ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນກອງພົນທີ 3 ສຳເລັດການຢ້ຽມຢາມ ແລະ ເຮັດວຽກ
ຢູ່ກອງພົນນ້ອຍ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ

     ເນື່ອງໃນໂອກາດລະນຶກວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 127 ປີນີ້, ໃນລະຫວ່າງວັນທີ 18-21 ພຶດສະພາ 2017 ຜ່ານມານີ້, ຄະ
ນະຜູ້ແທນກອງພົນທີ 3 ກອງທັບປະຊາຊົນລາວ ນຳໂດຍ ພັນເອກ ບຸນເຈື້ອ ຕຽນແສງດາວ ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າການເມືອງກອງ
ພົນທີ 3 ເດີນທາງໄປຮ່ວມກອງປະຊຸມສະຫຼຸບຖອດຖອນບົດຮຽນປະຈຳປີຢູ່ກອງພົນນ້ອຍ 82 ທະຫານເຂດ II ກອງທັບປະຊົນຫວຽດນາມ, ຢູ່ທີ່ແຂວງ
ດ່ຽນບ່ຽນຝູ ສ.ສ ຫວຽດນາມ ຄະນະໄດ້ຖືກຕ້ອນຮັບຢ່າງອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ, ຄວາມຮັກແພງອັນສະໜິດສະໜົມຈາກສະຫາຍ
ພົນຈັດຕະວາ ຫວູ ເຊີນ ຮວ່າງ ຮອງຫົວໜ້າກົມການເມືອງທະຫານເຂດ II ກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນໂທ ຫງວຽນ ວັນ ດົງ, ຮອງ
ເລຂາຄະນະພັກ, ຫົວໜ້າກອງພົນນ້ອຍ 82 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບ
ໃນທົ່ວກົມກອງເຂົ້າຮ່ວມຕ້ອນຮັບ.


ພັນເອກ ບຸນເຈື້ອ ຕຽນແສງດາວ ສຳເລັດການຢ້ຽມຢາມ ແລະ ເຮັດວຽກ
ຢູ່ ກອງພົນນ້ອຍ 82 ທະຫານເຂດ 2 ກອງທັບປະຊາຊົນຫວຽດນາມ

     ຢູ່ແຂວງດ່ຽນບ່ຽນຝູຄະນະຜູ້ແທນກອງພົນທີ 3 ກອງທັບປະຊົນລາວ ໄດ້ໄປວາງພວງມາລາອະນຸສາວະ ລີນັກຮົບນິລະນາມຂອງແຂວງດ່ຽນບ່ຽນຝູ ເຊິ່ງ
ເປັນບ່ອນເຕົ້າໂຮມອັດຖິນັກຮົບອາສາສະໝັກຫວຽດນາມທີ່ໄປເຮັດໜ້າທີ່ສາກົນຢູ່ລາວໃນປາງສົງຄາມ, ຈາກນັ້ນຄະນະໄປຢ້ຽມຢາມ ແລະ ທັດສະນະສຶກ
ສາສະຖານທີ່ຮ່ອງຮອຍປະຫວັດສາດທີ່ເປັນສະໜາມສູ້ຮົບໃນ ບັ້ນຮົບ ດ້ຽນ ບຽນ ຝູ ແລະ ຫໍພິພິທະພັນບັ້ນຮົບ ດ້ຽນ ບຽນ ຝູ ຕື່ມອີກ.

     ຈາກນັ້ນຄະນະຜູ້ແທນກອງພົນທີ 3 ໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເປັນທາງການກັບຄະນະຜູ້ແທນກອງພົນນ້ອຍ 82 ທະຫານ
ເຂດ II ກອງທັບປະຊາຊົນຫວຽດນາມ ນຳໂດຍສະຫາຍ ພັນໂທ ຫງວນ ວັນ ດົງ ຮອງເລຂາຄະນະພັກ, ຫົວໜ້າກອງພົນນ້ອຍ 82 ທະຫານເຂດ II ກອງ
ທັບປະຊາຊົນຫວຽດນາມ. ທັງສອງຝ່າຍໄດ້ລາຍງານສະພາບ ໂດຍສະເພາະແມ່ນໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຂອບເຂດ
ກົມກອງຮັບຜິດຊອບ ແລະ ວຽກງານປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງວຽກງານພະລາ ທິການ-ເຕັກນິກແລະອື່ນໆ.

     ຈາກນັ້ນທັງສອງຝ່າຍກໍໄດ້ພ້ອມກັນລົງນາມໃນບົດບັນທຶກສືບຕໍ່ການພົວພັນສ້າງກິດຈະກຳແຮກສ່ຽວ ໂດຍກຳນົດເອົາປີລະ 1 ຄັ້ງພັດປ່ຽນກັນເປັນ
ເຈົ້າ. ເນື້ອໃນພື້ນຖານແມ່ນການຈັດຕັ້ງຖອດຖອນບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງກໍ່ສ້າງກຳ
ລັງ, ສ້າງພັກ, ສ້າງພະນັກ ງານການກໍ່ສ້າງກົມກອງວັດທະນະທຳ, ວຽກງານເພີມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ
ແລະ ວຽກງານອື່ນໆ, ບົນພື້ນຖານຂໍ້ຕົກລົງຂອງສອງກະຊວງປ້ອງກັນປະເທດ, ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ,
ຮ່ວມສຳພັນສູ້ຮົບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ໝັ້ນຄົງທະນົງ
ແກ່ນເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງກອງພົນທີ 3 ກອງທັບປະຊາຊົນລາວກັບກອງພົນນ້ອຍ 82 ທະຫານເຂດ II ກອງທັບປະຊາຊົນຫວຽດນາມ
ໃຫ້ນັບມື້ກ້າວສູ່ຄຸນນະພາບໃໝ່ ແລະ ແໜ້ນແຟ້ນຕະຫຼອດໄປ.