດຕັ້ງເຜີຍແຜ່ຢ່າງທົ່ວເຖິງ ແລະ ທັນກັບສະພາບການ
ເຮັດໃຫ້ພະນັກງານ-ນັກຮົບ ພາຍໃນກົມກອງມີແນວຄິດຫຼັກໜັ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ຂອງຕົນ, ມີຄວາມຫ້າວຫັນປະກອບສ່ວນເຂົ້າໃນການປັບ
ປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່, ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບໃຫ້ກວ້າງຂວາງ ແລະ ເຂັ້ມແຂງຮອບດ້ານ.

     ໂອກາດນີ້ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ແຕ່ລະກົມກອງຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງເນັ້ນ
ໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຍົກສູງຄວາມຮັບຜິດຊອບເປັນເຈົ້າຕົນເອງ, ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໄປຄຽງຄູ່ກັບການຈັດຕັ້ງຜັນຂະຫຍາຍ
ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ມະຕິຄັ້ງທີ IV ຂອງຄະນະພັກ ກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ສືບຕໍ່ປະຕິບັດຄຳສັ່ງຂອງ
ທ່ານນາຍົກລັດຖະມົນຕີ ວ່າດ້ວຍການຜ່ອນຜັນ ແລະ ມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19, ສ້າງແຜນ
ລົງປ້ອງກັນພະຍາດໃນຕົ້ນລະດູຝົນ, ເປັນຕົ້ນແມ່ນການແພ່ລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດຖອກທ້ອງໃຫ້ດີ, ຫຼີກເວັ້ນບໍ່ໃຫ້ມີພະຍາດດັ່ງກ່າວເກີດຂຶ້ນໃນ
ກົມກອງຂອງຕົນ, ແຕ່ລະກົມກອງ ຕ້ອງຕິດຕາມປິ່ນປົວສຸຂະພາບຂອງນາຍ ແລະ ພົນທະຫານເປັນປົກກະຕິ, ບໍ່ວ່າຈະເປັນກົມກອງທີ່ປະຕິບັດໜ້າທີ່ຢູ່ຂອບເຂດຊາຍແດນ,
ຫ່າງໄກຊອກຫຼີກ, ເຂດທຸລະກັນດານກໍ່ຕ້ອງຮັບປະກັນໃຫ້ມີສຸຂະພາບແຂງແຮງດີ.