ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປຶກສາຫາລືຜ່ານຮ່າງແຜນການ
ແລະ ງົບປະມານການກະກຽມຮັບໃຊ້ວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

     ໃນວັນທີ 24 ເມສາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລືຜ່ານຮ່າງແຜນການ ແລະງົບປະມານການກະ
ກຽມ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ສຸວອນ
ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຫົວໜ້າກົມ, ຮອງ
ກົມ ແລະພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເປັນປະທານກອງປະຊຸມປຶກສາຫາລືຜ່ານຮ່າງແຜນການ
ແລະງົບປະມານການກະກຽມຮັບໃຊ້ວັນສ້າງຕັ້ງກອງທັບ ຄົບຮອບ 70 ປ

     ພັນເອກ ຄຳປ່ຽວ ພິມມະສອນ ຫົວໜ້າກົມອົບຮົມກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຮ່າງແຜນການຈັດຕັ້ງປະຕິບັດກະກຽມຮັບໃຊ້ໃຫ້ແກ່
ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້, ເນື້ອໃນແຜນການແຕ່ລະໜ້າວຽກທີ່ຈະຕ້ອງໄດ້ປະຕິບັດຄື: ການ
ຫັດແອບເດີນສວນສະໜາມຂອງບັນດາເຫຼົ່າຮົບມີຈຳນວນ 15 ກ້ອນ, ນັບທັງກ້ອນແກວົງ, ກ້ອນປັກຫຼັກ, ສ່ວນກ້ອນຕົວຈິງ ມີ 13 ກ້ອນ, ກ້ອນສະໜັບ
ສະໜູນຂອງມະຫາຊົນ, ໝາຍເຖິງແມ່ຍິງ-ຊາວໜຸ່ມ, ກຳມະບານ, ກ້ອນຢືນມວນຊົນ, ມີນາຍທະຫານ ແລະນາຍຕຳຫຼວດ, ກຳນົດເຝິກແອບ ແລະຊ້ອມຕົວ
ຈິງ ເລີ່ມຕົ້ນແມ່ນເດືອນກັນຍາ-ເດືອນພະຈິກ 2018, ການຫັດແອບລວມ ຫຼື ປະສານເດືອນທັນວາ-ເດືອນມັງກອນ 2019, ສະຖານທີ່ການສະແດງຫັດ
ແອບປະສານແມ່ນວິທະຍາຄານກົມມະດຳ ຫຼື ກອງຍິງປຶນອາຊຽນ, ສະຖານທີ່ສະແດງຕົວຈິງແມ່ນນຳໃຊ້ເດີ່ນທາດຫຼວງ ຫຼື ວິທະຍາຄານກົມມະດຳ(ນ້ຳຊວງ) ຫຼັງຈາກນັ້ນ ຄະນະຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄວາມຄິດເຫັນໃສ່ຮ່າງແຜນການເນື້ອໃນໃຫ້ສົມບູນຄົບຖ້ວນ.

     ໂອກາດນີ້ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກ ແລະໃຫ້ທິດຊີ້ນຳໃສ່ຮ່າງແຜນການເນື້ອໃນກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງ
ທັບປະຊາຊົນລາວ ຄົບຮອບ 70 ປີ ແມ່ນເປັນການລະນຶກການກຳເນີດ ແລະເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວອັນເຕັມໄປດ້ວຍຜົນງານ
ແລະໄຊຊະນະ ມີລັກສະນະໂຄສະນາ ແລະປຸກລະດົມນໍ້າໃຈປະຕິວັດຮັກລະບອບໃໝ່ຂອງປວງຊົນລາວທັງຊາດ ຈຸດປະສົງຄາດໝາຍກໍເພື່ອເຮັດໃຫ້ປະຊາຊົນ
ລາວ ແລະຊາວຕ່າງປະເທດທີ່ເຂົ້າ ແລະຊົມການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວ
ແລະຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ກໍຄືຄະນະພັກກະຊວງປ້ອງກັນປະເທດເຂົ້າໃນການ
ເຮັດໜ້າທີ່ປົກປ້ອງລະບອບໃໝ່ ແລະປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ຫົວໜ້າກົມໃຫຍ່ເສນາທິການກອງທັບຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ພ້ອມກັນ
ສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ເກີດດອກອອກຜົນ ແລະມີຜົນສຳເລັດຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.