ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດພິທີຫັດແອບເຝີກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິການ
ທາງດ້ານການແພດ "ຂະບວນລົດໄຟສັນຕິພາບ"

     ໃນຕອນບ່າຍຂອງວັນທີ 24 ກໍລະກົດ 2018 ນີ້, ກົມເສນາຮັກ ກົມໃຫຍ່ພະລາທິການກອງທັບຈັດພິທີເປີດການຫັດແອບ ເຝິກຊ້ອມການຊ່ວຍເຫຼືອ
ດ້ານມະນຸດສະທຳ ແລະ ກິດຈະກຳບໍລິການທາງດ້ານການແພດ “ຂະບວນລົດໄຟສັນຕິພາບ 2018” ຂອງສອງກອງທັບລາວ-ຈີນ ຂຶ້ນຢ່າງເປັນທາງການຢູ່
ທີ່ວິທະຍາຄານພະລາທິການກອງທັບ (ອ່າງນໍ້າຫຸມ) ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ 22-31 ກໍລະກົດນີ້. ໂດຍການເປັນປະທານຮ່ວມຝ່າຍລາວ
ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ຫົວໜ້າຊິ້ນຳການຫັດ
ແອບ ຊ່ວຍເຫຼືອດ້ານມະນຸດສະທຳ, ທ່ານ ພັນເອກ ພິເສດ ຫວັງຕາຫຼິນ ຄະນະກຳມະການທະຫານສູນກາງ ຫົວໜ້າພະແນກຄົ້ນຄວ້າສັງລວມ ກົມເສນາ
ຮັກ ກົມໃຫຍ່ຮັບປະກັນພະລາທິການກອງທັບປົດປ່ອຍປະຊາຊົນຈີນ, ມີທູດທະຫານປ້ອງກັນຊາດ ສປ ຈີນ ປະຈຳລາວ, ມີຄະນະກະຊວງປ້ອງກັນປະເທດ,
ຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະອຳນວຍການວິທະຍາຄານພະລາທິການກອງທັບ, ອຳນາດການປົກຄອງບ້ານອ້ອມຂ້າງ
ແລະ ນັກເຝິກອົບຮົມ-ຫັດແອບຈາກກອງທັບປະຊາຊົນລາວ ແລະ ຈີນ ເຂົ້າຮ່ວມ.


ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານຮ່ວມເປີດພິທີຫັດແອບເຝີກຊ້ອມການຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິການ
ທາງດ້ານການແພດຫົວຂໍ້ "ຂະບວນລົດໄຟສັນຕິພາບ"

