ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະເຫຼີມສະຫຼອງວັນຊ່ຽວຊານ ປ້ອງກັນຄວາມສະຫງົບ
ຫວຽດນາມ ປະຈໍາ ສປປ
ລາວ ຄົບຮອບ 60 ປີ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ພິທີສະເຫຼີມສະຫຼອງວັນຊ່ຽວຊານ ປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາ ສປປ ລາວ ຄົບຮອບ 60 ປີ ( 22 ມີນາ 1961- 22 ມີນາ 2021)
ໄດ້ຈັດຂຶ້ນໃນວັນທີ 24 ມີນາ 2021, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງ
ນາຍົກ ລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ເອກອັກຄະລັດຖະທູດວິສາ
ມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີອະດີດລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

     ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນ ຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກ່າວປາໄສ
ວ່າ: ສປປ ລາວ ແລະ ສສ ຫວຽດນາມ ໄດ້ຖືກກົດຂີ່ຂູດຮີດຈາກພວກຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ແບບໃໝ່, ປະຊາຊົນສອງຊາດຕົກໃນຊາຕາ
ກໍາດຽວກັນ ແລະ ຄຽງບ່າຄຽງໄຫຼ່ຕໍ່ສູ້ຕ້ານຈັກກະພັດໂຕດຽວກັນ; ໃນປີ 1961 ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ສົ່ງຫນ່ວຍປະຕິບັດງານ
ມາຊ່ວຍ ສປປ ລາວ ເອີ້ນວ່າ: “ ໜ່ວຍຊ່ຽວຊານປ້ອງກັນຄວາມສະຫງົບ ”.ຈາກນັ້ນ, ກໍໄດ້ປະກອບຊ່ຽວຊານຕື່ມອີກຈໍານວນໜຶ່ງ. ໃນໄລຍະນີ້ຊ່ຽວຊານ
ປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ຄົ້ນຄວ້າຊ່ວຍສູນກາງພັກປະຊາຊົນລາວ ທາງດ້ານວຽກງານປ້ອງກັນຄວາມສະຫງົບ ຮັບໃຊ້ໃຫ້ແກ່ການຕໍ່ສູ້ປົດ
ປ່ອຍຊາດ. ໃນເບື້ອງຕົ້ນກໍາລັງປ້ອງກັນຄວາມສະຫງົບລາວ ມີພຽງຢູ່ 2 ແຂວງ ເຕົ້າໂຮມແຕ່ຍ້ອນການອູ້ມຊູຊ່ວຍເຫຼືອຈາກກໍາລັງຊ່ຽວຊານ ຫວຽດນາມ
ກໍາລັງປ້ອງກັນຄວາມສະຫົງບລາວໄດ້ເຕີບໃຫຍ່ ແລະ ເຮັດໜ້າທີ່ ຮັບໃຊ້ຊາດ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດ ໄດ້ຢ່າງສົມບູນ. ກໍາລັງຊ່ຽວຊານ
ຫວຽດນາມ ໄດ້ຊ່ວຍສ້າງພະນັກງານຂອງກໍາລັງປ້ອງກັນຄວາມສະຫງົບລາວໃນເວລານັ້ນກວມ 75%.

