ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ສີສະຫວາດ ແກ້ວບຸນພັນ ເນັ້ນໃຫ້ຄະນະນຳແຂວງໄຊຍະບູລີ
ເອົາໃຈໃສ່ຕໍ່ວຽກງານ ປກຊ-ປກສ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ


ທ່ານ ສີສະຫວາດ ແກ້ວບຸນພັນ ຢ້ຽມຢາມແຂວງໄຊຍະບູລ

     ໃນລະຫວ່າງວັນທີ 22-23 ເມສາ 2019 ນີ້, ທ່ານ ສີສະຫວາດ ແກ້ວບຸນພັນ ອະດີດປະທານສູນກາງແນວລາວສ້າງຊາດ ໄດ້ຢ້ຽມຢາມແຂວງໄຊຍະບູລີ, ໂດຍໃຫ້
ກຽດຕ້ອນຮັບຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳທຸກຂັ້ນຂອງແຂວງຕ້ອນຮັບຢ່າງອົບອຸ່ນ.

     ໃນໂອກາດ ທ່ານ ສີສະຫວາດ ແກ້ວບຸນພັນ ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ທ່ານ ພົງສະຫວັນ ສິດທະວົງ ໄດ້ລາຍງານສະພາບພົ້ນເດັ່ນໃນການ
ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 1 ປີຜ່ານມາ ແລະ ວຽກຈຸດສຸມສໍາລັບປີ 2019. ປີ 2018 ຜ່ານມານີ້, ເສດຖະກິດຂອງແຂວງສືບຕໍ່ຂະ
ຫຍາຍຕົວໃນລະດັບ 8,7%, ລວມຍອດຜະລິດຕະພັນພາຍໃນບັນລຸ 9.555 ຕື້ກີບ, ສະເລ່ຍຕໍ່ຫົວຄົນເທົ່າກັບ 24,096 ລ້ານກີບ, ໂຄງປະກອບເສດຖະກິດໄດ້ຫັນປ່ຽນ
ໄປຕາມທິດທີ່ຕັ້ງໜ້າ, ຂະແໜງກະສິກຳ ແລະ ປ່າໄມ້ເພີ່ມຂຶ້ນ 3,3% ກວມ 30,4% ຂອງ (GDP); ຂະແໜງອຸດສາຫະກຳເພີ່ມຂຶ້ນ 11,6% ກວມເອົາ 30%; ການບໍລິ
ການເພີ່ມຂຶ້ນ 6,7% ກວມ 39,6% ຂອງ (GDP), ດ້ານລາຍຮັບເຂົ້າງົບປະມານລວມທັງພູດສູນກາງ ແລະ ທ້ອງຖິ່ນປະຕິບັດໄດ້ 863,30 ຕື້ກີບ, ເທົ່າກັບ 99,84%,
ໃນນີ້ພູດທ້ອງຖິ່ນປະຕິບັດໄດ້ 236,74 ຕື້ກີບ ເທົ່າກັບ 88,92% (ບໍ່ສາມາດບັນລຸແຜນການ), ແຕ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ຂະແໜງການກ່ຽວຂ້ອງກໍໄດ້
ມີຄວາມພະຍາຍາມເອົາໃຈໃສ່ທຽບໃສ່ຕົວເລກປະຕິບັດ ຜ່ານມາສາມາດປະຕິບັດໄດ້ລື່ນ 6,02%; ສໍາລັບລາຍຮັບປີ 2019 ຮອດປັດຈຸບັນປະຕິບັດໄດ້ 235,48 ຕື້ກີບ,
ເທົ່າກັບ 24,49%,ໃນນີ້ພູດສູນກາງປະຕິບັດໄດ້ 185,60 ຕື້ກິບ ເທົ່າກັບ 26,19%, ພູດທ້ອງຖິ່ນປະຕິບັດໄດ້ 49,88 ຕື້ກີບ ເທົ່າກັບ 19,70%, ປະຕິບັດລາຍຈ່າຍໄດ້
51,93 ຕື້ກີບ, ເທົ່າກັບ 9,47% ຂອງແຜນການປີ.

     ຕໍ່ກັບຜົນສຳເລັດດັ່ງກ່າວ, ທ່ານ ສີສະຫວາດ ແກ້ວບຸນພັນ ໄດ້ຍ້ອງຍໍຊົມເຊີຍຕໍ່ແຂວງໄຊຍະບູລີ ແລະ ໄດ້ເນັ້ນໜັກໃຫ້ຄະນະນຳຂອງແຂວງທຸກຂັ້ນຈົ່ງເອົາໃຈໃສ່ຕໍ່
ວຽກງານ ປກຊ-ປກສ ລົງສູ່ຮາກຖານປະຊາຊົນ, ເພື່ອເຜີຍແຜ່ວຽກງານດັ່ງກ່າວໃຫ້ປະຊາຊົນໃຫ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານ ປກຊ-ປກສ, ພ້ອມກັນ
ເປັນຫູເປັນຕາປ້ອງກັນບໍ່ໃຫ້ກຸ່ມຄົນບໍ່ດີເຂົ້າມາປັ່ນປ່ວນໄດ້, ເພື່ອຮັກສາໄດ້ຄວາມສາມັກຄີໃຫ້ເປັນນໍ້າໜຶ່ງໃຈດຽວ, ພ້ອມນັ້ນກໍເອົາໃຈໃສ່ປັບປຸງກໍ່ສ້າງພັກໃຫ້ປອດໃສ,
ເຂັ້ມແຂງ, ໜັກແໜ້ນ ເພື່ອຊີ້ນຳ-ນຳພາວຽກງານສ້າງເສດຖະກິດ-ສັງຄົມຂອງແຂວງໃຫ້ເຂັ້ມແຂງດ້ວຍການສົ່ງເສີມປະຊາຊົນບັນດາເຜົ່າເຮັດການຜະລິດເປັນສິນຄ້າສົ່ງ
ອອກຕ່າງປະເທດໃຫ້ຫຼາຍ, ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຮັ່ງມີຂຶ້ນເລື້ອຍໆ, ຕອນທ້າຍທ່ານຍັງເນັ້ນຕື່ມວ່າ: ຄະນະນຳແຂວງສຸມໃສ່ວຽກງານການກະ
ກຽມດໍາເນີນກອງປະຊຸມ 3 ຂັ້ນໃຫ້ໄດ້ຮັບຜົນສໍາເລັດ, ເລືອກໃຫ້ໄດ້ບຸກຄະລາກອນທີ່ດີ, ມີຄວາມຮູ້ ແລະ ປະສົບການເພື່ອປະກອບເຂົ້າໃນວຽກງານນຳພາຢູ່ແຕ່ລະຂົງເຂດ
ວຽກງານ, ຈາກນັ້ນ ທ່ານເຈົ້າແຂວງໄດ້ນໍາພາຄະນະຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ໄປຢ້ຽມຊົມໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງ ແລະ ຈັດພິທີບາ
ສີສູ່ຂວັນໃຫ້ທ່ານ ແລະ ຄະນະຕື່ມອີກ.