     ໃນໂອກາດດັ່ງກ່າວ ທ່ານ ພົນຈັດຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ກົມໃຫຍ່ ພະລາທິການກອງທັບປະຊາຊົນລາວ ໄດ້ມີຄຳເຫັນກ່າວ
ເປີດໃນພິທີວ່າ: ໃນຊຸມປີຜ່ານມາ ກອງທັບປົດປ່ອຍປະຊາຊົນຈີນໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວໃນຫຼາຍໆໂຄງການ ໃນນັ້ນໄດ້ໃຫ້ການ
ຊ່ວຍເຫຼືອໃຫ້ແກ່ເຫຼົ່າຮົບເສນາຮັກຄື: ໂຄງການກໍ່ສ້າງຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍ 103 ພ້ອມການປະກອບອຸປະກອນການແພດຄົບຊຸດທີ່ມີຄວາມ
ທັນສະໄໝ ແລະ ການຫັດແອບຊ່ວຍເຫຼືອດ້ານມະນຸດສະທຳ ແລະ ກິດຈະກຳບໍລິຫານທາງດ້ານການແພດ “ຂະບວນລົດໄຟສັນຕິພາບ 2018” ຂອງສອງ
ກອງທັບ ລາວ-ຈີນ ປະຈຳ ປີ 2018 ແມ່ນມີຈຸດປະສົງເພື່ອສຶບຕໍ່ເສີມສ້າງສາຍພົວພັນອັນດີງາມລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍ
ປະຊາຊົນຈີນ ໂດຍສະເພາະກໍແມ່ນວຽກງານອົບຮົມ-ຫັດແອບຮ່ວມ ເພື່ອຊ່ວຍເຫຼືອຜູ້ຖືກຜົນກະທົບໄພພິບັດທາງທຳມະຊາດ ໃນຫົວຂໍ້ “ຂະບວນລົດໄຟສັນ
ຕິພາບ”, ພ້ອມທັງເປັນການຍົກລະດັບໃນການກູ້ໄພ, ແກ້ໄຂສຸກເສີນ, ການປິ່ນປົວ ແລະ ຟື້ນຟູຊີບສຸກເສີນ ຂອງພະນັກງານແພດໝໍໃຫ້ສູງຂຶ້ນ ສາມາດ
ຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການ ຂອງສະພາບການສຸກເສີນ ແລະ ຕໍ່ກັບໄພພິບັດຕ່າງໆ ແລະ ຍັງເປັນການຮັບປະກັນຄວາມພ້ອມສູ້ຮົບໃນ
ການຫັນພາວະຄົບຖ້ວນທີ່ຂັ້ນເທິງ ວາງອອກໃນດ້ານການແພດສະໜາມ. ນອກຈາກນີ້ກໍຍັງໄດ້ເປັນການທົດສອບຄວາມສາມາດໃນການນຳໃຊ້ພາຫະນະ
ເຕັກນິກ ການແພດຊະນິດຕ່າງໆເຂົ້າໃນພາລະກິດກອບກູ້ຊີວິດຂອງຜູ້ບາດເຈັບ ແລະ ເພື່ອກຳແໜ້ນ ການຈັດຕັ້ງຊີ້ນຳ-ນຳພາການວາງແຜນການນຳໃຊ້ກຳລັງ
ຕົວຈິງຂອງການກອບກູ້ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດທາງທຳມະຊາດໃນອະນາຄົດໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ການຫັດແອບໃນຄັ້ງນີ້ແມ່ນ
ສຸມໃສ່ຫັດແອບເຝິກຊ້ອມສອງຝ່າຍຮ່ວມກັບ ສປ ຈີນ ແລະ ຜູ້ທີ່ຈະໄປປະຕິບັດຕົວຈິງໃຫ້ມີຄວາມຮູ້ດ້ານທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງ, ສາ
ມາດຊ່ວຍເຫຼືອທາງດ້ານການແພດທີ່ຖືກຕ້ອງແກ່ຜູ້ປະສົບໄພໃນສະຖານທີ່ເກີດເຫດໃຫ້ການປະຖົມພະຍາບານເບື້ອງຕົ້ນ, ຟື້ນຟູຊີບ, ການເຄື່ອນຍ້າຍຜູ້ທີ່
ບາດເຈັບ-ເຈັບປ່ວຍ ແລະ ການນຳສົ່ງຄົນເຈັບໄປໂຮງໝໍສະໜາມ ຫຼື ໂຮງໝໍໃຫຍ່ແນວຫຼັງ ແລະ ກຳຈັດພະຍາດລະບາດຕ່າງໆທີ່ອາດຈະເກີດຂຶ້ນໃນສູນອົບ
ພະຍົບໃນໄລຍະນໍ້າຖ້ວມ ແລະ ພາຍຫຼັງນໍ້າຫຼຸດລົງໃນທ່າມກາງຊຸມຊົນທີ່ແອອັດໜາແໜ້ນ, ພາຍຫຼັງການຫັດແອບແລ້ວຜູ້ເຂົ້າຮ່ວມຕ້ອງມີຄວາມສາມາດ
ໃນການວາງແຜນການ, ການນຳໃຊ້ກຳລັງ, ການຈັດຕັ້ງບັນຊາ, ການຈັດຕັ້ງປະສານເຮັດວຽກງານຮັບປະກັນແຕ່ລະດ້ານ ແລະ ມີຄວາມສາມາດເຄື່ອນໄຫວ
ປະຕິບັດໜ້າທີ່ຕົວຈິງໃນການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອປະຊາຊົນໄດ້ ເມື່ອເຫດການໄພພິບັດເກີດຂຶ້ນ.