ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ-ຍີ່ປຸ່ນ ພົບປະສອງຝ່າຍຮ່ວມແກ້ໄຂບັນຫາລະເບີດບໍ່ທັນແຕກ

     ກອງປະຊຸມພົບປະ ລາວ-ຍີ່ປຸ່ນ ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດບໍ່ທັນແຕກໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ອາ
ຊຽນບວກຈັດຂຶ້ນໃນວັນທີ 23 ພຶດສະພາ 2017 ນີ້, ຢູ່ນະຄອນຫຼວງວຽງຈັນ, ໂດຍຝ່າຍລາວນຳໂດຍ ພັນເອກ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມ
ພົວພັນຕ່າງປະເທດ ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນຂອງ ສປປ ລາວ ແລະ ຝ່າຍ ຍີ່ປຸ່ນ ນຳໂດຍ ທ່ານ ນາງ ມິຊູໂກະ
ຮາຢາຊິ ຫົວໜ້າພະແນກພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະນັກວິຊາການທັງສອງຝ່າຍເຂົ້າຮ່ວມ.


ພັນເອກ ໄພວັນ ຈັນທະພົມມາ ເຂົ້າຮ່ວມກອງປະຊຸມພົບປະລາວ-ຍີ່ປຸ່ນ ໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດບໍ່ທັນແຕກ

     ການພົບປະສອງຝ່າຍລາວ-ຍີ່ປຸ່ນໃນຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ແຜນການຮ່ວມມືສອງຝ່າຍລາວ-ຍີ່ປຸ່ນກ່ຽວກັບວຽກງານເກັບກູ້ລະ
ເບີດບໍ່ທັນແຕກ ເພື່ອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ເຊິ່ງເປັນວຽກງານໜຶ່ງທີ່ນອນຢູ່ໃນການຮ່ວມມືລະຫວ່າງອາຊຽນ-ຍີ່ປຸ່ນ ພາຍໃຕ້ຄຳຂວັນ
ວິໄສທັດວຽງຈັນ, ເຊິ່ງໄດ້ປຶກສາຫາລືກັນໃນກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ຍີ່ປຸ່ນໃນເດືອນພະຈິກປີ 2016 ຜ່ານມາທີ່
ສປປ ລາວ. ນອກນັ້ນກອງປະຊຸມພົບປະຄັ້ງນີ້ ຄະນະນັກວິຊາການສອງຝ່າຍຍັງໄດ້ແລກປ່ຽນບົດຮຽນ ແລະ ການປະຕິບັດງານທີ່ດີໃນການເກັບກູ້ລະເບີດ
ບໍ່ທັນແຕກເພື່ອມະນຸດສະທຳ.