ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ

     ໃນວັນທີ 22 ພຶດສະພາ 2021 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ໂດຍ
ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊີ່ງມີຄະນະພັກກະຊວງ
ປ້ອງກັນປະເທດ, ຄະນະນໍາ 4 ກົມໃຫຍ່ ຕະຫຼອດຮອດພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພົນຕີ ວົງສອນ ອີນປານພິມ ຄະນະປະຈໍາພັກພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານດຳລັດຂອງນາຍົກລັດຖະມົນ
ຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ. ໂດຍອີງຕາມກົດໝາຍ ວ່າດ້ວຍລັດຖະບານ ມາດຕາ 6 ແລະ ກົດ
ໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ມາດຕາ 33. ນາຍົກລັດຖະມົນຕີ ອອກດຳລັດອະນຸມັດໃຫ້ນາຍທະຫານຂັ້ນສູງ ອອກພັກການ-ຮັບອຸດ
ໜູນບຳນານ ຄື: ສະຫາຍ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊວງປ້ອງກັນ
ປະເທດ, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຄໍາສີ ວົງຄຳຊາວ ຫົວໜ້າຫ້ອງວ່າການ ກະຊວງ
ປ້ອງກັນປະເທດ, ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພົນຈັດຕະວາ ວຽງສະຫວັນ ລາດສະເພົາ ຮອງຫົວໜ້າ
ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພົນຈັດຕະວາ ຄໍາພາ ສີພອນໄຊ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພົນຈັດຕະວາ ບຸນຈັນ ລາດສະວົງ
ຫົວໜ້າການທະຫານ ວິທະຍາຄານກົມມະດໍາ, ສະຫາຍ ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ຫົວໜ້າການເມືອງກອງພົນທີ 3, ສະຫາຍ ພົນຈັດຕະວາ ຈະ
ເລີນ ວົງວິໄຊ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ສະຫາຍ ພົນຈັດຕະວາ ພູວຽງ ຫຼ່ຽມມະວົງສາ ຫົວໜ້າການທະຫານກອງ
ບັນຊາການທະຫານແຂວງສາລະວັນ, ສະຫາຍ ພົນຈັດຕະວາ ຄໍາຫຼ້າ ວົງວິໄລ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງພະບາງ, ສະຫາຍ
ພັນເອກ ບຸນຍີ່ ແກ້ວຄູນເມືອງ ອະດີດຮອງເຈົ້າແຂວງໆຫຼວງນໍ້າທາ, ສະຫາຍ ພັນເອກ ວັນສຸກ ຫັດສະພອນ ຫົວໜ້າການທະຫານ ກອງບັນຊາການທະຫານ
ແຂວງຜົ້ງສາລີ, ສະຫາຍ ພັນເອກ ບຸນຖອງ ພົມມະໄຊ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນເອກ ໄມແກ້ວ ບຸນທິວົງ ຮອງ
ຫົວໜ້າກົມແຜນການ-ການເງິນ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພັນເອກ ເຕັມມາ ຂັນພິລາວົງ ຫົວໜ້າຄະນະຮັບຜິດຊອບນັກສຶກສາ ລະບົບບໍາ
ລຸງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ສະຫາຍ ພັນເອກ ສິງຄຳ ເທບວົງສິມ ຫົວໜ້າການເມືອງວິທະຍາ ຄານເຕັກນິກການທະຫານ, ສະຫາຍ
ພັນເອກ ທອງສາ ກອງເດັ່ນສີ ຫົວໜ້າຫ້ອງການບໍລິຫານ ກອງພົນທີ 1 ແລະ ສະຫາຍ ພັນເອກ ອ່ອນສີ ພາວົງສາ ຫົວໜ້າການເມືອງ ກອງພັນໃຫຍ່ 643.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/05/2021