ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜ່ານ​ຂໍ້​ຕົກລົງ ​ແລະ ມອບໝາຍໜ້າທີ່​ໃຫ້​ຄະນະ​ຮັບຜິດຊອບຂຽນປຶ້ມປົກ​ຂາວ
ນະ​ໂຍບ​າຍ​ປ້ອງ​ກັນ​ຊາດຄັ້ງທີ V


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ​ເປັນ​ປະທານ

     ວັນທີ 22 ກໍລະກົດ 2020 ນີ້, ຢູ່ຫ້ອງປະຊຸມ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເພື່ອປະກາດຜ່ານຂໍ້ຕົກລົງ
ຂອງ ກະຊວງປ້ອງກັນປະເທດ ແລະ ມອບໝາຍໜ້າທີ່ໃຫ້ ຄະນະຮັບຜິດຊອບຂຽນປຶ້ມປົກຂາວນະໂຍບາຍປ້ອງກັນຊາດຄັ້ງທີ V ຂຶ້ນໂດຍການເປັນ ປະທານຂອງສະຫາຍ
ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີບັນດາສະຫາຍ ຮອງຫົວໜ້າກົມ, ບັນດາສະຫາຍຜູ້ຕາງໜ້າຈາກ 4 ກົມ
ໃຫຍ່, ຫ້ອງວ່າການກະຊວງ, ກົມພົວພັນ, ກົມ 213 ແລະ ວິທະຍາຄານເຂົ້າຮ່ວມ.

     ກອງປະຊຸມໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືຖອດຖອນບົດຮຽນຮ່ວມກັນ ໃນຄະນະ
ຮັບຜິດຊອບຂຽນປຶ້ມນະໂຍບາຍປ້ອງກັນຊາດ ຂອງ ສປປ ລາວ ໃຫ້ຖືກຕ້ອງຕາມຍຸດທະສາດຂອງຊາດ, ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໂດຍຖືເອົາ
ບົດຮຽນຂອງການຂຽນປຶ້ມນະໂຍບາຍປ້ອງກັນຊາດ ຄັ້ງທີ IV ຜ່ານມາ ໃນນັ້ນໄດ້ຖອດຖອນບົດຮຽນນຳບັນດາປະເທດ ເພື່ອນມິດຍຸດທະສາດໃນການຂຽນເພື່ອໃຫ້ການ
ຂຽນມີຄວາມຄົບຖ້ວນ ແລະ ອຸດົມສົມບຸນ ພື້ນຖານນະໂຍບາຍປ້ອງກັນຊາດລາວ ກໍມີ 5 ວຽກໃຫຍ່ມາເປັນເນື້ອໃນຕົ້ນຕໍໃນນັ້ນມີວຽກງານ ການເມືອງ-ແນວຄິດໄດ້
ກວມເອົາວຽກວັດທະນະທຳ-ສັງຄົມ, ວຽກງານເສນາທິການໄດ້ມີຫຼາຍວຽກກ່ຽວຂ້ອງ ໂດຍສະເພາະວຽກງານຊາຍແດນ, ວຽກງານປັບປຸງ ແລະ ກໍ່ສ້າງກຳລັງ, ວຽກງານ
ພະລາທິການແມ່ນວຽກສຳຄັນ ໃນການລ້ຽງດູທັບການປັບປຸງກົມກອງຄ້າຍຄູ, ວຽກເຕັກນິກ-ເຕັກໂນໂລຊີດ້ານການທະຫານ ແລະ ວຽກງານພົວພັນຕ່າງປະເທດຂອງ
ກອງທັບໃນແຕ່ລະໄລຍະ.

     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ເນັ້ນໜັກໃຫ້ຄະນະທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້, ຈົ່ງພ້ອມກັນນຳເອົາທິດຊີ້ນຳຂອງ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງ
ຜັນຂະຫຍາຍລາຍງານຄະນະພັກ-ຄະນະບັນຊາ, ກົມກອງຂອງຕົນ ເພື່ອເກັບກຳຂໍ້ມູນໃຫ້ລະອຽດແລ້ວສົ່ງມາຍັງຄະນະຮັບຜິດຊອບ ເພື່ອສັງລວມເຂົ້າໃນອັນດຽວ ແລ້ວ
ກະກຽມຜ່ານຄະນະຮັບຜິດຊອບຂັ້ນກະຊວງ ເພື່ອປັບປຸງເນື້ອໃນໃຫ້ລະອຽດ ແລະ ຈັດພິມໃຫ້ທັນກຳນົດເວລາຄາດວ່າທ້າຍ ປີ 2020 ໃຫ້ໄດ້ສຳເລັດແຈກຢາຍຢ່າງທົ່ວ
ເຖິງກັນທັງພາຍໃນ ແລະ ສາກົນໄດ້ຮັບຮູ້.