ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກົມໃຫຍ່ພະລາທິການກອງທັບສຳເລັດກອງ​ປະຊຸມ​ໃຫ່ຍຜູ້​ແທນ​ຄັ້ງ​ທີ VI

.
ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ

     ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 22 ພຶດສະພາ 2020 ນີ້, ພາຍ
ຫຼັງທີ່ໄດ້ດຳເນີນມາເປັນເວລາ 1 ວັນ, ໂດຍການ ເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ
ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານປະຕິວັດອາວຸໂສບຳນານ, ບັນດາສະຫາຍ ຄະນະ
ພັກກົມໃຫຍ່ພະລາທິການ ແລະ ຜູ້ແທນສົມບູນທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງການກົມໃຫຍ່ພະລາທິການກອງທັບເຂົ້າຮ່ວມ.

     ໃນກອງປະຊຸມ, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງ
ທັບ ໄດ້ສະເໜີບົດລາຍງານການເມືອງທັງສອງພາກຕໍ່ກອງປະຊຸມ, ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດທີ່ພົ້ນເດັ່ນ ໃນຊຸມປີຜ່ານມາ ຄະນະພັກໄດ້ສູ້ຊົນຈັດຕັ້ງປະຕິບັດ 4 ໜ້າ
ທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຢ່າງມີຜົນສຳເລັດ, ພົ້ນເດັ່ນແມ່ນ: ມີຄວາມຮັບ
ຜິດຊອບສູງໃນການຈັດຕັ້ງ ຮັບປະກັນຢ່າງຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາໃນການປະຕິບັດລະບອບອັດຕາພະລາທິການ ແກ້ໄຂຊີວິດການເປັນຢູ່ຂອງກອງທັບ ເປັນຕົ້ນ
ແມ່ນ: ດ້ານເງິນເດືອນ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ນ້ໍາມັນເຊື້ອໄຟ, ຢາປົວພະຍາດ ແລະ ການລໍາລຽງຂົນສົ່ງ... ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງກອງທັບ ມີຄວາມສະ
ຫງົບໂດຍພື້ນຖານ ແລະ ໄດ້ ຮັບການປັບປຸງດີຂຶ້ນເປັນກ້າວໆ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການປັບປຸງກໍ່ ສ້າງກອງທັບປະຕິວັດ, ກອງທັບປະຊາຊົນທີ່ມີແບບ
ແຜນ ແລະ ທັນສະໄໝ, ພ້ອມນັ້ນກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດ ແລະ ແທດເຖິງຕໍ່ວຽກງານຮັບປະກັນສຸຂະພາບເຫື່ອແຮງຂອງພະນັກງານ-ນັກຮົບ ກໍຄືພໍ່ແມ່ ປະ
ຊາຊົນບັນດາເຜົ່າ, ຈັດຕັ້ງ ປິ່ນປົວ, ຊ່ວຍກອບກູ້ເອົາຊີວິດຜູ້ບາດເຈັບ-ເຈັບປ່ວຍດ້ວຍ ຄວາມຮັບຜິດຊອບສູງ ແລະ ສ້າງໄດ້ຄວາມເຊື່ອໝັ້ນຄວາມໄວ້ວາງໃຈຈາກສັງຄົມ
ເປັນຢ່າງດີ ( ໂດຍສະເພາະໃນໄລຍະພະຍາດໂຄວິດ-19 ລະບາດ, ພະນັກງານແພດໝໍຢູ່ແຕ່ລະໂຮງໝໍສູນກາງ, ບໍລິເວນກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍ ຄວາມ
ຮັບຜິດຊອບສູງ..ໄດ້ຍົກສູງຄວາມຮັບຜິດຊອບຊີ້ນໍາ-ນໍາພາ ກົມກອງ-ທ້ອງຖິ່ນປະຕິບັດ ທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃນການ
ປັບປຸງກໍ່ສ້າງປັບປຸງຄ້າຍຄູ ໂດຍສົມທົບກັບ ທຶນຮອນຂອງກະຊວງ. ມາເຖິງປັດຈຸບັນສາມາດແກ້ໄຂໄດ້ໂດຍພື້ນຖານດ້ານທີ່ຢູ່ອາໄສ ຂອງກົມກອງທະຫານ ແລະ ຫັນເຂົ້າ
ສູ່ລະບຽບແບບແຜນ.

     ດ້ານການຜະລິດ ແລະ ສ້າງລາຍຮັບກໍເຫັນວ່າມີຂະບວນການແຂງແຮງຕໍ່ເນື່ອງ, ມີຫຼາຍກົມກອງສາມາດຜະລິດສະບຽງອາຫານກຸ້ມກິນຕາມຄາດໝາຍທີ່ ກະຊວງວາງ
ອອກ; ສະເພາະບັນດາຫົວໜ່ວຍການຜະ ລິດ, ໂຮງຈັກໂຮງງານ ແລະ ຫົວໜ່ວຍທຸລະກິດຄຸ້ມຄອງການດໍາເນີນທຸລະກິດ ກໍຄ່ອງຕົວ ແລະ ມີປະສິດທິຜົນ ສາມາດປະຕິບັດ
ພັນທະ, ອາກອນຕ່າງໆ ໄດ້ຕາມແຜນການ, ມີຫຼາຍກົມກອງມີສະຖານທີ່ເພີ່ມພູນຜະລິດຜົນ, ສາມາດກຸ້ມຕົນເອງ, ທາງດ້ານຜັກກິນ 75% ຂຶ້ນໄປ, ກຸ້ມກິນທາງດ້ານຊີ້ນ
ປາ 55% ຂຶ້ນໄປ ແລະ ມີຜະລິດຕະພັນເປັນສິນຄ້າສາມາດສ້າງລາຍຮັບເຂົ້າກົມກອງນັບມື້ນັບຫຼາຍຂຶ້ນ, ສະເລ່ຍໃສ່ຫົວຄົນ 5-6 ແສນ ກີບຂຶ້ນໄປ, ນອກຈາກນັ້ນຍັງໄດ້
ຊີ້ນໍາບັນດາກົມກອງທົ່ວກອງທັບ ເອົາໃຈໃສ່ວຽກງານເພີ່ມພູນຜະລິດຜົນຕາມຈິດໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດວ້ຍຕົນເອງເຮັດໃຫ້ຜົນຜະລິດ
ທາງດ້ານພືດຜັກ ແລະ ຊີ້ນ, ປາເພີ່ມຂຶ້ນໃນແຕ່ລະປີ, ວຽກງານຮັບປະກັນຄ້າຍຄູທີ່ຢູ່ອາໄສສາມາດແກ້ໄຂທີ່ຢູ່ອາໄສ ບັນດາກົມກອງທີ່ຂຶ້ນກັບກົມໃຫຍ່ພະລາທິການ ໃນ
ລະດັບຖາວອນ, ມີນ້ໍາສະອາດ, ມີໄຟຟ້າໃຊ້ເກືອບ 100%, ດ້ານມະຫາ ພາກໄດ້ຊີ້ນໍາໃນການປະຕິບັດທິດທາງປັບປຸງກໍ່ສ້າງຄ້າຍຄູ, ເຄຫະສະຖານໃນໂຄງການຂອງລັດ
ແລະ ງົບປະມານຂອງກະຊວງ, ການສໍາລະໜີ້ສິນ, ການກໍ່ສ້າງໃໝ່ແມ່ນສໍາເລັດຕາມແຜນການເປັນກ້າວໆ, ທົ່ວກອງທັບ ມີໃບອະນຸຍາດນໍາໃຊ້ທີ່ດິນແລ້ວ 41% ມີນໍ້າສະ
ອາດໃຊ້ 61%, ມີໄຟຟ້າໃຊ້ເກືອບ 100%.

     ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ, ເຮັດໃຫ້ການຈັດຕັ້ງພັກ-ການຈັດຕັ້ງຂັ້ນບັນຊາ ໄດ້ຮັບການບູລະນະດີຂຶ້ນຕິດພັນ ກັບການກໍ່ສ້າງຮາກຖານພັກ ປອດໄສ ເຂັ້ມ
ແຂງ ໜັກແໜ້ນ ແລະ ບົດບາດການນໍາພາຂອງພັກ ໄດ້ຮັບການເຊີດຊູສູງຂຶ້ນ ໃນທຸກຂົງເຂດວຽກງານ, ປັດຈຸບັນທົ່ວອົງຄະນະພັກກົມໃຫຍ່ພະລາທິການ ມີ 2 ຄະນະພັກ,
ມີ 19 ຄະນະພັກຮາກຖານມີ 168 ໜ່ວຍພັກ, ໃນນັ້ນມີ 11 ຄະນະພັກຮາກຖານເອກະລາດ, ມີ 37 ໜ່ວຍພັກເອກະລາດທຽບໃສ່ປີ 2015 ຄະນະພັກໄດ້ຮັບການສ້າງຕັ້ງ
ໃໝ່ 2 ຄະນະ, ຄະນະພັກຮາກຖານເພີ່ມຂຶ້ນ 7 ຄະນະ, ເທົ່າກັບ 36% ໜ່ວຍພັກ ເພີ່ມຂຶ້ນ 46 ໜ່ວຍ ເທົ່າກັບ 27%, ມາຮອດປັດຈຸບັນມີສະມາຊິກພັກ ທັງໝົດ 3,669
ສະຫາຍ, ເພດ ຍິງ 1,669 ສະຫາຍ, ກວມອັດ ຕາສ່ວນການນໍາພາ 61,42% ມີສະມາຊິກພັກແຂງ 3,068 ສະຫາຍ ເທົ່າກັບ 83,61%, ກາງ 410 ສະຫາຍ ເທົ່າກັບ
11,17%, ໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ 134 ໜ່ວຍ, ເທົ່າກັບ 79,76%, ໜວ່ຍພັກ ກາງ 31 ໜວ່ຍເທົ່າກັບ 18,45%.

     ຈາກນັ້ນ, ຜູ້ແທນສົມບູນໄດ້ໃຊ້ ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະ
ຫາຍ ພົນຕີ ປອ ວົງຄຳ ພົມມະກອນ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ຄຳແດງ ແພງວິໄລ ເປັນຮອງເລຂາ, ສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ເປັນປະ
ທານກວດກາພັກ ແລະ ເລືອກເອົາ ຄະນະປະຈຳພັກ 5 ສະຫາຍຄື: ພົນຕີ ປອ ວົງຄຳ ພົມມະກອນ, ພົນຈັດຕະວາ ຄຳແດງ ແພງວິໄລ, ພົນຈັດຕະວາ ວົງສັກ ພັນທະວົງ, ພົນ
ຈັດຕະວາ ຄຳເພັດ ສີ ຊານົນ, ພົນຈັດຕະວາ ບຸນສູງ ຢາທໍ່ຕູ້ ແລະ 10 ສະຫາຍ ກຳມະການຄະນະພັກ, ພ້ອມນີ້ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ ໄປ
ຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກ ຂັ້ນເທິງໄດ້ຕາມລະດັບຄາດໝາຍ. ເພື່ອເປັນທິດທາງໃນການຊີ້ນໍາ-ນໍາພາກົມກອງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້
ມີຜົນສໍາເລັດ, ສະຫາຍ ພົນ ໂທ ປອ ທອງລອຍ ສິລິວົງ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນຄະນະພັກ-ຄະນະບັນຊາ
ຕິດພັນກັບການເຊີດຊູນໍ້າໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ; ຕັ້ງໜ້າ ແລະ ເພີ່ມທະວີບົດບາດການນໍາພາ ຂອງພັກເຂົ້າໃນທຸກຂົງເຂດວຽກງານ, ສິ່ງສໍາຄັນແມ່ນປັບປຸງ
