ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນຕີຂຶ້ນພັນໂທ ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ


ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ​​ເປັນ​ປະທານ

     ວັນທີ 22 ມັງກອນ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານຊັ້ນ ພັນຕີ ຂຶ້ນ ພັນໂທ ຈຳນວນ 373 ສະ
ຫາຍ ທີ່ມາຈາກບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ.

     ໂອກາດເຂົ້າຮ່ວມເປັນປະທານພິທີໃນຄັ້ງນີ້, ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນປະ
ເທດ, ຫົວໜ້າ ກົມໃຫຍ່ການເມືອງກອງທັບ ໄດ້ກ່າວວ່າ: ການເລື່ອນຊັ້ນໃນຄັ້ງນີ້ ແມ່ນກຽດສັກສີອັນສູງສົ່ງ ແລະ ມີຄວາມໝາຍສໍາຄັນເພາະມັນໄດ້ຢັ້ງ
ຢືນໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານໃນກອງທັບ, ທັງແມ່ນການປະຕິບັດນະໂຍບາຍຂອງພັກ ແລະ ກົດໝາຍນາຍທະຫານ ກອງ
ທັບປະຊາຊົນລາວ ໃຫ້ມີຄວາມຖືກຕ້ອງຕາມເງື່ອນໄຂຕົວຈິງຂອງແຕ່ລະ ສະຫາຍ ທີ່ມີຄວາມອົດທົນຜ່ານຜ່າອຸປະສັກ ແລະ ຂໍ້ຫຍຸ້ງຍາກຕະຫຼອດໄລຍະ
ຜ່ານມາ ພວກສະຫາຍໄດ້ເອົາໃຈໃສ່ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດໜ້າທີ່ ໂດຍສະເພາະແມ່ນການປັບປຸງກໍ່ສ້າງກອງທັບ ໃຫ້ມີການເຕີບ
ໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດສິດໜ້າທີ່ຂອງຕົນໂດຍສະເພາະໄດ້ເອົາໃຈໃສ່ຄົ້ນຄວ້າ
ເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິຄໍາສັ່ງ, ຂໍ້ກໍານົດ ແລະ ບົດແນະນໍາຕ່າງໆ ຂອງກອງທັບ.

     ສະຫາຍ ຫົວໜ້າ ກົມໃຫຍ່ການເມືອງກອງທັບ ຍັງໄດ້ເນັ້ນໜັກໃຫ້ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ຕື່ມອີກວ່າ: ກ່ອນອື່ນພວກເຮົາຕ້ອງຮັບ
ຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການເລື່ອນຊັ້ນນາຍທະຫານ ໃນກອງທັບປະຊາຊົນລາວ ໃນເງື່ອນໄຂປັດຈຸບັນໃຫ້ຖືກຕ້ອງ, ເຫັນໄດ້ຄວາມສໍາຄັນ ແລະ
ຄວາມຈໍາເປັນພາວະ ວິໄສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້ຮັບຜົນສໍາເລັດແມ່ນ
ບັນດາ ສະຫາຍ ເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາ ສະຫາຍ ບໍ່ເຂັ້ມແຂງກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ພວກ ສະ
ຫາຍ ໄດ້ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດອັນນີ້ມັນສະແດງເຖິງຄຸນທາດການເມືອງ ຂອງພະນັກງານ-ສະມາຊິກພັກ, ການດໍາລົງຊີວິດທີ່ໂປ່ງ
ໃສ, ບໍ່ສວຍໂອກາດ, ບໍ່ໃຊ້ຖານະໜ້າທີ່ຂອງຕົນໄປໃນທາງທີ່ຜິດ ເພື່ອຜົນປະໂຫຍດສ່ວນຕົວ, ອັນໃດເພິ່ນຫ້າມແມ່ນບໍ່ເຮັດ.

     ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະ ສະຫາຍ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ພະຍາຍາມຄົ້ນຄວ້າທຸກ
ວິທີທາງ ເພື່ອປັບປຸງແບບແຜນວິທີເຮັດວຽກໃຫ້ດີປະຕິບັດຫຼັກການລວມ ສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຢ່າງແທ້ຈິງ ພ້ອມ
ທັງມີການສະຫຼຸບຖອດຖອນບົດຮຽນເປັນປົກຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອການນໍາພາຂອງພັກ ຕໍ່ກໍາລັງປະກອບອາວຸດໃຫ້ເລິກເຊິ່ງເຖິງຖອງ,
ສ້າງໃຫ້ໄດ້ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ມີແບບແຜນວິທີເຮັດວຽກ, ວິທີນໍາພາແບບວິທະຍາສາດ-ປະດິດສ້າງ ແລະ ມີຄວາມສະດຸ້ງໄວຕໍ່ສະ
ພາບການເພື່ອສ້າງກອງທັບເຮົາ ໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ.