ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສຳ​ເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ
ກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ຄັ້ງທີ V


     ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງບັນຊາການທະຫານ ແຂວງສະຫວັນນະເຂດ ຄັ້ງທີ V ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດໃນ ວັນທີ 19 ສິງຫາ ນີ້, ໂດຍ
ການເປັນປະທານຮ່ວມຂອງສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ເຈົ້າແຂວງໆສະ
ຫວັນນະເຂດ, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າ ກົມໃຫຍ່
ການເມືອງກອງທັບ, ມີຜູ້ຕາງໜ້າກົມຈັດຕັ້ງພັກ-ກົມພະນັກງານກົມໃຫຍ່ການເມືອງກອງທັບ, ມີເລຂາ-ຮອງເລຂາຄະນະພັກກອງບັນຊາການທະຫານແຂວງ, ຄະນະກວດ
ກາພັກ-ລັດແຂວງ, ການນຳນະຄອນໄກສອນ ພົມວິຫານ, ບັນດາແຂກທີ່ຖືກເຊີນຈາກ ກອງພົນທີ 4, ກອງພັນໃຫຍ່ 644 ,ໂຮງໝໍບໍລິເວນ 109, ປກສ ແຂວງ, ຜູ້ແທນ
ສົມບູນເຂົ້າຮ່ວມຢ່າງພ້ອມພຽງ.

     ໃນກອງປະຊຸມ ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ​ໄດ້ຂຶ້ນຜ່ານບົດລາຍງານການເມືອງ
ທັງສອງພາກເຊິ່ງຕະຫຼອດໄລຍະ 5 ປີ ຜ່ານມາ ຄະນະພັກກອງບັນຊາການທະຫານແຂວງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນບັນຫາສຳຄັນເຮັດໃຫ້
ພະນັກງານ, ສະມາຊິກພັກ-ນັກຮົບເຊື່ອໝັ້ນຕໍ່ການນຳພາຂອງພັກ, ເປັນເຈົ້າການໃນການຫັນເອົາແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບ
ຂອງກອງທັບມາຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຂອງກົມກອງ, ເປັນແບບຢ່າງ, ເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ, ບົນພື້ນຖານປະ
ຕິບັດຫຼັກການລວມສູນປະຊາທິປະໄຕ, ຍູ້ແຮງຂະບວນການກໍ່ສ້າງກົມກອງ ປອດໃສ ປອດໄພ ປອດຄະດີ ຢ່າງກວ້າງຂວາງ, ເອົາໃຈໃສ່ຊີ້ນຳກວດກາວຽກງານສະກັດກັ້ນ
ປະກົດການຫຍໍ້ທໍ້ຕ່າງໆໃນກົມກອງ ແລະ ຂອບເຂດຄວາມຮັບຜິດຊອບພາຍໃນແຂວງ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນ ຖານ, ນອກນັ້ນກົມກອງຍັງໄດ້ເອົາໃຈໃສ່
ວຽກງານປູກຝັງ-ລ້ຽງສັດ ປັດຈຸບັນທົ່ວທະຫານແຂວງ ສະຫວັນະເຂດ ມີເນື້ອທີ່ທຳການຜະລິດ 66,32 ເຮັກຕາ ​ໃນ​ນັ້ນປູກໄມ້ກິນໝາກ ແລະ ໄມ້ອຸດສາຫະກຳ 15.913
ຕົ້ນ ແລະ ປູກພຶດຜັກປະເພດຕ່າງໆ ສະໜອງເຂົ້າເຮືອນຄົວລວມໄດ້ 134.600 ກິໂລ, ມີສັດລ້ຽງປະເພດຕ່າງໆເຊັ່ນ: ຄວາຍ 68  ໂຕ, ງົວ 1.397 ໂຕ, ແບ້ 895 ໂຕ, ໝູ
431 ໂຕ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 75% ລ້ຽງສັດປີກປະເພດຕ່າງໆມີ 4.850 ໂຕ ໃນນີ້ລ້ຽງໄກ່ພັນໄຂ່ໄດ້ 3 ຊຸດ ມີ 2.064 ໂຕ ຂາຍໄກ່ ແລະ ໄຂ່ ເປັນເງິນ
342.795.000 ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 70% ມີໜອງປາ 45 ໜອງປ່ອຍປາ ໄດ້ 1.125.000 ໂຕ, ບໍລິການຂາຍດິນບ໋ອກ, ຜະລິດເສົາຮົ້ວ ແລະ ບໍລິການຕັດ
ຜົມ, ສະຫຼຸບລາຍ​ຮັບລວມເປັນເງິນທັງໝົດ 2.263.971.200 ກີບ. ຈາກນັ້ນຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເມືອງ ແລະ ເຫັນດີເປັນ
ເອກະພາບກັບທິດທາງແຜນການໃນ 5 ປີ ຕໍ່ໜ້າທີ່ຈະຕ້ອງພ້ອມກັນສູ້ຊົນເຮັດໃຫ້ກອງບັນຊາການທະຫານແຂວງ ສະຫວັນນະເຂດ ມີຜົນງານອັນໃໝ່ໃຫຍ່ຫຼວງກວ່າເກົ່າ.

     ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກເອົາຄະນະພັກຊຸດໃໝ່ຈຳນວນ 11 ສະຫາຍໃນນັ້ນໄດ້ເລືອກເອົາສະຫາຍ ພັນເອກ ສີ ທະວີໄຊ ເປັນເລຂາຄະນະພັກ
ກອງບັນຊາການ, ສະຫາຍ ພັນເອກ ຄຳເພັດ ສຸລິຍະວົງ ເປັນຮອງເລຂາຄະນະພັກ ສະຫາຍ ພັນໂທ ຄຳຜົງ ພັດທະນາ ເປັນປະທານກວດກາພັກ. ສະຫາຍ ພັນໂທ ນວນດີ
ຈັນທະລືໄຊ ແລະ ພັນຕີ ຈັນທະຄາດ ສໍຈັນທະວີໄຊ ເປັນຮອງປະທານກວດກາພັກກອງບັນຊາ ການ, ພ້ອມທັງປ່ອນບັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່
ຂອງອົງຄະນະພັກຂັ້ນເທິງ ແລະໃນໂອກາດດັ່ງ​ກ່າວໄດ້ຮັບຟັງການໂອ້ລົມຂອງປະທານກອງປະຊຸມໃຫຍ່ຕື່ມອີກ.