ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມື້ນີ້ກວດພົບຜູ້ຕິດເຊື້ອໃໝ່ 21 ຄົນ, ຜູ້ຕິດເຊື້ອສະສົມ 1.822 ຄົນ

     ວັນທີ 24 ພຶດສະພາ ປີ 2021 ນີ້, ທ່ານ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງ
ເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ໄດ້ລາຍງານການຖະແຫຼງຂ່າວດັ່ງນີ້ ສຳລັບ ສປປ
ລາວ ວັນທີ 23 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 1,126 ຕົວຢ່າງ ພົບຜູ້ຕິດເຊື້ອ 21 ຕົວຢ່າງ (ກໍລະນີຢັ້ງຢືນເລກທີ 1802-
1822 ) ຄື: ນະຄອນຫຼວງ ກວດ 458 ຕົວຢ່າງ ແລະ ພົບເຊື້ອ 09 ຕົວຢ່າງ ເຊິ່ງ ແມ່ນການຕິດເຊື້ອໃນຊຸມຊົນ, ສໍາລັບ ຈຳປາສັກ 10 ຕົວຢ່າງ, ສະຫວັນ
ນະເຂດ ແລະ ອຸດົມໄຊ ແຂວງລະ 1 ຕົວຢ່າງ (ສຳລັບແຂວງຈຳປາສັກ ແລະ ສະຫວັນນເຂດ ທັງໝົດມີ 11 ຕົວຢ່າງ ເຊິ່ງ ແມ່ນກໍລະນີນໍາເຂົ້າ ເປັນແຮງງານ
ລາວ ກັບຄືນປະເທດທີ່ຖືກຕາມລະບຽບກົດໝາຍ). ທັງໝົດຄົນເຈັບຕິດເຊື້ອໃໝ່ຍັງຢູ່ໃນຂັ້ນຕອນສອບສວນ ແລະ ເກັບກຳຂໍ້ມູນ ປະຫວັດການເຄື່ອນ
ໄຫວໃນໄລຍະເວລາ 14 ວັນທີ່ຜ່ານມາ ວ່າບຸກຄົນໃດເປັນຜູ້ສໍາຜັດໃກ້ຊິດ ເພື່ອເກັບຕົວຢ່າງ ແລະ ເຂົ້າຈໍາກັດບໍລິເວນ ຕາມຄຳແນະນຳຂອງຄະນະສະເພາະ
ກິດກຳນົດໄວ້.

     ສໍາລັບລາຍລະອຽດຂອງ 9 ກໍລະນີ ທີ່ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ ມີດັ່ງນີ້: ເຂດ ຫຼື ສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ໄປ ຕະຫຼາດສີວິໄລ (ຕາມການ
ບອກເລົ່າຂອງກໍລະນີ 1745 ແມ່ນໄດ້ໄປຊື້ອາຫານທຸກມື້ແຕ່ຊ່ວງຕົ້ນເດືອນ 5 ເປັນຕົ້ນມາ) ຕະ ຫຼາດໄຮ່ຄຳ (ຕາມການບອກເລົ່າຂອງກໍລະນີ 1744 ແມ່ນ
ໄດ້ໄປຊື້ເຄື່ອງຕອນປະມານ 3-4 ໂມງເຊົ້າ ປະມານວັນທີ 14-15 ພຶດສະພາ 2021), ບໍລິສັດແອນນາ ບ້ານສະພານທອງ (ຮ່ອມຕະຫຼາດສະພານທອງ), ບໍ
ລິສັດພັດທະນາບໍ່ແຮ່ຈຳກັດ, ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ບ້ານຫົວຊຽງ ເມືອງໄຊທານີ (ກໍລະນີຕິດເຊື້ອ 1743 ໄດ້ໄປໃນວັນທີ
22 ແລະ 23/5/2021) ບ້ານຈັນສະຫວ່າງ ໜ່ວຍ 43 ເມືອງສີໂຄດຕະບອງ (ກໍລະນີຕິດເຊື້ອ 1745 ໄດ້ໄປໃນວັນທີ 21/5/2021). ມາຮອດປະຈຸບັນຈໍາ
ນວນຜູ້ຕິດເຊື້ອສະສົມທັງໝົດໃນຂອບເຂດທົ່ວປະເທດແມ່ນ ມີ 1,822 ຄົນ, ຕົວເລກເສຍຊິວິດສະສົມຍັງຢູ່ທີ່ 2 ຄົນ, ປີ່ນປົວຫາຍດີ 1,133 ຄົນ, ກໍາລັງ
ປີ່ນປົວ 687 ຄົນ. ອອກໂຮງໝໍ ໃໝ່ 59 ຄົນ ພວກກ່ຽວຈະຕ້ອງໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນ ຫຼື ສູນຈໍາກັດບໍລິເວນ. (ສໍາລັບຜູ້ທີ່ບໍ່ມີເງື່ອນໄຂ, ຈົນ
ຄົບກຳນົດຕາມຄຳແນະນຳຂອງແພດຢ່າງເຄັງຄັດ, ແຍກຕົນເອງອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ ແລະ ມອບໃຫ້ອໍານາດການປົກຄອງຂັ້ນ
ເມືອງ/ບ້ານ ແລະ ເຈົ້າໜ້າທີ່ ລົງໄປຕິດຕາມກວດກາສຸຂະພາບ ເຊັ່ນ: ວັດແທກອຸນຫະພູມ, ສອບຖາມອາການ ຖ້າພົບເຫັນ ເປັນໄຂ້, ມີໄອ ແລະຈາມ, ຕ້ອງ
ຮີບຮ້ອນໄປພົບແພດ ຢູ່ສະຖານທີ່ບໍລິການໃກ້ບ້ານທ່ານ. ທັງໝົດນີ້ ກໍ່ແມ່ນເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ຊຸມຊົນຂອງທ່ານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/05/2021