ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປະກາດການຈັດຕັ້ງຢູ່ກອງພົນທີ 4


ພົນຕີ ປອ ທອງລອຍ ສີລິວົງ ເປັນປະທານພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນ, ຫົວໜ້າຫ້ອງແລະຮອງຫົວໜ້າຫ້ອງ ຢູ່ກອງພົນທີ 4

     ໃນວັນທີ 18 ກໍລະກົດ 2019 ນີ້, ກອງພົນທີ 4 ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າການເມືອງກອງພົນ, ຫົວໜ້າຫ້ອງ ແລະ ຮອງຫົວໜ້າຫ້ອງ ໂດຍການເປັນກຽດເຂົ້າ
ຮ່ວມເປັນປະທານຂອງສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ
ຄະນະພັກ-ຄະນະບັນຊາກອງພົນທີ 4, ກອງບັນຊາການທະຫານແຂວງສະຫວັນນະເຂດ, ກອງພັນໃຫຍ່ 644, ໂຮງງານປະສານເຫຼົ່າພາກກາງ, ໂຮງໝໍບໍລິເວນ 109, ສາງ
ນໍ້າມັນເລກ 9, ສາງອ 4, ອົງການ 5 ຫ້ອງ, ພະແນກການ, ແຂກຖືກເຊີນ, ກົມກອງອ້ອມຂ້າງຂຶ້ນກັບ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມ
ພຽງ.

     ສະຫາຍ ພັນເອກ ບຸນປັນ ຂຸນພູມີ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດເລກທີ 1708/ກປທ ວ່າ
ດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງພົນທີ 4 ພັກການ ເພື່ອກຽມຮັບເບ້ຍບໍານານ, ກະຊວງປ້ອງກັນປະເທດຕົກລົງອານຸຍາດໃຫ້ສະຫາຍ ພັນເອກ ຄໍາໄຂ ວິໄລເຄືອ
ຫົວໜ້າການເມືອງກອງພົນທີ 4 ພັກການ ເພື່ອກຽມຮັບເບ້ຍບຳນານ. ຈາກນັ້ນກໍໄດ້ຜ່ານດໍາລັດນາຍົກລັດຖະມົນຕີສະບັບເລກທີ 178/ນຍ ວ່າດ້ວຍການແຕ່ງຕັ້ງຫົວໜ້າ
ການເມືອງກອງພົນທີ 4 ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ເລກທີ 43/ສພຊ ດັ່ງນັ້ນນາຍົກລັດຖະມົນຕີ ອອກດໍາລັດມາດ
ຕາ1: ແຕ່ງຕັ້ງສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ເປັນຫົວໜ້າການເມືອງກອງພົນທີ 4 ປ່ຽນແທນສະຫາຍ ພັນເອກ ຄໍາໄຂ ວິໄລເຄືອ ທີ່ກຽມພັກຜ່ອນຮັບເບ້ຍບໍາ
ນານ ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 2505/ກປທ ວ່າດ້ວຍການແຕ່ງຕັ້ງຄະນະກອງພົນ ແລະ ຄະນະຫ້ອງ. ອີງຕາມກົດໝາຍນາຍທະຫານກອງ
ທັບປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະ
ຫາຍ ພັນໂທ ຈັນແດງ ຂຸນຍຸລາດ ເປັນຮອງຫົວໜ້າການເມືອງກອງພົນ ທັງເປັນຫົວໜ້າຫ້ອງການເມືອງກອງພົນທີ 4, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາໄພ ໄຊສົງຄາມ ເປັ
ຫົວໜ້າຫ້ອງການກອງພົນທີ 4 ແລະ ແຕ່ງສະຫາຍ ພັນໂທ ບຸນທັນ ວໍ ລະຈັກ ເປັນຮອງຫົວໜ້າຫ້ອງການກອງພົນທີ 4.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ປອ ທອງລອຍ ສີລິວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຕໍ່ຜົນ ງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງມາຍັງ
ບັນດາພະນັກງານຜູ້ທີ່ຖືກແຕ່ງຕັ້ງຈົ່ງພ້ອມກັນເຊື່ອມຊຶມກໍາແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ພັດທະນາກົມກອງໃຫ້ມີຄວາມກ້າວໜ້າໂດຍປະຕິ ບັດຕາມ 4
ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດວາງອອກ ຮັກສາຄວາມສາມັກຄີເປັນປຶກແຜ່ນ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ-ລັດ ຖືເອົາວຽກງານສຶກສາອົບຮົມ
ການເມືອງ, ນໍາພາແນວຄິດເປັນສຳຄັນສອດຫ້ອຍເຂົ້າທຸກຂົງເຂດໜ້າທີ່ວຽກງານລວມຂອງກົມກອງ ເພື່ອເຮັດໃຫ້ພະນັກງານ-ນັກຮົບມີຄຸນທາດການເມືອງໜັກແໜ້ນ, ສືບ
ຕໍ່ບຸກບືນເຝິກຜົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານນຳພາທີ່ມີຄວາມເຂັ້ມແຂງ ເປັນແບບຢ່າງຕໍ່ການຊີ້ນຳ-ນຳພາ, ໄປຄຽງຄູ່ກັນນັ້ນກໍຕ້ອງເຮັດວຽກງານເປັນໝູ່ຄະນະ
ບຸກຄົບຮັບຜິດຊອບບົນພື້ນຖານລວມສູນປະຊາທິປະໄຕ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງທັງ 4 ດ້ານ, ດ້ານການເມືອງ, ແນວຄິດ, ແບບແຜນວິທີເຮັດ
ວຽກ ແລະ ການນຳພາທີ່ຖືກຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງຕົນ, ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ແມ່ນເປັນຂີດໝາຍໜຶ່ງໃນການປັບປຸງບູລະນະກົງຈັກ
ການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ພ້ອມທັງໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນຈົ່ງສືບຕໍ່ນຳພາກົມກອງຂອງຕົນກ້າວຂຶ້ນບົນພື້ນຖານປະຕິບັດນໍ້າໃຈ
ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງມອບໝາຍໃຫ້ບົນພື້ນຖານສ້າງກອງ
ທັບປະຕິ ວັດມີແບບແຜນ ແລະ ທັນສະໄໝເປັນກ້າວໆ.