ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການນຳພັກ-ລັດວາງພວງມາລາລະນຶກວັນສ້າງຕັ້ງພັກ
ປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ


ການນຳພັກ-ລັດວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມດາວແດງ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ

     ເນື່ອງໃນໂອກາດລະນຶກວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ ( 22-ມີນາ 1955-22 ມີນາ 2019 ) ໃນວັນທີ 22 ມີນາ 2019, ການນຳພັກ-ລັດ
ໄດ້ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມດາວແດງ, ອະນຸສອນສະຖານປະທານ ໄກສອນ ພົມວິຫານ ໂດຍມີຄະນະບໍລິຫານງານສູນກາງພັກນຳໂດຍສະຫາຍ
ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ຄະນະລັດຖະບານນຳໂດຍ ສະຫາຍ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ, ຄະນະສູນກາງແນວລາວສ້າງຊາດ+ອົງການຈັດຕັ້ງມະຫາຊົນນຳໂດຍສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ
ສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະ, ນະຄອນຫຼວງວຽງຈັນນຳໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເຈົ້າ
ຄອງນະຄອນຫຼວງວຽງຈັນ, ຄະນະສະພາແຫ່ງຊາດນຳໂດຍສະຫາຍ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຄະນະກະຊວງ
ປ້ອງກັນຄວາມສະຫງົບນຳໂດຍສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຄະນະກະຊວງປ້ອງກັນປະເທດ
ນຳໂດຍສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

     ການວາງພວງມາລາໃນຄັ້ງນີ້ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ເດັດດ່ຽວຢ່າງພິລະອາດຫານ
ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ ເຊິ່ງຄຸນງາມ
ຄວາມດີ ແລະ ຜົນງານອັນໃຫຍ່ຫຼວງດັ່ງກ່າວແມ່ນໄດ້ຖືກຈາລຶກໄວ້ໃນປະຫວັດສາດ ແລະ ຊີວິດຈິດໃຈຂອງທົ່ວປວງຊົນລາວທັງຊາດຕະຫຼອດກາລະນານ.