ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ສ້າງຂະບວນການ
ສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ
ຄົບຮອບ 64 ປີ


ກີລາບານສົ່ງຍິງ ລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານພົບກັບກອງພັນໃຫຍ່ 11

     ວັນທີ 19 ກໍລະກົດ 2019 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່
ຍິງລາວ ຄົບຮອບ 64 ປີ ໂດຍຈັດກິດຈະກຳແຂ່ງຂັນກີລາດຶງເຊືອກ, ຢຽບປຸມເປົ້າ ແລະ ກີລາບານສົ່ງຍິງ ລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານ ພົບກັບ
ກອງພັນໃຫຍ່ 11 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ,
ມີບັນດາຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບທັງສອງກົມກອງເຂົ້າຮ່ວມ.

     ໃນການແຂ່ງຂັນດຶງເຊືອກລະຫວ່າງເອື້ອຍນ້ອງຍິງ 20 ສະຫາຍ ພົບກັບອ້າຍນ້ອງຊາຍ 10 ສະຫາຍ ໃນຄັ້ງນີ້. ຜ່ານການແຂ່ງຂັນຕົວຈິງເຫັນວ່າເອື້ອຍນ້ອງຍິງສາມາດ
ເອົາຊະນະອ້າຍນ້ອງຊາຍ, ສ່ວນການແຂ່ງຂັນຢຽບປຸມເປົ້າແມ່ນອ້າຍນ້ອງຊາຍເອົາຊະນະເອື້ອຍນ້ອງຍິງ ແລະ ຍັງມີການແຂ່ງຂັນກີລາບານສົ່ງຍິງລະຫວ່າງກົມວິທະຍາສາດ
ປະຫວັດສາດການທະຫານ ພົບກັບກອງພັນໃຫຍ່ 11 ການແຂ່ງຂັນແມ່ນມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ຜົນຂອງການແຂ່ງຂັນຕົວຈິງທີມກົມວິທະຍາສາດ-ປະຫວັດ
ສາດ ການທະຫານສາມາດເອົາຊະນະທີມຂອງກອງພັນໃຫຍ່ 11 2-0 ເຊັກ.