ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສຳເລັດການຈັດຕັ້ງເຊື່ອມຊຶມມະຕິ
ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X

     ໃນວັນທີ 21 ກັນຍາ 2018 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປິດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ
ຄັ້ງທີ 6 ສະໄໝທີ X ແລະ ດຳເນີນຊີວິດການເມືອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ໂດຍການເປັນປະທານຂອງ ທ່ານ ພົນຕີ
ພູວົງ ວົງພົມ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຫົວໜ້າກົມ, ຮອງກົມ, ຫ້ອງການ, ພະແນກການ
ແລະ ຄະນະພັກ-ຄະນະບັນຊາ, ພະນັກງານສະມາຊິກພັກຫຼັກແຫຼ່ງທົ່ວກົມກອງອ້ອມຂ້າງກົມໃຫຍ່ເຂົ້າຮ່ວມ.


ພົນຕີ ພູວົງ ວົງພົມ ເປັນປະທານປິດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ X

     ເນື່ອງໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ພົນຕີ ພູວົງ ວົງພົມ ກໍໄດ້ໂອ້ລົມ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງບັ້ນເຊື່ອມຊຶມມະຕິ ແລະ ບັ້ນດຳ
ເນີນຊີວິດການເມືອງດັ່ງກ່າວ ເຊິ່ງໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຊີວິດຊີວາ, ມີຄວາມເປັນເອກະພາບຕໍ່ການຕີລາຄາສູງກ່ຽວກັບການຈັດ
ຕັ້ງເຊື່ອມຊຶມກຳ  ແໜ້ນບັນດາຈິດໃຈພື້ນຖານຂອງມະຕິ 6 ຄັ້ງທີ X ການກຳນົດບັນດາເນື້ອໃນຈຸດສຸມໃນການນຳພາຂອງພັກ ລວມທັງການກຳນົດມາດ
ຕະຖານການແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ວາງທິດທາງເປົ້າໝາຍໃນການຮັບມືເພື່ອແກ້ໄຂບັນຫາຕົວຈິງ, ສົມທົບລະຫວ່າງການປັບປຸງລະບອບແບບແຜນ
ໃນການເຄື່ອນໄຫວໄປຄຽງຄູ່ກັບການຕີຖອຍປາກົດການຫຍໍ້ທໍ້ພາຍໃນພັກ ເຊິ່ງຄະນະພັກ-ຄະນະບັນຊາຈະຕ້ອງຫັນມະຕິດັ່ງກ່າວເຂົ້າໃນມະຕິຄະນະພັກຂັ້ນ
ຂອງຕົນໃຫ້ແທດເໜາະ ແລະ ຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.

     ທ່ານ ພົນຕີ ພູວົງ ວົງພົມ ຍັງໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມພ້ອມກັນສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ, ຕັ້ງໜ້າ
ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານ-ນັກຮົບຜູ້ທີ່ດີ, ກ້າວຂຶ້ນ ເຮັດສຳເລັດໜ້າທີ່ການເມືອງທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.