ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ
ໂອ້ລົມນາຍທະຫານ
ທີ່ໄດ້ຮັບການເລື່ອນຊັ້ນ​ໃໝ່


ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນວັນທີ 23 ກັນຍາ 2019 ນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການ
ເມືອງກອງທັບ ໄດ້ໂອ້ລົມນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນຈາກ ພັນຕີ ຂຶ້ນ ພັນໂທ ຈຳນວນ 245 ສະຫາຍ ທີ່ມາຈາກກຳລັງຫຼວງ, ກຳລັງທ້ອງຖິ່ນໃນທົ່ວກອງທັບ.

     ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ໄດ້ກ່າວວ່າ: ການເລື່ອນຊັ້ນໃນຄັ້ງນີ້ ແມ່ນກຽດສັກສີອັນສູງສົ່ງ ແລະ ມີຄວາມໝາຍສໍາຄັນເພາະມັນໄດ້ຢັ້ງຢືນໃຫ້ເຫັນເຖິງ
ການເຕີບໃຫຍ່ຂະຫຍາຍຕົວ ຂອງພະນັກງານໃນກອງທັບ, ທັງແມ່ນການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານກອງທັບປະຊາຊົນລາວໃຫ້ ມີຄວາມ
ຖືກຕ້ອງຕາມເງື່ອນໄຂຕົວຈິງຂອງແຕ່ລະສະຫາຍ ທີ່ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ເອົາໃຈໃສ່ປະກອບສ່ວນຢ່າງຕັ້ງ
ໜ້າເຂົ້າໃນການເຮັດສຳເລັດໜ້າທີ່ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກອງທັບ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດ, ສິດ ແລະ
ໜ້າທີ່ຂອງຕົນໂດຍສະເພາະໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກໍາແໜ້ນແນວທາງນະໂຍບາຍຂອງພັກ ບັນດາມະຕິຄໍາສັ່ງ, ຂໍ້ “ກໍານົດ ແລະ ບົດແນະນໍາຕ່າງໆ ຂອງ
ກອງທັບ.

     ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຕື່ມອີກວ່າ: ການເລື່ອນ ຊັ້ນນາຍທະຫານໃນກອງທັບປະຊາ
ຊົນລາວ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນພາວະວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້ຮັບຜົນ
ສໍາເລັດ ແມ່ນບັນດາສະຫາຍເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາສະຫາຍບໍ່ເຂັ້ມແຂງກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ສະນັ້ນ, ບັນດາ
ສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ນີ້ ຕ້ອງສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິ
ໄນເຂັ້ມງວດ, ການດຳລົງຊີວິດຕ້ອງປອດໃສ, ບໍ່ສວຍໂອກາດໃຊ້ຖານະໜ້າທີ່ຂອງຕົນໄປໃນທາງທີ່ຜິດເພື່ອຜົນປະໂຫຍດສ່ວນຕົວ, ອັນໃດເພີ່ນຫ້າມແມ່ນບໍ່ເຮັດ, ພະຍາ
ຍາມຄົ້ນຄວ້າທຸກວິທີທາງເພື່ອປັບປຸງແບບແຜນວິທີເຮັດວຽກໃຫ້ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກ ຄົນຮັບຜິດຊອບຢ່າງແທ້ຈິງ ພ້ອມ
ທັງມີການສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອ ການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດໃຫ້ເລິກເຊິ່ງເຖິງຖອງ, ສ້າງໃຫ້ໄດ້
ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີຫົວຄິດປະດິດສ້າງ ແລະ ມີຄວາມສະດຸ້ງໄວຕໍ່ສະພາບການເພື່ອສ້າງກອງທັບເຮົາ ໃຫ້ກ້າວໜ້າ, ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.