ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນເອກ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເຈົ້າຊາຍ ແຫ່ງ ຊອກດານີ


     ວັນທີ 24 ຕຸລາ ນີ້, ຢູ່ທີ່ຫ້ອງຮັບແຂກ ກະຊວງປ້ອງກັນປະເທດ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້
ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Mired Raad Zeid Al-Hussein ເຈົ້າຊາຍ ແຫ່ງ ຊອກດານີ ໃນນາມຜູ້ຕາງໜ້າພິເສດຂອງສົນທິສັນຍາ ວ່າດ້ວຍການ
ເກືອດຫ້າມລະເບີດຝັງດິນຕ້ານບຸກຄົນທັງເປັນ ປະທານ ເພື່ອສິດທິຄົນພິການ ພ້ອມ ດ້ວຍຄະນະເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມມິດຕະພາບ ແລະ ເຮັດວຽກຢ່າງ
ເປັນທາງການຢູ່ ສປປ ລາວ ໃນລະຫວ່າງ ວັນທີ 23-24 ຕຸລາ ນີ້.

     ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ແຈ້ງສະພາບບັນຫາລູກລະ
ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃນປາງສົງຄາມ ພ້ອມທັງຍົກໃຫ້ເຫັນເຖິງໝາກຜົນ ແລະ ການຮ່ວມມືລະຫວ່າງບັນດາປະເທດ ເພື່ອນມິດເວົ້າລວມ, ເວົ້າສະເພາະ
ກໍແມ່ນ ລາວ-ຊອກດານີ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງມັນເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັດ
ແໜ້ນສາຍພົວພັນລະຫວ່າງສອງກອງທັບປະຊາຊົນລາວ ແລະ ຊອກດານີ ໃຫ້ນັບມື້ນັບມີບາດກ້າວ ແລະ ໃບໜ້າອັນໃໝ່. ພ້ອມທັງກ່າວອວຍພອນ ໃຫ້ຜູ້ຕາງໜ້າພິເສດ
ຂອງສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດຝັງດິນຕ້ານບຸກຄົນ ພ້ອມຄະນະໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ໄດ້ຮັບຜົນສໍາ
ເລັດຢ່າງຈົບງາມ.

     ໂອກາດດັ່ງກ່າວ ທ່ານ Mired Raad Zeid Al-Hussein, ເຈົ້າຊາຍແຫ່ງ ຊອກດານີ ກໍໄດ້ກ່າວ ສະແດງຄວາມຂອບອົກຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ
ສົມກຽດພ້ອມດຽວກັນນັ້ນ ກໍໄດ້ແຈ້ງຈຸດປະສົງໃນການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ໃຫ້ ທ່ານ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຮັບຊາບ
ເພື່ອສົ່ງເສີມ ແລະ ເຜີຍແຜ່ສົນທິສັນຍາວ່າດ້ວຍການ ເກືອດຫ້າມລະເບີດຝັງດິນດ້ານ ບຸກຄົນ ກໍຄືຂົນຂວາຍໃຫ້ ສປປ ລາວ ເປັນພາຄີໃນສົນທິສັນຍາດັ່ງກ່າວ. ຕໍ່ບັນຫາ
ນີ້, ປີ 2010 ໃນໂອກາດທີ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມ ລັດພາຄີສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຄັ້ງທໍາອິດ ເຊິ່ງ ເຈົ້າຊາຍ ແຫ່ງ ຊອກ
ດານີ ກໍໄດ້ເດີນທາງມາເຂົ້າຮ່ວມ ແລະ ໄດ້ພົບປະກັບ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນເວລານັ້ນ.