ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນປະກາດນໍາໃຊ້ເຄື່ອງໝາຍການຄ້າ ອຸຍ​ນີ​ແຕນ ຄົບຮອບ 10 ປີ


     ວັນທີ 23 ຕຸລານີ້, ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງເນື່ອງໃນໂອກາດວັນປະກາດນໍາໃຊ້ເຄື່ອງໝາຍການຄ້າ ອຸຍນີ​ແຕນ “UNITEL” ຄົບ
ຮອບ 10 ປີ ແຫ່ງການດໍາເນີນທຸລະກິດຢ່າງ ເປັນທາງການ, ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ
ລັດຖະມົນຕີ, ລັດຖະມົນຕີ ວ່າການກະຊວງແຜນການ ແລະ ການລົງທຶນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນ
ຕີ ກະຊວງປ້ອງກັນປະເທດ, ການນໍາພັກ-ລັດ ລາວ ແລະ ຫວຽດນາມ, ຜູ້ຕາງໜ້າສູນບໍລິການທົ່ວປະເທດ, ແຂກຖືກເຊີນ ແລະ ພະນັກງານສູນ ອຸຍນີ​ແຕນ ເຂົ້າຮ່ວມ.

     ທ່ານ ລີວ ແມ້ງຮ່າ, ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ, ໄດ້ໃຫ້ຮູ້ວ່າ: ໃນຕະຫຼອດ 10 ປີ ແຫ່ງການດຳເນີນທຸລະກິດດ້ານ ໂທລະຄົມມະນາຄົມ ຢູ່
ສປປ ລາວ, ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ເປັນສ່ວນໜຶ່ງໃນການສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມ, ເຮັດໃຫ້ວຽກງານ ໂທລະຄົມມະນາຄົມ ແລະ ການສື່
ສານໄດ້ມີການຂະຫຍາຍຕົວຢ່າງກ້າວກະໂດດ, ປະຊາຊົນໃນຂອບເຂດທົ່ວປະເທດ ໄດ້ເຂົ້າເຖິງລະບົບ ໂທລະຄົມມະນາຄົມ ແລະ ການສື່ສານໄດ້ຢ່າງທົ່ວເຖິງ, ເຮັດໃຫ້ໄລ
ຍະເສັ້ນທາງໃນການພົວພັນ ລະຫວ່າງແຂວງເຖິງເມືອງ ແລະ ເຂດຫ່າງໄກສອກຫຼີກໄດ້ຍັບເຂົ້າໃກ້ກັນຫຼາຍຂຶ້ນ. ປັດຈຸບັນ, ບໍລິສັດ ສະຕາໂທລະຄົມ ຈໍາກັດ ເອີ້ນໄດ້ວ່າ
ແມ່ນ ບໍລິສັດ ໂທລະຄົມມະນາຄົມ ອັນດັບ 1 ໃນ ສປປ ລາວ ມີທີ່ພື້ນຖານໂຄງລ່າງລະບົບສົ່ງສັນຍານມືຖືທີ່ໃຫຍ່ທີ່ສຸດ ແລະ ກວ້າງຂວາງທີ່ສຸດປະກອບມີ 8,000 ສູນ
ສະຖານີສົ່ງສັນຍານທີ່ນໍາໃຊ້ລະບົບ ເທັກໂນໂລຍີ 2G,3G,4G,4.5G, ສະໜອງລະບົບສາຍສົ່ງ​ໄຍແກ້ວນຳແສງ ແຕ່ພາກເໜືອເຖິງພາກໃຕ້ ຂອງປະເທດລາວ ມີຄວາມ
ຍາວເຖິງ 30.000 ກມ ທີ່ປົກຄຸມເຖິງເຂດຫ່າງໄກສອກຫຼີກ. ມີລູກຄ້ານໍາໃຊ້ບໍລິການຫຼາຍກວ່າ 3 ລ້ານ ເລກໝາຍກວມເອົາ 56% ຂອງສ່ວນແບ່ງຕະຫຼາດມືຖື, ບໍລິສັດ
ສະຕາໂທລະຄົມ ຈໍາກັດ ໄດ້ປະກອບສ່ວນມອບພັນທະໃຫ້ລັດຖະບານລາວ ລວມ 634 ລ້ານໂດລາ ສະຫະລັດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວຫຼາຍກວ່າ
20.000 ຄົນ, ມີຮ້ານຕົວແທນຈໍາໜ່າຍສິນຄ້າຫຼາຍກວ່າ 20.000 ຮ້ານ.

