ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເປີດຊຸດອົບຮົມບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ໃຫ້ແກ່ພະນັກງານການນຳພັກ-ລັດ


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານພິທີເປີດຊຸດອົບຮົມບຳລຸງ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ພະນັກງານການນຳພັກ-ລັດ ຢູ່ ວປກ

     ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 31/ຄລສພ ລົງວັນທີ 22 ມີ ນາ 2018 ວ່າດ້ວຍການອະນຸມັດເປີດຊຸດບຳລຸງ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໄລຍະ 64 ວັນ, ຊຸດທີ 15 ຢູ່ທີ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ປະຕິບັດຕາມແຜນ
ການບໍາລຸງ-ກໍ່ສ້າງຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສົກຮຽນປີ 2017-2018 ເພື່ອເປັນການສືບຕໍ່ຜັນຂະຫຍາຍ ແລະ ປະຕິບັດແນວ
ທາງ ປກຊ-ປກສ ໃນໄລຍະໃໝ່ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວາງອອກໃຫ້ປາກົດຜົນເປັນຈິງ, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ
ແລະ ບັນດາຂົງເຂດວຽກງານອື່ນທີ່ມີການພົວພັນເຖິງວຽກງານ ປກຊ-ປກສ ໃນໄລຍະໃໝ່, ເພື່ອກຳແໜ້ນທັດສະນະ ແລະ ປະຕິບັດຕາມກົນໄກພັກນຳພາ
ລັດຄຸ້ມຄອງທາງດ້ານວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການປະຕິບັດມະຕິສາມສ້າງຂອງ
ກົມການເມືອງສູນກາງພັກ, ສ້າງທ່າສະໜາມປ້ອງກັນຊາດໃຫ້ໜັກແໜ້ນເຂັ້ມແຂງ, ເຊິ່ງພິທີເປີດຊຸດອົບຮົມບຳລຸງວຽກງານ ປກຊ-ປກສ ໃຫ້ແກ່ພະນັກງານ
ການນຳພັກ-ລັດໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ເມສາ 2018 ນີ້, ຢູ່ທີ່ ວປກ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ຈັນສະໝອນ ຈັນ
ຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ພະນັກງານການນຳພັກ-ລັດ
ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

     ພັນເອກ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມກໍ່ສ້າງ ວປກ ໃຫ້ຮູ້ວ່າ: ນັກສຶກສາການນຳພັກ-ລັດທີ່ເຂົ້າມາອົບຮົມບຳລຸງ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຊຸດທີ 15 ສົກຮຽນ 2017-2018 ນີ້ມີຈຳນວນ 30 ທ່ານ, ໃນນັ້ນມາຈາກສູນກາງ 22 ທ່ານ ແລະ ທ້ອງ
ຖິ່ນ 8 ທ່ານ. ການຈັດຕັ້ງການເຄື່ອນໄຫວຂອງນັກສຶກສາພະນັກງານພັກ-ລັດທີ່ເຂົ້າມາບຳລຸງໄດ້ຈັດຕັ້ງເປັນຫ້ອງຂຶ້ນກັບຄະນະຮັບຜິດຊອບນັກສຶກສາບຳ
ລຸງ, ພາຍໃຕ້ການຊີ້ນຳໂດຍກົງຂອງຄະນະພັກ-ຄະນະອຳນວຍການ ວປກ, ມີໜ້າທີ່ ແລະ ພັນທະເຂົ້າຮ່ວມໃນທຸກຂະບວນການຂອງວິທະຍາຄານເຊັ່ນ: ການ
ປະຕິບັດບັນດາຂໍ້ກຳນົດກົດລະບຽບ, ເຂົ້າຮ່ວມຂະບວນການກີລາ, ສິລະປະ-ວັນນະຄະດີຕາມເງື່ອນໄຂຄວາມສາມາດ. ຂຽນບົດຂ່າວສານວິທະຍາສາດ, ປະ
ກອບສ່ວນມີຄຳຄິດເຫັນຕໍ່ວິທະຍາຄານກຽ່ວກັບທິດທາງການປັບປຸງ-ກໍ່ສ້າງວິທະຍາຄານໃຫ້ນັບມື້ນັບເຂັ້ມແຂງທັນສະໄໝ ແລະ ອື່ນໆ.

     ໂອກາດດັ່ງກ່າວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະອຳນວຍການ, ພະນັກງານການນຳພັກ-ລັດ, ພະນັກງານທັງ
ໝົດທົ່ວ ວປກ ຈົ່ງພ້ອມກັນເອົາໃຈໃສ່ຕໍ່ວຽກງານການເມືອງນຳພາແນວຄິດຮັກສາຄຸນທາດການເມືອງ, ມີຄຸນສົມບັດສິນທຳປະຕິວັດ, ຕັ້ງໜ້າໃນການເຝິກ
ຝົນຫຼໍ່ຫຼອມຕົນເອງໃນການຄົ້ນຄວ້າຮໍ່າຮຽນທາງດ້ານທິດສະດີ ແລະ ພຶດຕິກຳໃນຂົງເຂດວຽກງານ ປກຊ-ປກສ ເພື່ອນໍາໄປຂະຫຍາຍໝູນໃຊ້ເຂົ້າໃນການປະ
ຕິບັດໜ້າທີ່ໃຫ້ມີປະສິດທິຜົນສູງ, ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຕາມຫຼັກການນຳພາຂອງພັກເສີມຂະຫຍາຍໄດ້ພາລະບົດບາດເປັນເສນາທິການ
ທາງດ້ານວຽກງານ ປກຊ-ປກສ ໃຫ້ແກ່ສູນກາງພັກ-ລັດ ຢູ່ແຕ່ລະຂັ້ນທັງຢູ່ສູນກາງ ແລະ ແຕ່ລະທ້ອງຖິ່ນໃຫ້ປາກົດຜົນເປັນຈິງ.