ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໂອ້ລົມນາຍທະຫານຂັ້ນກາງທີ່ໄດ້ຮັບການເລື່ອນຊັ້ນໃໝ່


ພົນໂທ ວິໄລ ຫຼ້າຄຳຟອງ ໂອ້ລົມນາຍທະຫານຂັ້ນກາງທີ່ໄດ້ຮັບການເລື່ອນຊັ້ນໃໝ່

     ກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະກາດເລື່ອນຊັ້ນຈາກພັນຕີຂຶ້ນພັນໂທ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ
ໃຫ້ນາຍທະຫານໃນກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນໃນຂອບເຂດທົ່ວປະເທດ ຈຳນວນ 146 ສະຫາຍ, ໃນວັນທີ 23 ສິງຫານີ້, ທີ່ສະໂມສອນກົມໃຫຍ່
ເສນາທິການກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ນະໂຍບາຍຂອງພັກ-ລັດ, ທີ່ໄດ້ກຳນົດໄວ້
ໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ ທ່ານໄດ້ກ່າວເນັ້ນຕື່ມວ່າ: ການໄດ້ຮັບການເລື່ອນຊັ້ນຖືວ່າເປັນກຽດອັນສູງສົ່ງຂອງບັນດາສະຫາຍ, ເປັນ
ການປະກອບສ່ວນຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວໃນໄລຍະໃໝ່, ທັງເປັນການມອບໝາຍໜ້າທີ່ອັນມີກຽດຂອງກະຊວງປ້ອງກັນ
ປະເທດ, ໃຫ້ແກ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃຫ້ສູງຂຶ້ນອີກກ້າວໜຶ່ງໃນການຄຸ້ມຄອງບໍລິຫານວຽກງານ ພ້ອມທັງຮຽກຮ້ອງໃຫ້ແຕ່ລະສະຫາຍ
ຈົ່ງຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດກ້າວສູ່ແບບແຜນທັນສະໄໝຂຶ້ນເລື້ອຍໆ ຕ້ອງເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່
ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ສູງເດັ່ນຂຶ້ນກວ່າເກົ່າ ແລະ ມີໝາກຜົນຕົວຈິງ.

     ໄປຄຽງຄູ່ກັນນັ້ນ, ຕ້ອງກຳແໜ້ນສະພາບການຂອງໂລກ ກໍຄືພາກພື້ນໃນປັດຈຸບັນທີ່ກຳລັງຜັນປ່ຽນໄປຢ່າງສະຫຼັບສັບຊ້ອນ, ໂດຍສະເພາະແມ່ນກົນອຸ
ບາຍຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກຕ່າງໆ ເພື່ອຫວັງມ້າງເພລະບອບໃໝ່ຂອງພວກເຮົາ ດັ່ງນັ້ນ, ພວກເຮົາຕ້ອງເອົາໃຈໃສ່ເຝິກຝົນ
ກໍ່ສ້າງຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ຕ້ອງຮູ້ຈຳແນກໄດ້ມິດແທ້ ແລະ ສັດຕູ
ຢາກເຮັດໄດ້ຄືແນວນັ້ນບັນດາສະຫາຍທີ່ເປັນພະນັກງານນຳພາບັນຊາ, ຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ, ກຳແໜ້ນຂໍ້ກຳນົດກົດໝາຍຂອງລັດ
ຕ້ອງດຳລົງຊີວິດຢ່າງຖືກຕ້ອງປອດໃສຂາວສະອາດ, ຕ້ອງມີທັດສະນະຊົນຊັ້ນ ຫຼີກລ່ຽງການໃຊ້ຈ່າຍຟຸມເຟືອຍແລ່ນນຳເສດຖະກິດ ແລະ ຫຼີກລ່ຽງແນວຄິດ
ເອກະເທດເອກະຊົນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ບໍ່ສວຍໃຊ້ໜ້າທີ່ຕໍ່າແໜ່ງຂອງຕົນໃນທາງທີ່ຜິດ, ຍາມໃດກໍຕ້ອງເພີ່ມທະວີຄວາມ
ສາມັກຄີເປັນປຶກແຜ່ນຫຼີກລ່ຽງແນວຄິດຫ່າງເຫີນມະຫາຊົນ, ເພື່ອປະກອບສ່ວນສ້າງໃຫ້ກອງທັບມີແບບແຜນທັນສະໄໝ ແລະ ທຽບທັນກັບສາກົນ.