ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນ​​ໂທ ສຸ​ວອນ ​ເລືອ​ງບຸນ​ມີ ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ​ເມືອງ ສຳພັນ ​ແຂວງ ຜົ້ງ​ສາລີ


     ໃນວັນທີ 20 ກຸມພາ ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ
ພ້ອມດ້ວຍຄະນະໄດ້ ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມການນຳເມືອງ ສຳພັນ ແຂວງ ຜົ້ງສາລີ, ໂດຍການ ເປັນກຽດຕ້ອນຮັບຂອງທ່ານ ສົມຈິດ ຮັບລະກອນ ກຳ
ມະການພັກແຂວງ, ເລຂາພັກເມືອງ, ເຈົ້າໆເມືອງ ສຳພັນ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ. ທ່ານ ສົມຈິດ ຮັບລະກອນ ເລຂາພັກເມືອງໆ, ເມືອງ ສຳພັນ ກໍໄດ້ຂຶ້ນລາຍ
ງານໂດຍຫຍໍ້ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະທີ່ຜ່ານມາ. ເຊິ່ງເມືອງ ສຳພັນ ເປັນເມືອງໜຶ່ງທີ່ຈັດຢູ່ສາມເມືອງໃຕ້ຂອງແຂວງ ຜົ້ງສາລີ ເຊິ່ງມີໄລຍະ
ຫ່າງຈາກເທສະບານແຂວງ 257 ກິໂລແມັດ, ເຊິ່ງເມືອງ ສຳພັນ ຂອງພວກເຮົາມີເຂດຜະລິດເຊຶ່ອມ ໂຍງກັນ 4 ເມືອງຄື: ເມືອງຜົ້ງ ສາລີ, ເມືອງ ຂົວ, ເມືອງ ບຸນໃຕ້ ແລະ
ເມືອງ ໃໝ່, ມີຊາຍແດນຕິດກັບເມືອງ ນາໂປ່ ແຂວງ ດຽນວຽນ ສສ ຫວຽດນາມ, ມີໄລຍະຫ່າງຈາກຊາຍແດນ 30 ກິໂລແມັດ, ເມືອງ ສຳພັນ ແມ່ນເປັນເຂດພູດອຍ
100%, ສະເພາະເມືອງຂອງພວກເຮົາເປັນເມືອງຕັ້ງຢູ່ຂອບເຂດຍຸດທະສາດການເມືອງ, ການທະຫານກໍ່ເປັນເຂດໜຶ່ງທີ່ຈະຕ້ອງໄດ້ສຸມໃສ່ໃນການພັດທະນາເສດຖະກິດສັງ
ຄົມ ເພາະເມືອງໃນຂົງເຂດນີ້ ມີຂອບເຂດຕິດກັບຊາຍແດນມີການຈັດສັນ ເຂດປົກຄອງ 10 ກຸ່ມບ້ານ, ມີ 63 ບ້ານ, ມີພົນລະເມືອງ 26 ພັນຄົນ, ອາຊີບຕົ້ນຕໍຂອງປະຊາ
ຊົນແມ່ນເຮັດກະສິກຳແບບປະສົມປະສານ ແລະ ຍັງບໍ່ມີອາຊີບທີ່ໜັ້ນຄົງ, ມີຄອບຄົວພົ້ນທຸກ 387 ຄອບຄົວເທົ່ານັ້ນ, ສຳລັບບ້ານຍັງທຸກຍາກຢູ່ພາຍໃນເມືອງພື້ນຖານໂຄງ
ລາງແມ່ນຍັງມີຄວາມຫຍຸ້ງຍາກຖະໜົນຫົນທາງຍັງບໍ່ສະດວກ, ພາຍໃນບ້ານຍັງຂາດໄຟຟ້າຊົມໃຊ້ ແລະ ປະຊາຊົນຍັງບໍ່ມີອາຊີບທີ່ໜັ້ນຄົງ, ສະເພາະເສດຖະກິດມີການຂະ
ຫຍາຍຢູ່ສະເພາະໃນປີ 2019 ພຽງ 8,22%, ຜ່ານມາ ສະເລ່ຍຍອດລາຍຮັບໃສ່ຫົວຄົນບັນລຸ 8,72 ໂດລາ ລາຍຮັບຈາກການລ້ຽງສັດ.

     ໂອກາດດຽວກັນນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ຍັງໄດ້ລົງຊຸກຍູ້ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບ ກອງຮ້ອຍ
ທະຫານຊາຍແດນ 115 ຕື່ມອີກ.