ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ


ພັນເອກ ສຸລິວັນ ແສງຈັນ ເປັນປະທານຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດ

     ຕອນເຊົ້າຂອງວັນທີ 24​ ສິງຫາ 2017 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາ 3 ວັນປະຫວັດສາດຄື: ວັນສ້າງຕັ້ງ
ອາຊຽນ, ວັນລັດຖະທຳມະນູນແຫ່ງ ສປປ ລາວ, ວັນຍຶດອຳນາດ 23 ສິງຫາ ຄົບຮອບ 42 ປີ ( 23/8/1975-23/8/2017 ) ແລະ ເຜີຍແຜ່ບັນດາເອກະ
ສານສຳຄັນຈຳນວນໜຶ່ງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ,
ມີຄະນະພັກ-ຄະນະບັນຊາ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມຢ່າງພ້ອມພຽງ.


ພັນໂທ ບຸນມີ ແກ້ວວົງສາຂຶ້ນຜ່ານດຳລັດວ່າດ້ວຍການຮັບຮອງ
ແລະ ປະກາດໃຊ້ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025

     ໂອກາດນີ້, ພັນໂທ ບຸນມີ ແກ້ວວົງສາ ຫົວໜ້າຫ້ອງການກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຂຶ້ນຜ່ານດຳລັດວ່າດ້ວຍການຮັບຮອງ
ແລະ ປະກາດໃຊ້ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖີງມະຕິຕົກລົງກອງ
ປະຊຸມລັດຖະບານສະໄໝວິສາມັນປະຈຳເດືອນກໍລະກົດ 2017 ຊຶ່ງໄດ້ປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງນີ້: ກອງປະຊຸມໄດ້ພິຈາ
ລະນາຮ່າງກົດໝາຍວ່າດ້ວຍການປົກປ້ອງອຸດສາຫະກຳພາຍໃນ, ການກັນ ແລະ ຄວບຄຸມພະຍາດຕິດຕໍ່, ສັນຊາດລາວສະບັບປັບປຸງ, ອຸຕຸນິຍົມ ແລະ ອຸທົກ
ກະສາດ, ການຖ່າຍທອດເຕັກໂນໂລຊີ, ລະບົບຊຳລະແຫ່ງຊາດ ແລະ ຜັງເມືອງສະບັບປັບປຸງ ນອກຈາກນັ້ນຍັງໄດ້ຜ່ານດຳລັດ ວ່າດ້ວຍການຈັດຕັ້ງ ແລະ
ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງໄດ້ມີການກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ, ຫຼັກ
ການ ແລະ ແບບແຜນວິທີເຮັດວຽກ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ, ແນໃສ່ຜັນຂະ
ຫຍາຍແນວທາງຂອງພັກ, ປະຕິບັດກົດໝາຍ, ລະບຽບການຂອງລັດຖະບານໃນການຄຸ້ມຄອງ ແລະ ພັດທະນາວຽກງານອຸດສາຫະກຳ ແລະ ການຄ້າຂອງ
ສປປ ລາວ ຕາມທິດຫັນເປັນອຸດສາຫະກຳສີຂຽວ, ຍືນຍົງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.