ແບບແຜນວິທີເຮັດວຽກຂອງ ຄະນະພັກ ໃຫ້ມີການຫັນປ່ຽນໃໝ່ຕາມຫຼັກການຂອງພັກຢ່າງເຂັ້ມງວດ, ປະຕິບັດລະບອບດໍາເນີນຊີວິດພາຍໃນ, ວຽກງານກວດກາ ແລະ
ວຽກງານປ້ອງກັນພັກ-ພະນັກງານໃຫ້ເຂັ້ມງວດ ແລະ ເປັນປະຈໍາ, ຕ້ອງຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນເປັນປັດ ໄຈຕັດສິນຕິດພັນກັບການເຊີດ
ຊູຄວາມເປັນແບບຢ່າງຂອງ ຄະນະພັກ-ສະມາຊິກພັກໃຫ້ເຂັ້ມ ແຂງໜັກແໜ້ນ ຕ້ອງເອົາໃຈໃສ່ ສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານ-ສະມາຊິກພັກ,
ເຊື່ອມຊຶມກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຈົ່ງ ຮັກພັກດີຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ພ້ອມນັ້ນຕ້ອງມີສະ
ຕິຕື່ນຕົວທາງດ້ານການເມືອງ ແລະ ມີສະຕິລະວັງຕົວສູງຕໍ່ກົນອຸບາຍຂອງສັດຕູ, ມີນ້ໍາໃຈເສຍສະຫຼະອົດທົນຜ່ານຜ່າຂໍ້ຫຍຸ້ງຍາກ, ສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້
ທໍ້ຕ່າງໆຢ່າງຕັ້ງ ໜ້າ ແລະ ໃຫ້ໝົດໄປເປັນກ້າວໆ, ເອົາໃຈໃສ່ປັບປຸງກໍ່ສ້າງເຫຼົ່າ ຮົບພະລາທິການໃຫ້ເຂັ້ມແຂງ ໃນທຸກດ້ານ, ໂດຍຖືເອົາຄຸນທາດ ການເມືອງເປັນກົກ, ເອົາ
ຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ຫົວຄິດປະດິດສ້າງເປັນສິ່ງສໍາຄັນ; ຕ້ອງກໍານົດຍຸດທະສາດກໍ່ສ້າງພະນັກງານທັງ 3 ລຸ້ນ, ຄົ້ນຄວ້າວາງມາດຕະຖານ ຂອງພະ
ນັກງານແຕ່ລະລຸ້ນ, ແຕ່ລະປະເພດໃຫ້ແທດເໝາະກັບ ຕົວຈິງ (ນັບແຕ່ພະນັກງານຢູ່ອົງການລົງຮອດກົມກອງ-ທ້ອງຖິ່ນ), ໝາຍວ່າ: ຕ້ອງສຸມໃສ່ກໍ່ ສ້າງພະນັກງານມີຫົວ
ຄິດວິທະຍາສາດ. ສາມາດຕອບສະໜອງໜ້າທີ່ການເມືອງຂອງກອງທັບ ໃນໄລຍະໃໝ່., ຕ້ອງກໍາແໜ້ນ ແລະ ປະຕິບັດທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມ
ເຂັ້ມແຂງດ້ວຍຕົນເອງ; ເສີມຂະຫຍາຍໃຫ້ໄດ້ 3 ໜ້າທີ່ໃຫຍ່ຂອງກອງທັບໃນເມື່ອກ່ອນ ຄື: ສູ້ຮົບເກັ່ງ, ຂົນຂວາຍກໍ່ສ້າງຮາກຖານເກັ່ງ, ເພີ່ມພູນຜະລິດຜົນເກັ່ງ, ພ້ອມກັນ
ນັ້ນ, ຕັ້ງໜ້າຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ກະຊວງປ້ອງກັນປະເທດວາງອອກ, ນໍາໃຊ້ຄວາມສາມາດບົ່ມຊ້ອນຂອງບັນດາກົມກອງ-ທ້ອງຖິ່ນເຂົ້າໃນ ການ
ຜະລິດແກ້ໄຂຊີວິດການເປັນຢູ່ ແລະ ສ້າງລາຍຮັບຂອງກອງທັບ; ເອົາໃຈໃສ່ວຽກງານ ຄຸ້ມຄອງ-ປົກປັກຮັກສານໍາໃຊ້ ງົບປະມານ, ວັດຖຸ, ເງິນຄໍາ ຢ່າງຮັດກຸມ, ມີປະສິດທິ
ພາບ ແລະ ປະຢັດມັດທະຍັດ. ສໍາລັບບັນດາໂຮງຈັກ, ໂຮງງານ ແລະ ຫົວໜ່ວຍທຸລະກິດຕ້ອງສູ້ຊົນຜະລິດເພື່ອຕອບສະໜອງກັບຄວາມຕ້ອງການ ແລະ ສ້າງລາຍຮັບໃຫ້
ແກ່ກອງທັບ.