     ຕະຫຼອດໄລຍະ 60 ປີທີ່ຜ່ານມາ, ການກໍາເນີດ ແລະ ເຕີບໃຫຍ່ຂອງຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ແມ່ນມີຄວາມໝາຍ
ຄວາມສໍາຄັນທີ່ສຸດ, ໄດ້ປະກອບສ່ວນຢັ້ງຢືນເຖິງປະຫວັດສາດ ການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ
ນາມ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ສະເໝີຕົ້ນສະເໝີປາຍປະກອບ
ສ່ວນອັນສໍາຄັນເຂົ້າໃນການ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ອັນສະຫນິດສະຫນົມບໍ່ມີວັນຈືດຈາງ ໂດຍໄດ້ຮັບການຫຼໍ່ຫຼອມຜ່ານຕົວຈິງຈາກເຫື່ອແຮງ
ເລືອດເນື້ອຂອງບັນດາ ພະນັກງານ-ນັກຮົບ ວີລະຊົນ, ດ້ວຍຄວາມສູ້ຊົນ ແລະ ເສຍສະຫຼະຂອງຫຼາຍຮຸ່ນຄົນທັງ ຫວຽດນາມ ແລະ ລາວ ພ້ອມກັນຕໍ່ສູ້ກັບ
ສັດຕູຕົວດຽວກັນ ເພື່ອຍາດເອົາເອກະລາດ, ເສລີພາບມາໃຫ້ແຕ່ລະຊາດ, ການພົວພັນ ລາວ-ຫວຽດນາມ ໄດ້ກາຍເປັນຕົ້ນແບບຂອງການພົວພັນສາກົນ
ສັດຊື່ບໍລິສຸດ, ຜ່ອງໃສເປັນເຫງົ້າພະລັງ ແລະ ເປັນປັດໄຈທີ່ຮັບປະກັນໄຊຊະນະໃນພາລະກິດປະຕິວັດຂອງສອງ​ປະ​ເທດພວກເຮົາ.

     ສະຫາຍ ພົນໂທ ວິໄລ ຫຼ້າຄໍາຟອງ ກ່າວຕື່ມວ່າ: ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວນີ້, ຂ້າພະເຈົ້າຕາງໜ້າໃຫ້ພັກ-ລັດ ແລະ ກໍາລັງປ້ອງກັນຄວາມສະ
ຫງົບ ຂໍສະແດງຄວາມຮູ້ບຸນຄຸນຢ່າງຈິງໃຈຕໍ່ພັກ-ລັດ ແລະ ປະຊາຊົນ ຫວຽດນາມ ພິເສດແມ່ນຕໍ່ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ພະນັກງານ
ປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ມາເຮັດໜ້າທີ່ປະຈໍາຢູ່ລາວ ທີ່ໃຫ້ການສະຫນັບສະຫນູນຊ່ວຍເຫຼືອຕະຫຼອດ 60 ປີ ທີ່ຜ່ານມາ.

     ໂອກາດດັ່ງກ່າວ, ສະຫາຍ ຫງວຽນ ບາ ຮຸງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາລາວ ໄດ້ກ່າວຊົມເຊີຍ ວ່າ:
ຕະຫຼອດໄລຍະ 60 ປີ ທີ່ຜ່ານມາ, ພະນັກງານຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ໄດ້ ມີການປະກອບສ່ວນສໍາຄັນເຂົ້າໃນຜົນງານ
ລວມຂອງ ກະຊວງ ປ້ອງກັນຄວາມສະຫງົບ ຫວຽດນາມ, ໃນວຽກງານການຮ່ວມມືຮອບດ້ານລະຫວ່າງກໍາລັງປ້ອງກັນຄວາມສະຫງົບ ຫວຽດນາມ-ລາວ,
ຂ້າພະເຈົ້າຮູ້ວ່ານັບແຕ່ມື້ທໍາອິດ, ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ແຕ່ງຕັ້ງບັນດາພະນັກງານຊ່ຽວຊານທີ່ເກັ່ງ ແລະ ມີປະສົບການຫຼາຍມາ
ຊ່ວຍເພື່ອນລາວ, ບັນດາພະນັກງານຊ່ຽວຊານບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ, ລໍາບາກ ແລະ ພ້ອມທີ່ຈະເສຍສະຫຼະ, ຕັດສິນໃຈຂ້າມຜ່ານຄວາມທຸກຍາກ,
ລໍາບາກ, ຮັດແຫນ້ນການຮ່ວມມືກັບກໍາລັງປະກອບອາວຸດຂອງລາວ ແລະ ຫຼາຍຂົງເຂດການຮ່ວມມືເພື່ອ ກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບລາວ ນັບມື້
ນັບເຕີບໃຫຍ່ເຂັ້ມແຂງ, ມາຮອດປັດຈຸບັນການຮ່ວມມືຮອບດ້ານລະຫວ່າງ ກໍາລັງປ້ອງກັນຄວາມສະຫງົບສອງປະເທດ, ນັບມື້ກ້າວເຂົ້າສູ່ລວງເລິກ, ນໍາມາ
ເຊິ່ງຜົນສໍາເລັດຢ່າງມີປະສິດທິຜົນ.