ພັນໂທ ອຳພອນ ພົມມາລາ ຫວນຄືນເຖີງວັນສ້າງຕັ້ງ 3 ວັນປະຫວັດສາດ

     ພັນໂທ ອຳພອນ ພົມມາລາ ຫົວໜ້າພະແນກການເມືອງກົມວິທະຍາສາດ-ປະຫວັດສາດ ການທະຫານ ກໍ່ໄດ້ຫວນຄືນເຖີງວັນສ້າງຕັ້ງອາຊຽນ ສະມາ
ຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ເປັນອົງການລະຫວ່າງປະເທດ ຂອງຂົງເຂດອາຊີຕາເວັນອອກສຽງໃຕ້. ອາຊຽນໄດ້ຮັບການສ້າງຕັ້ງຂຶ້ນ
ໃນວັນທີ່ 8 ສິງຫາ 1967, ມີສະມາຊິກ 5 ປະເທດຄື: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສີງກະໂປ ແລະ ໄທ ເພື່ອປົກປັກຮັກສາ ແລະ ສົ່ງເສີມສັນ
ຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ເຮັດໃຫ້ອາຊີຕາເວັນອອກສຽງໃຕ້ເປັນເຂດປອດອາວຸດນິວເຄຼຍ ແລະ ອາວຸດທຳລາຍລ້າງ
ຜານອື່ນໆ, ເພີ່ມທະວີຄວາມສາ ມາດໃນການເພິ່ງຕົນເອງຂອງພາກພື້ນໂດຍການສົ່ງເສີມການຮ່ວມມືທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ
ແລະ ວັດທະນະທຳ-ສັງຄົມໃຫ້ກວ້າງຂວາງ; ວັນລັດຖະທຳມະນູນແຫ່ງ ສປປ ລາວ ເຫັນໄດ້ເຖີງສະພາບແວດລ້ອມການກຳເນີດ ແລະ ຄວາມໝາຍຄວາມ
ສຳຄັນຂອງລັດຖະທຳມະນູນແຫ່ງ ສປປ ລາວ, ສະພາບການ ຈັດຕັ້ງປະຕິບັັດລັດຖະທຳມະນູນ ແລະ ກົດໝາຍ, ເພີ່ມທະວີການຈັດຕັ້ງປະຕິບັດລັດຖະທຳ
ມະນູນ ແລະ ກົດໝາຍຕ່າງໆໃຫ້ເຂັ້ມງວດ ແລະ ມີປະສິດທິຜົນ.

     ວັນຢຶດອຳນາດ 23 ສີງຫາ ເຊິ່ງໄດ້ຍົກໃຫ້ເຫັນເຖີງປະຫວັດຄວາມເປັນມາຂອງການຢຶດອຳນາດເດືອນ ສີງຫາ ປີ 1945 - ປີ 1975 ໃນແຕ່ລະໄລຍະ
ຊາດລາວເປັນຊາດໜຶ່ງທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ ແລະ ໄດ້ຖືກປົກປັກຮັກສາເປັນເວລາຫຼາຍພັນປີມາແລ້ວ ໃນສະຕະວັດທີ 14 ເຈົ້າ
ຟ້າງຸ່ມໄດ້ທ້ອນໂຮມເມືອງລາວບູຮານສ້າງເປັນອານາຈັກລ້ານຊ້າງ, ສະຕະວັດທີ 16 ອານາຈັກລາວລ້ານຊ້າງຖືກສັກດີນາຕ່າງດ້າວມາຮຸກຮານ ແລະ ເອົາເປັນ
ເມືອງສ່ວຍ, ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດຳເນີນການຮຸກຮານ ແລະ ຍຶດຄອງບັນດາປະເທດເປັນຫົວເມືອງຂຶ້ນ ແລະ ປະເທດລາວໄດ້
ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງໃນປີ 1893. ປະຊາຊົນລາວບັນດາເຜົ່າໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກຂູດຮີດ
ຢ່າງແສນສາຫັດ ດ້ວຍນ້ຳໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ປະຊາຊົນລາວບັນດາເຜົ່າໄດ້ຮຸກຮື້ຂຶ້ນຕໍ່
ສູ້ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ. ຈາກນັ້ນມາ ລັດຖະບານລາວອິດສະຫຼະກໍໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດ
ຄວາມເປັນເອກະພາບຂອງຊາດຕໍ່ໜ້າມວນຊົນ ໃນວັນທີ 12 ຕຸລາ 1945. ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດ
ຕູ ແລະ ໃນເຂດເປັນກາງ ເປັນຕົົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫຼາຍ, ຂະບວນ
ການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ. ໄຊຊະນະດັ່ງກ່າວມັນແມ່ນໝາກຜົນແຫ່ງການຕໍ່ ສູ້ປະຕິວັດອັນຍືດເຍື້ອຍາວນານຂອງປະຊາ
ຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ.

     ຕອນທ້າຍ, ທ່ານ ພັນເອກ ສຸລິວັນ ແສງຈັນ ກໍໄດ້ໂອ້ລົມຊີ້ທິດເຍືອງທາງ ແລະ ໄດ້ເນັ້ນໜັກບາງບັນຫາສຳຄັນກ່ຽວກັບວັນສຳຄັນດັ່ງກ່າວ ໃຫ້ມີ
ຄວາມໝາຍຄວາມສຳຄັນເລິກເຊິ່ງ ພ້ອມກັນເຊື່ອມຊຶ່ມ ແລະ ສືບຕໍ່ປະຕິບັດແນວທາງຂອງພັກໃຫ້ເຂັ້ມງວດ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານ
ໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ.


ພາບລວມພາຍໃນກອງປະຊຸມ