ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກມທ ປະກາດເລື່ອນຊັ້ນນາຍທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທ

     ພິທີປະກາດເລື່ອນຊັ້ນນາຍທະຫານ ຈາກຊັ້ນ ພັນຕີ ຂຶ້ນ ຊັ້ນພັນໂທ ຢູ່ກົມໃຫຍ່ການເມືອງກອງທັບ ຈຳນວນ 15 ສະຫາຍ ໄດ້ຈັດຂຶ້ນ ໃນວັນທີ 24
ກັນຍາ 2021 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ
ຈາກຫ້ອງການ, ກົມ, ກອງ ພ້ອມດ້ວຍນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃຫມ່ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບຸນເຫຼືອ ໄຊຍະເພັນ ຫົວຫນ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການເລື່ອນຊັ້ນນາຍທະຫານ ຢູ່ກົມໃຫຍ່ການເມືອງກອງທັບ ອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນນາຍ
ທະຫານຈາກຊັ້ນພັນຕີຂຶ້ນຊັ້ນພັນໂທຈຳນວນ 15 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍໄດ້ໂອ້ລົມຫລາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃນຄັ້ງນີ້, ພ້ອມທັງໄດ້
ເນັ້ນໜັກໃຫ້ນາຍທະຫານແຕ່ລະສະຫາຍສືບຕໍ່ເຝິກຝົນຫລໍ່ຫລອມຕົນເອງໃຫ້ຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນຢ່າງ
ເປັນເຈົ້າການ, ເປັນຫລັກແຫລ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ, ສຸມໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸຸມ
ໃນການປັບປຸງແບບແຜນວິທີເຮັດວຽກເປັນບັນຫາສຳຄັນ ບົນພື້ນຖານ ຕ້ອງປະຕິບັດຕາມຫລັກການ ລວມສູນປະຊາທິປະໄຕ ເຮັດວຽກເປັນຫມູ່ຄະນະ,
ແບບແຜນເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ພາຍຫລັງໄດ້ຮັບຊັ້ນໃໝ່ກັບຄືນກົມກອງ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດດີ
ກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບ ກ້າວຂຶ້ນເປັນກອງທັບປະຕິວັດ ມີແບບແຜນ ທັນສະໄໝ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/09/2021