ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາກົມ 213


ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການປະຈໍາຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ພິທີປະກາດການຈັດຕັ້ງ ຄະນະພັກ-ຄະນະບັນຊາ ກົມ 213 ໄດ້ຈັດຂຶ້ນໃນ ວັນທີ 23 ທັນວາ 2020  ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ
ສອນທອງ ພົມລາວົງ ກໍາມະການປະຈໍາຄະນະພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຕາງໜ້າ ກົມໃຫຍ່ພະລາທິການ ກອງທັບ, ກົມ
ໃຫຍ່ເຕັກນິກ ກອງທັບ, ກົມວິຊາສະເພາະ, ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ທົ່ວ ກົມ 213 ເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງຫົວໜ້າ ກົມພະນັກງານກົມໃຫຍ່ການເມືອງກອງທັບໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າ
ດ້ວຍການອະນຸມັດໃຫ້ ສະຫາຍ ພັນເອກ ທອງພັນ ຊິງວົງໄຊ ແລະ ສະຫາຍ ພັນໂທ ບຸນສວຍ ທຸມພະລາ ຮອງຫົວໜ້າ ກົມ 213 ພັກ ການເພື່ອກຽມຮັບ
ບໍານານ, ພ້ອມທັງປະກາດແຕ່ງຕັ້ງ ສະຫາຍ ພັນໂທ ພູວອນ ເມກສະຫວັນ ແລະ ສະຫາຍ ພັນໂທ ເຜີຍເພັດ ພົມສີຈັນ ເປັນຮອງຫົວໜ້າກົມ 213, ແຕ່ງຕັ້ງ
ສະຫາຍ ພັນໂທ ໄພວັນ ພິຈິດ ເປັນຫົວໜ້າ ຫ້ອງການກົມ, ສະຫາຍ ພັນໂທ ແສງເພັດ ພິລາວົງ ເປັນຮອງຫົວໜ້າຫ້ອງການ, ສະຫາຍ ພັນໂທ ໄພວັນ ຄໍສິງ
ສະຫວັດ ເປັນຫົວໜ້າຫ້ອງການບໍລິຫານ, ສະຫາຍ ພັນໂທ ໄຊຊະນະ ສົມມະວົງ ເປັນຫົວໜ້າຫ້ອງພະລາທິການ, ສະຫາຍ ພັນຕີ ກາທອງ ນະວົງສານ ເປັນ
ຮອງຫົວໜ້າຫ້ອງພະລາທິການ, ສະຫາຍ ພັນໂທ ຂັນທອງ ພອນນູລາດ ເປັນຮອງຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນໂທ ນາງ ຈັນທະລີ ພົນທິລາດ ເປັນ
ຮອງຮັບຜິດຊອບວຽກງານພະລາທິການທັງເປັນ ຫົວໜ້າພະແນກພະລາທິການໂຮງຮຽນ 306, ພ້ອມດຽວກັນນີ້, ກໍໄດ້ປະກາດບົ່ງຕົວແຕ່ງຕັ້ງ ສະຫາຍ ພັນ
ເອກ ບຸນຕຽນໄຊ ຍໍາວົງທັນ ຮອງຫົວໜ້າກົມເປັນຮອງເລຂາຄະນະພັກ ທັງເປັນຄະນະປະຈໍາພັກກົມ 213 ປ່ຽນແທນ ສະຫາຍ ພັນເອກ ທອງພັນ ຊິງວົງໄຊ
ທີ່ພັກການກຽມຮັບບໍານານ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ຄໍາເຫຼັກ ເພັດສີຊົມພູ ຫົວໜ້າ ການເມືອງໂຮງຮຽນ 301 ເປັນກຳມະການຄະນະ ພັກກົມ
213. ທັງນີ້ກໍເພື່ອເປັນ ການປັບປຸງບູລະນະກົງຈັກການຈັດຕັ້ງຂັ້ນນໍາພາ-ບັນຊາ ໃນກຳລັງປະກອບອາວຸດໂດຍສະເພາະຢູ່ກົມ 213 ໃຫ້ມີຄວາມໜັກແໜ້ນ
ເຂັ້ມແຂງຮອບດ້ານ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງ ຂອງກົມກອງ ໃນສະເພາະໜ້າ ແລະ ຍາວນານ.

      ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ມີຄໍາເຫັນຫຼາຍບັນຫາສໍາຄັນພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ເຝິກຝົນ
ຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນຕໍ່ໜ້າທີ່ ທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປັບປຸງ
ແບບແຜນວິທີເຮັດວຽກ-ແບບແຜນ ນໍາພາໃຫ້ສອດຄ່ອງບົນພື້ນຖານ ເຄົາລົບຫຼັກການ ລວມສູນປະຊາທິປະໄຕ ເປັນໝູ່ຄະນະ, ເພີ່ມທະວີຄວາມສາມັກ
ຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ຕໍ່ແບບແຜນການດໍາລົງຊີວິດ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ແລະ ບັນຫາສໍາຄັນແມ່ນພ້ອມກັນ
ເຮັດສໍາເລັດໜ້າທີ່ການເມືອງຂອງກົມ ໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ.