ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບປົດປ່ອຍປະຊາຊົນຈີນ ຊ່ວຍເຫຼືອວັກຊີນ​ແກ່ ກອງທັບປະຊາຊົນລາວ


ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19

     ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 4 ແສນໂດສ ແລະ ອຸປະກອນການແພດຈໍານວນໜຶ່ງ ໂດຍການຊ່ວຍເຫຼືອຈາກ ກອງທັບ
ປົດປ່ອຍປະຊາຊົນຈີນ ໃຫ້ແກ່ກອງທັບປະຊາຊົນລາວ ໄດ້ຈັດຂຶ້ນໃນວັນ ທີ 23 ສິງຫາ ນີ້, ທີ່ສະໜາມບິນສາກົນວັດໄຕ. ຕາງໜ້າ ກອງທັບປົດປ່ອຍປະຊາ
ຊົນຈີນ ກ່າວມອບໂດຍ ສະຫາຍ ພັນເອກພິເສດ ຫລີ ປິ່ງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ວົງ
ຄໍາ ພົມມະກອນ ຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ ຫົວໜ້າຄະນະສະເພາະກິດ ກະຊວງປ້ອງກັນປະເທດ ເຊິ່ງມີພະນັກງານທີ່ກ່ຽວຂ້ອງສອງຝ່າຍ
ເຂົ້າຮ່ວມ.

     ໃນພິທີດັ່ງກ່າວ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນປະເທດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງ
ສູງຕໍ່ ກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ຈັດສົ່ງຢາວັກຊີນ ປ້ອງກັນ ພະຍາດໂຄວິດ-19 ຈຳນວນ 4 ແສນໂດສ ເປັນຄັ້ງທີສອງ, ຄັ້ງກ່ອນ 3 ແສນໂດສ
ລວມເປັນ 7 ແສນໂດສ ພ້ອມທັງອຸປະກອນການແພດຈໍານວນໜຶ່ງມາຊ່ວຍ ສປປ ລາວ ໃນຄັ້ງນີ້ ເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່
ລະບາດຂອງ ພະຍາດໂຄວິດ-19 ຢູ່ ສປປ ລາວ. ການຊ່ວຍເຫຼືອໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນທີ່ດີລະຫວ່າງສອງກອງທັບ ລາວ-ຈີນ, ຈີນ-
ລາວ, ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4
ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ, ເຊິ່ງປີນີ້ເປັນປີຄົບຮອບວັນສ້າງຕັ້ງສາຍພົວ ພັນການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບ
ຮອບ 60 ປີ, ຖືເປັນປີມິດຕະພາບລະຫວ່າງສອງປະເທດ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

     ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ຂອງກອງທັບປົດປ່ອຍປະຊາຊົນຈີນ ບໍ່ວ່າຍາມໃດກໍມີ
ຄວາມເປັນຫ່ວງເປັນໄຍຕໍ່ ກອງທັບປະຊາຊົນລາວ ກໍຄືປະຊາຊົນລາວ ໂດຍ ສະເພາະໃນສະພາບປັດຈຸບັນທີ່ ສປປ ລາວ ກໍາລັງສຸມໃສ່ໃນການຮັບມືກັບບັນ
ຫາການແຜ່ລະບາດຂອງ ພະຍາດໂຄວິດ-19. ໃນຄະນະດຽວກັນ, ລັດຖະບານ, ກອງທັບ ແລະ ປະຊາຊົນຈີນ ກໍໄດ້ຮັບ ຜົນກະທົບຈາກພະຍາດລະບາດ ດັ່ງ
ກ່າວແຕ່ກໍໄດ້ບິແບ່ງການຊ່ວຍເຫຼືອອັນລ້ຳຄ່າມາໃຫ້ແກ່ ກອງທັບປະຊາຊົນລາວຕະຫຼອດມາ.

     ພ້ອມນັ້ນ, ການສັກຢາວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແມ່ນຄວາມຈຳເປັນສໍາຄັນໃນການປ້ອງກັນຊີວິດຂອງກໍາ
ລັງປ້ອງກັນຊາດ ແລະ ປະຊາຊົນລາວ ໃນຂອບເຂດທົ່ວປະເທດ. ການຊ່ວຍເຫຼືອໃນຄັ້ງນີ້ ຈະເປັນການປະກອບສ່ວນສໍາຄັນເຮັດໃຫ້ ສປປ ລາວ ສາມາດ
ບັນລຸເປົ້າໝາຍການສັກຢາວັກຊີນ.

     ໃນໂອກາດດຽວກັນ, ສະຫາຍ ພັນເອກພິເສດ ຫລີປິ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນ ເຖິງຄວາມເປັນ
ຫ່ວງເປັນໄຍຂອງ ກອງທັບປົດປ່ອຍປະຊາຊົນຈີນ ທີ່ມີຕໍ່ກອງທັບປະຊາຊົນລາວ ແລະ ປະຊາຊົນລາວ, ແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມ
ຊະຕາກໍາລາວ-ຈີນ, ຈີນ-ລາວ ໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/08/2021