ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດບົ່ງຕົວແຕ່ງຕັ້ງເພີ່ມເຕີມ
ກຳມະການຄະນະພັກ-ຄະນະປະຈຳພັກສະໄໝທີ V ຢູ່ກອງພັນໃຫຍ່ 497


ສະຫາຍ ພົນຕີ ຈັນທອງ ສອນຕະອາດກຳມະການຄະນະພັກກະຊວງ ເປັນປະທານ

     ພິທີປະກາດຮັບຮອງການບົ່ງຕົວແຕ່ງຕັ້ງເພີ່ມເຕີມ ກຳມະການ ຄະນະພັກ-ຄະນະປະຈຳພັກ ຂອງ ກອງພັນໃຫຍ່ 497 ສະໄໝທີ V ໄດ້ຈັດຂຶ້ນ ວັນທີ 20 ກັນຍາ 2019
ນີ້, ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ກຳມະການຄະນະພັກກະຊວງ ຮອງຫົວໜ້າ ກົມໃຫຍ່ເສນາທິການ ກອງທັບປະຊາ
ຊົນລາວ ມີບັນດາຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 497 ແຂກທີ່ຖືກເຊີນຈາກກົມກອງອ້ອມຂ້າງຕະຫຼອດຮອດ ຄະນະພັກອຳນາດການປົກຄອງເມືອງ ອ້ອມຂ້າງ ແລະ
ພະນັກງານສະມາຊິກພັກ ໃນກົມກອງເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ທອງສີ ວິຈິດວົງສາ ຮອງຫົວໜ້າ ກົມຈັດຕັ້ງພັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະພັກ ກະຊວງປ້ອງກັນປະເທດ, ວ່າດ້ວຍການປະກາດບົ່ງຕົວ
ແຕ່ງຕັ້ງເພີ່ມເຕີມ ກຳມະການຄະນະພັກ-ຄະນະປະຈຳພັກ ກອງພັນໃຫຍ່ 497 ສະໄໝທີ V ໂດຍ ອີງຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝທີ X ໝວດ
ທີ II ມາດຕາທີ 13 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກ ແລະ ອີງຕາມໜັງສື ສະເໜີ ສະບັບເລກທີ 47/ຄພຍ ລົງວັນທີ 27/8/2019 ກ່ຽວກັບການບົ່ງຕົວ
ແຕ່ງຕັ້ງເພີ່ມເຕີມ ກຳມະການຄະນະພັກ-ຄະນະປະຈຳພັກ ກອງພັນໃຫຍ່ 497 ສະໄໝທີ V ດັ່ງນັ້ນ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນ
ໂທ ບຸນຈອນ ອ່ອນພະຈັນ ເປັນກຳມະການຄະນະພັກ, ສະຫາຍ ພັນໂທ ຄຳຈັນ ວົງສາຍເຊ ເປັນກຳມະການຄະນະພັກ, ສະຫາຍ ພັນເອກ ຄຳເພັງ ແກ້ວວົງສາ ເປັນຄະນະປະ
ຈຳພັກ, ສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ເປັນຄະນະປະຈຳພັກ, ສະ ຫາຍ ພັນໂທ ນານ ວັນທອງ ເປັນ ຄະນະປະຈຳພັກ.

     ໂອກາດເຂົ້າຮ່ວມພິທີດັ່ງກ່າວ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ກຽດໂອ້ລົມເຊິ່ງ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມ
ປະກາດຮັບຮອງບົ່ງຕົວ ແຕ່ງຕັ້ງກຳມະການຄະນະພັກ-ຄະນະປະຈຳພັກຂອງກອງພັນໃຫຍ່ 497 ສະໄໝທີ V ເຊິ່ງໄດ້ສຳເລັດລົງ ດ້ວຍໝາກຜົນອັນຈົບງາມ, ພ້ອມທັງຮຽກ
ຮ້ອງໃຫ້ ຄະນະພັກກອງພັນໃຫຍ່ 497 ສະໄໝ ທີ V ສືບຕໍ່ປະຕິບັດໜ້າທີ່ ການເມືອງ ຂອງກົມກອງ ດ້ວຍຄວາມຮັບຜິດຊອບສູງ, ເຊື່ອມຊຶມກຳແໜ້ນແນວທາງຂອງພັກ
ຕິດພັນກັບ 4 ໜ້າທີ່ ໃຫຍ່ 26 ແຜນງາທີີ່ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກໂດຍຖືເອົາວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກສອດຫ້ອຍ
ເຂົ້າໃນທຸກຂົງເຂດວຽກງານຂອງ ກົມກອງ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ກອງທັບ ໃນການພົວພັນຮ່ວມມືແລກປ່ຽນສະພາບການກັບອົງການປົກຄອງທ້ອງຖິ່ນ
ເພື່ອເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມສະຫງົບ, ພ້ອມນີ້ກໍຕັ້ງໜ້າເຕົ້າໂຮມຄວາມສາມັກຄີ ພາຍໃນພັກ-ພາຍນອກກົມກອງ ໃຫ້ເປັນປຶກແຜນແໜ້ນໜາ ແລະ ພ້ອມ
ກັນປັບປຸງກໍ່ສ້າງກຳລັງ, ກໍ່ສ້າງກົມກອງໃຫ້ມີໃບໜ້າອັນໃໝ່ດີຂຶ້ນເທື່ອລະກ້າວ.