ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນຂັ້ນສູງ
ກອງທັບປະຊາຊົນຫວຽດນາມ ແລະ ກຳປູເຈຍ

     ໃນອາທິດທີ່ຜ່ານມານີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບການ
ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ພົນໂທ ເລືອງ ເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ທ່ານ ພົນເອກ ວົງ ປີເຊນ ຜູ້ບັນຊາການ
ທະຫານສູງສຸດ ແຫ່ງຣາຊະອານາຈັກກຳປູເຈຍ ໃນໂອກາດສອງຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ

     ໂອກາດດັ່ງກ່າວ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ
ຕໍ່ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບຄະນະຜູ້ແທນການເມືອງຂັ້ນສູງກອງທັບ
ປະຊາຊົນລາວ ເຊິ່ງ ເປັນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ-ລັດ, 2 ກອງທັບ
ລາວ-ຫວຽດນາມ ທີ່ນັບມື້ຂະຫຍາຍຕົວເຂົ້າສູ່ລວງເລິກ ໂດຍສະເພາະການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານພັກ-ວຽກງານການ
ເມືອງ ແລະ ອື່ນໆ ສະແດງອອກໃນການປະຕິບັດອານຸສັນຍາຮ່ວມມືລະຫວ່າງສອງກະຊວງ ກໍຄືແຜນຮ່ວມມືສອງກົມໃຫຍ່ການເມືອງກອງທັບປະຊາຊົນ
ຫວຽດ ນາມ-ລາວ ໃນປີຜ່ານມາໄດ້ບັນລຸໝາກຜົນຢ່າງໜ້າພາກພູມໃຈ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກກຳປູເຈຍ

     ໂອກາດດຽວກັນນັ້ນ, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ທ່ານ ພົນເອກ ວົງ ປີເຊນ ຜູ້ບັນຊາການທະຫານສູງສຸດແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ເຊິ່ງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້
ສະແດງຄວາມຍິນດີຕ້ອນຮັບຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ພົນເອກ ວົງ ປິ ເຊນ ພ້ອມດ້ວຍຄະນະ
ໃນຄັ້ງນີ້ ອັນເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດໃຫ້ມີບາດກ້າວໃໝ່ ໂດຍສະເພາະແມ່ນການພົວ
ພັນຮ່ວມມືວຽກງານຊາຍແດນ ແລະ ຂະແໜງການອື່ນໆທີ່ທັງສອງຝ່າຍເຫັນດີຮ່ວມກັນ. ພ້ອມດຽວກັນນີ້, ໂອກາດເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້, ຜູ້ບັນຊາ
ການທະຫານສູງສຸດແຫ່ງຣາຊະອານາຈັກກຳປູເຈຍໄດ້ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີກະຊວງປ້ອງກັນປະເທດໃຫ້ການຕ້ອນຮັບຢ່າງອົບອຸ່ນ
ໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຜົນການພົບປະກັບຄະນະຜູ້ແທນຂັ້ນສູງກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ເຊິ່ງດຳເນີນໄປດ້ວຍບັນຍາກາດທີ່ດີ ເຊິ່ງ
ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລືບັນຫາຊາຍແດນຈຸດທີ່ຍັງຄົງຄ້າງ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ແລະ ວຽກງານອື່ນໆທີ່ ສອງຝ່າຍໃຫ້ຄວາມ
ສົນໃຈ.