ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງນາຍົກລັດຖະມົນຕີ ລົງຢ້ຽມຢຽມ ພົບປະ​ໂອ້​ລົມ​ພະນັກງານ-ນັກຮົບ ຢູ່​ກອງພັນ​ໃຫ່ຍ 497


ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນພ້ອມຄະນະ

     ວັນທີ 22 ມັງກອນ 2022 ນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມຄະນະ
ໄດ້ລົງເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມ ພະນັກງານ-ນັກຮົບ ຢູ່ ກອງພັນໃຫຍ່ 497 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ,
ໂດຍການຕ້ອນຮັບຈາກຜູ້ຕາງໜ້າ ການນໍາຂອງແຂວງວຽງຈັນ, ມີຄະນະນໍາຈາກ ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ
ກອງພັນໃຫຍ່ 497 ເຂົ້າຮ່ວມ.

     ສະຫາຍ ພັນເອກ ຄໍາສຸກ ໄຊມວນສິນ ຫົວໜ້າການເມືອງ ກອງພັນໃຫຍ່ 497 ໄດ້ລາຍງານ ໂດຍຫຍໍ້ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດ
ບາດ ແລະ ໜ້າທີ່ການເມືອງ ຂອງກົມກອງ, ລວມທັງຜົນງານ ທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງ
ໜ້າທີ່ການເມືອງໃນໄລຍະໃໝ່ ໃນການປັບປຸງກໍ່ສ້າງກຳລັງ ປະກອບອາວຸດ ໃຫ້ເຕີບໃຫຍ່ ເຂັ້ມແຂງ ເປັນກ້າວໆນັ້ນ, ກອງພັນໃຫຍ່ 497 ພວກເຮົາ ມີພາ
ລະບົດບາດເປັນເສນາທິການໃຫ້ແກ່ ກະຊວງປ້ອງກັນປະເທດ ລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ປະຕິບັດ 3 ສ້າງ, 4 ເນື້ອໃນ,
4 ຄາດໝາຍ, ກຽມພ້ອມສູ້ຮົບເຄື່ອນໄຫວສູ້ຮົບ, ແກ້ໄຂເຂດເກາະຫ້ອຍ ພ້ອມທັງເຮັດໜ້າທີ່ການເມືອງ ໃຫ້ສະພາບມີຄວາມສະຫງົບ.

     ໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ, ໄດ້ຕີລາຄາສູງຕໍ່ຜົນສໍາເລັດຫຼາຍດ້ານ ທີ່ກອງພັນໃຫຍ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ພ້ອມທັງຮຽກ
ຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ 497 ສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ,
ເປັນຫຼັກແຫຼ່ງ ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ
ພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ໄປພ້ອມກັນນີ້ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນ ວິທີເຮັດວຽກ ຂອງ
ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບມີຄຸນທາດ
ການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງໜັກແໜ້ນ ເຮັດໃຫ້ກຳລັງຫຼວງກາຍເປັນກຳລັງຫຼັກ
ແຫຼ່ງຂອງກອງທັບເຮົາ, ສຸມໃສ່ ສ້າງພະລາທິການກັບທີ່ເພື່ອຮັບປະກັນກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

     ໃນໂອກາດທີ່ ສະຫາຍ ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມຄັ້ງນີ້ ກໍໄດ້ມອບວັດຖຸປັດໄຈຈໍານວນໜຶ່ງ ໃຫ້ກອງພັນໃຫຍ່ 497 ເພື່ອປະ
ກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/01/2022