ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕີລາຄາການນຳພາວຽກງານຮອບດ້ານຂອງຄະນະພັກ ກມທ ປະຈຳໄຕມາດ III ປີ 2017

     ຄະນະພັກກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງສະຫຼຸບຕີລາຄາການນຳພາວຽກງານຮອບດ້ານປະຈຳໄຕມາດທີ III ປີ 2017 ໃນວັນທີ 22 ກັນຍານີ້,
ໂດຍການເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າ
ກົມໃຫຍ່ການເມືອງກອງທັບ ເຊິ່ງມີຄະນະປະຈຳ ແລະ ກຳມະການຄະນະພັກກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄຳຟອງ ເປັນປະທານຕີລາຄາການນຳພາວຽກງານຮອບດ້ານຂອງຄະນະພັກ ກມທ ປະຈຳໄຕມາດ III ຂອງປີ 2017

     ອີງຕາມບົດສະຫຼຸບການນຳພາຂອງຄະນະພັກກົມໃຫຍ່ການເມືອງກອງທັບປະຈຳໄຕມາດ III ປີ 2017ຜ່ານມາ ພໍສັງຮວມໄດ້ວ່າ: ຄະນະພັກກົມໃຫຍ່
ການເມືອງກອງທັບໄດ້ເພີ່ມທະວີບົດບາດການນຳພາຂອງຕົນໃນການຊີ້ນຳ-ນຳພາບັນດາກົມກອງເຄື່ອນໄຫວປະຕິບັດໜ້າທີ່ວຽກງານການເມືອງຂອງຕົນ
ໂດຍສະເພາະແມ່ນໃນຂົງເຂດວຽກງານພັກ-ວຽກງານການເມືອງບັນລຸຕາມແຜນການທີ່ວາງໄວ້ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະ
ພັກກະຊວງປ້ອງກັນປະເທດວາງອອກ ສາມາດສ້າງໄດ້ໝາກຜົນທີ່ເປັນພື້ນຖານຫຼາຍດ້ານ ໂດຍສະເພາະແມ່ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ,
ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ວຽກງານການຈັດຕັ້ງພັກ, ວຽກງານພະນັກງານ, ວຽກງານນະໂຍບາຍ ແລະ ປະກັນສັງຄົມ, ວຽກ
ງານອົງການຈັດຕັ້ງມະຫາຊົນ, ວຽກງານອົງການຍຸຕິທຳໃນກອງທັບ ວຽກງານແກ້ໄຂຊີວິດການເປັນຢູ່ ແລະ ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະ
ເທດ ເຊິ່ງແຕ່ລະຂົງເຂດວຽກງານທີ່ກ່າວມານັ້ນຄະນະພັກກົມໃຫຍ່ການເມືອງກອງທັບ ແມ່ນໄດ້ເປັນເຈົ້າການຊີ້ນຳ-ນຳພາຢ່າງໃກ້ສິດຕິດແທດບັນດາກົມ
ກອງເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບມອບໝາຍບົນພື້ນຖານເຮັດໃຫ້ບັນດາກົມກອງໄດ້ເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງ
ຂອງຕົນ ແລະ ເປັນເສນາໃຫ້ແກ່ຄະນະພັກກົມໃຫຍ່ການເມືອງກອງທັບ ແລະ ຄະນະພັກກະຊວງປ້ອງກັນປະເທດດ້ວຍຄຸນນະພາບອັນດີ.

     ສຳລັບທິດທາງແຜນການປະຈຳໄຕມາດ IV ຂອງປີນີ້ນັ້ນຄະນະພັກກົມໃຫຍ່ການເມືອງກອງທັບ, ຈະໄດ້ພ້ອມກັນສືບຕໍ່ຊີ້ນຳບັນດາວຽກງານຕ່າງໆທີ່
ຍັງຄົງຄ້າງ ແລະ ບໍ່ທັນໄດ້ຮັບການປັບປຸງໃຫ້ສ່ອດຄ່ອງ ເພື່ອແນໃສ່ເຮັດໃຫ້ບັນດາກົມກອງທີ່ຂຶ້ນກັບມີຄວາມເຂັ້ມແຂງໜັກແໜ້ນໃນທຸກໆດ້ານ, ພ້ອມ
ນັ້ນກໍສືບຕໍ່ຊີ້ນຳ ການສ້າງຂະບວນການດ້ານຕ່າງໆຢ່າງຕໍ່ເນື່ອງກວ້າງຂວາງ ເພື່ອເປັນການເອກອ້າງຜົນງານຄຳນັບຮັບຕ້ອນວັນສຳຄັນປະຫວັດສາດຂອງ
ຊາດ, ຂອງພັກ, ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງທັບຄົບຮອບ 70 ປີທີ່ຈະມາເຖິງ ໄປພ້ອມກັນນັ້ນກໍສືບຕໍ່ຊີ້ນຳວຽກງານກໍ່ສ້າງຮາກຖານ
ການເມືອງໃຫ້ແຂງແຮງໃນຂອບເຂດທົ່ວປະເທດ, ເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບມີຄວາມສະຫງົບຢ່າງໜັກແໜ້ນ ສ້າງໃຫ້ບັນດາກົມກອງ
ກຳລັງຫຼວງກຳລັງທ້ອງຖິ່ນມີການພັດທະນາດີຂຶ້ນຢ່າງຈະແຈ້ງ ບັນລຸໄດ້ຕາມທິດສ້າງກອງແຂງ-ໜ່ວຍພັກຮູ້ນຳ ພາຮອບດ້ານ, ການສ້າງກອງ 3 ປອດ ແລະ
ກອງວັດທະນະທຳກ້າວຂຶ້ນຕາມທິດສ້າງກອງທັບປະຕິວັດມີແບບ ແຜນທັນສະໄໝຢ່າງເລິກເຊິ່ງ.