     ຕະຫຼອດໄລຍະດຳເນີນທຸລະກິດ ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ໄດ້ປະກອບສ່ວນເຂົ້າໃນວຽກງານຊ່ວຍເຫຼືອສັງຄົມຢ່າງກວ້າງຂວາງ ເພື່ອຍົກສູງຄຸນນະພາບຊີວິດ
ໃຫ້ແກ່ປະຊາຊົນລາວເຊັ່ນ: ໂຄງການສະໜັບສະໜູນອິນເຕີເນັດ ນໍາໃຊ້ໂດຍບໍ່ເສຍຄ່າໃຫ້ແກ່ໂຮງຮຽນ, ມອບທຶນຊ່ວຍເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ
ທາງທຳມະຊາດ, ມອບທຶນຊ່ວຍເຫຼືອສະໜັບສະໜູນໃຫ້ແກ່ນັກຮຽນທີ່ຂາດທຶນຮອນຫຍຸ້ງຍາກທີຢູ່ຕາມບັນດາ ເມືອງ, ຈັດຕັ້ງວຽກງານເຝິກອົບຮົມຄວາມຮູ້ໃນການນໍາ
ໃຊ້ລະບົບເທັກໂນໂລຊີຂໍ້ມູນຂ່າວສານ-ໂທລະຄົມມະນາຄົມ ໃຫ້ແກ່ພະນັກງານລັດຖະກອນ-ລັດວິສາຫະກິດເພື່ອຍົກສູງຄວາມຮູ້ຄວາມສາມາດເຂົ້າໃນການນໍາໃຊ້ວຽກ
ງານກໍຄືການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.

     ຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ໄດ້ກ່າວໃຫ້ຮູ້ວ່າ: ທິດທາງ-ແຜນການໃນຕໍ່ໜ້າຈະສືບຕໍ່ພັດທະນາລະບົບເທັກໂນໂລຢີ ທີ່ທັນສະໄໝທີ່ດີທີ່ສຸດ
ເພື່ອສະໜອງ ການບໍລິການເຊັ່ນ: 5G, AI, virtual reality (VR), Big data… ໄປພ້ອມໆ ກັບການໃຫ້ບໍລິການບັນດາບໍລິການໃໝ່ໆ ເຊັ່ນ: ທະນາຄານ ດິຈິຕອນ, ລະ
ບົບເທັກໂນໂລຊີ ເພື່ອນໍາໃຊ້ເຂົ້າໃນບັນດາ ໂຄງການຂອງ ລັດຖະບານ ແບບເອເລັກໂທຣນິກ.

     ໂອກາດເຂົ້າຮ່ວມງານດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດກ່າວຄຳເຫັນໃນພິທີ ໂດຍ ທ່ານ ໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຄວາມບຸກ
ໜ້າບືນຕົວຂອງຜູ້ບໍລິຫານ ບໍລິສັດ ສະຕາໂທລະຄົມ ທີ່ໄດ້ປະກອບສ່ວນໃນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ສ້າງ ບຸກຄະລາ
ກອນ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນລາວ ທັງໄດ້ມອບພັນທະເຂົ້າງົບປະມານຂອງລັດເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ເສດຖະກິດ-ສັງ
ຄົມ ຂອງ ສປປ ລາວ ໄດ້ເປັນຢ່າງດີ.

     ພ້ອມດຽວກັນນັ້ນ, ເພື່ອເປັນການຈາລຶກເຖິງຄຸນງາມຄວາມດີຕໍ່ກັບຜົນງານທີ່ຍາດມາໄດ້ ແລະ ການປະກອບສ່ວນຂອງ ບໍລິສັດ ສະຕາໂທລະຄົມ ຈໍາກັດ ເຂົ້າໃນຂົງ
ເຂດໂທລະຄົມມະນາຄົມ ແລະ ການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ I, ຫຼຽນໄຊພັດທະນາຊັ້ນ I ໃຫ້ແກ່ ບໍລິສັດ
ສະຕາ ໂທລະຄົມ ຈໍາກັດ ແລະ ຫຼຽນໄຊແຮງງານ ຊັ້ນ III ໃຫ້ແກ່ຄະນະຜູ້ບໍລິຫານງານ ຝ່າຍ ສສ ຫວຽດນາມ ນຳອີກ.