     ໃນຕໍ່ໜ້ານີ້, ຂ້າພະເຈົ້າຫວັງວ່າ ກໍາລັງປ້ອງກັນຄວາມສະຫງົບສອງປະເທດ ຈະສືບຕໍ່ຮ່ວມມືໃຫ້ຫຼາຍຂຶ້ນກວ່າເກົ່າໃນທຸກຂົງເຂດວຽກງານປ້ອງກັນ
ຄວາມສະຫງົບ, ໂດຍສະເພາະການຮ່ວມມືວຽກງານກໍ່ສ້າງກໍາລັງ, ວຽກງານຈັດຕັ້ງກໍາລັງ, ການຊ່ວຍເຫຼືອດ້ານອຸປະກອນເຕັກນິກວິຊາສະເພາະ ຮັບໃຊ້ເຂົ້າ
ໃນວຽກງານຮັບປະກັນຄວາມສະຫງົບຂອງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢູ່ແຕ່ລະປະເທດ ພ້ອມຈະໃຫ້ການຊ່ວຍເຫຼືອ ແລະ ສ້າງ
ເງື່ອນໄຂອໍານວຍຄວາມສະດວກ ເພື່ອໃຫ້ອົງການຜູ້ຕາງໜ້າ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ປະຈໍາລາວ ເຮັດສໍາເລັດທຸກໜ້າທີ່ຂອງຕົນ, ເປັນ
ຂົວຕໍ່ໃນການປະຕິບັດບັນດາແຜນການ ຮ່ວມມືລະຫວ່າງສອງກໍາລັງປ້ອງກັນຄວາມສະຫງົບ, ປະກອບສ່ວນສ້າງປະຫວັດສາດໜ້າໃໝ່ ທີ່ອົງອາດກ້າຫານ
ກ່ຽວກັບຄວາມສາມັກຄີແບບພິເສດ ແລະ ການຮ່ວມສໍາພັນສູ້ຮົບໜຽວແໜ້ນລະຫວ່າງກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນ ຫວຽດນາມ ແລະ ກໍາລັງ
ປ້ອງກັນຄວາມສະຫງົບປະຊາຊົນລາວ ເພື່ອຊີວິດການເປັນຢູ່ ເພື່ອຄວາມສຸກຂອງປະຊາຊົນສອງປະເທດ.

     ສະຫາຍ ຫງວຽນ ບາ ຮຸງ ໄດ້ ຕາງໜ້າໃຫ້ພະນັກງານທົ່ວສະຖານທູດ ຫວຽດນາມ, ບັນດາພະນັກງານປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ກໍາລັງ
ປະຕິບັດໜ້າທີ່ຢູ່ລາວກ່າວສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ການສະໜັບສະຫນູນ, ຊ່ວຍເຫຼືອຊ່ຽວຊານປ້ອງ
ກັນຄວາມສະຫງົບຫວຽດນາມ ໃນແຕ່ລະໄລຍະ, ພິເສດຂໍສະແດງຄວາມຂອບໃຈມາຍັງກໍາລັງປ້ອງກັນຄວາມສະຫງົບລາວອ້າຍນ້ອງຍາມໃດ ກໍຄຽງບ່າ
ຄຽງໄຫຼ່ ຮ່ວມກັບຊ່ຽວຊານປ້ອງກັນຄວາມສະຫງົບ ຫວຽດນາມ ຜ່ານຜ່າຄວາມ ຫຍຸ້ງຍາກ, ລໍາບາກຕະຫຼອດໄລຍະເວລາຜ່ານມາ, ເພື່ອພ້ອມກັນເຮັດສໍາ
ເລັດໜ້າທີ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ ຂອງສອງປະເທດ, ເພື່ອຊີວິດການເປັນຢູ່ທີ່ສະຫງົບ, ເພື່ອຄວາມຜາສຸກ
ຂອງປະຊາຊົນສອງຊາດ ຫວຽດນາມ-ລາວ.