ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 661 ເປີດການເຝິກອົບຮົມ-ຫັດແອບການເມືອງ,
ການທະຫານ, ພະລາທິການ, ເຕັກນິກ


ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 24 ກຸມພາ 2021 ນີ້, ກອງພັນໃຫຍ່ 661 ໄດ້ເປີດການເຝິກອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກປະຈໍາປີ
2021 ແລະ ອົບຮົມທະຫານໃໝ່ຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາກົມ, ກອງພັນໃຫຍ່, 5 ພະແນກການ, ກອງພັນນ້ອຍທີ່ຂຶ້ນກັບຕະຫຼອດຮອດພະ
ນັກງານນັກຮົບ ແລະ ທະຫານໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມຊາຍ ຈັນທີຍາວົງ ຫົວໜ້າພະແນກເສນາກອງພັນໃຫຍ່ 661 ໄດ້ຂຶ້ນຜ່ານແຜນການອົບຮົມ-ຫັດແອບ ໃຫ້ຮູ້ວ່າ: ອີງຕາມຄໍາ
ສັ່ງແນະນໍາຂອງກົມອົບຮົມວ່າດ້ວຍການອົບຮົມ-ຫັດແອບ ປັບປຸງລະບຽບແບບແຜນເຝິກຝົນກໍາລັງກາຍ ປະຈໍາປີ 2021, ຕາມຄໍາສັ່ງແນະນໍາຂອງກົມລົດ
ຕັງ-ຍານເກາະວ່າ ດ້ວຍການອົບຮົມ-ຫັດແອບ ວິຊາສະເພາະເຫຼົ່າຮົບ, ປັບປຸງລະບຽບແບບແຜນ ແລະ ເຝິກຝົນຫຼໍ່ຫຼອມກໍາລັງແຮງກາຍ ໃຫ້ແກ່ພະນັກງານ-
ນັກຮົບພາຍໃນກົມກອງ ໃຫ້ມີລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ຂອງເຫຼົ່າຮົບລົດຕັງ-ຍານເກາະ ໃຫ້ນາຍ ແລະ ພົນທະຫານ ໃນກົມ
ກອງທັງເປັນການກໍ່ສ້າງປັບປຸງລະບຽບແບບແຜນໄປຄຽງຄູ່ກັບການເຄື່ອນໄຫວວຽກງານກີລາກາຍຍະກໍາ ໃຫ້ຕໍ່ເນື່ອງເປັນຂະບວນການຟົດຟື້ນ ເຊິ່ງໃນ
ການເຝິກອົບຮົມ-ຫັດແອບຄັ້ງນີ້ພະນັກງານ-ນັກຮົບ ແຕ່ລະສະຫາຍ ແມ່ນຈະໄດ້ຮຽນຮູ້ທາງດ້ານວິຊາສະເພາະຄື: ສິລະປະຍຸດລົດຕັງ-ຫຸ້ມເກາະ, ອົບຮົມຍຸດ
ທະວິທີລົດຕັງ-ຍານເກາະ, ວິຊາຂັບຂີ່ລົດສູ້ຮົບ, ສື່ສານລົດສູ້ຮົບ, ເຕັກນິກ-ບົວລະບັດລົດສູ້ຮົບ ແລະ ອົບຮົມວິຊາລວມຄື: ລະບຽບຂໍ້ກໍານົດ ແລະ ຮູບ
ແຖວກີລາການທະຫານ, ຍຸດທະສິນທະຫານຮາບ, ຍຸດທະວິທີທະຫານຮາບ, ຄວາມຮູ້ພື້ນຖານຂອງບັນດາເຫຼົ່າຮົບ, ວິຊາຊ່າງແສງ, ວິຊາເຄມີ, ເຕັກນິກ
ລົດໂອໂຕ, ວິຊາການເມືອງ, ວຽກງານພະລາທິການ, ເພື່ອເຮັດໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍ ກໍາໄດ້ບົດຮຽນທິດສະດີຫຼັກການ ແລະ ພາກປະຕິບັດ
ຕົວຈິງຂອງແຕ່ລະວິຊາ ໃຫ້ມີຄຸນນະພາບສູງເຂົ້າໃນພຶດຕິກໍາຕົວຈິງໃນການປະຕິບັດຫັດແອບຍິງລູກປືນແທ້ເທິງລົດຕັງ-ລົດຫຸ້ມເກາະ ແລະ ປືນລາບໃຫ້
ໄດ້ຮັບຜົນສູງ, ມີຄວາມປອດໄພ 100 %. ເພື່ອຮັບປະກັນໃຫ້ແກ່ວຽກງານກຽມພ້ອມສູ້ຮົບ ແລະ ເຮັດຫນ້າທີ່ເຄື່ອນໄຫວສູ້ຮົບໃຫ້ໄດ້ດີ, ໃນການເຝິກ
ອົບຮົມ-ຫັດແອບ ຄັ້ງນີ້ແມ່ນໃຊ້ເວລາ 160 ວັນ ໃນນີ້ມີພະນັກງານເຂົ້າອົບຮົມທັງໝົດ 849 ສະຫາຍ ແລະ ການເຝິກອົບຮົມທະຫານໃໝ່ ນັ້ນແມ່ນຈະ
ໄດ້ຮຽນຮູ້ກ່ຽວກັບພື້ນຖານ ຫຼັກການຕ່າງໆ ເປັນຕົນແມ່ນພາກການທະຫານ, ພາກການເມືອງ, ພະລາທິການ ແລະ ເຕັກນິກ ເຊິ່ງຈະໃຊ້ເວລາເຝິກອົບຮົມ
90 ວັນ.