ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກຢູ່ກອງພັນໃຫຍ່ 497


     ໃນວັນທີ​ 21​ ຕຸລາ​ 2021​ນີ້,​ ສະຫາຍ​ ພົນຕີ ປະສິດ​ ທ່ຽງທຳ​ ຫົວ​ໜ້າ​ກົມໃຫຍ່ເຕັກນິກ ກອງທັບ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຂົ້າຮ່ວມກອງປະ
ຊຸມກວດກາ ພາຫະນະເຕັກນິກ​ອາວຸດ-ຍຸດໂທປະກອນ ຢູ່ກອງພັນໃຫຍ່ 497​ ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ​ ຄຳ​ສຸກ​ ໄຊມວນສິນ​ ຫົວໜ​້າ
ການທະຫານ​ກອງພັນໃຫຍ່​ 497​ ມີບັນດາສະຫາຍ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງ ແລະ​ ພະນັກງານ​ວິຊາ​ສະເພາະ​ ວິຊາການ ເຂົ້າຮ່ວມ.

     ສະຫາຍ​ ພັນໂທ​ ບົວລີ ກໍອຸເທນ ຫົວໜ້າ​ພະແນກເຕັກນິກ ໄດ້ຂື້ນລາຍງານບົດສະຫຼຸບການກວດກາ ອາວຸດ-ຍຸດໂທປະກອນ​ ທົ່ວກອງພັນໃຫຍ່ 497​
ໂດຍຫຍໍ້,​ ພ້ອມທັງຍົກໃຫ້ເຫັນວຽກງານຄຸ້ມຄອງພາຫະນະເຕັກນິກ, ການກວດກາ, ​ການມ້ຽນມັດ, ​ບົວລະບັດຜັດເຊັດ, ການສ້ອມແປ້ງ ແລະ​ ການປົກປັກ
ຮັກສາບັນດາອາວຸດ-ກະສູນ ເພື່ອໃຫ້ມີຄວາມຮັບປະກັນຢູ່ໃນທ່າກຽມພ້ອມສູ້ຮົບໄດ້ຕະຫຼອດເວລາ.

     ພ້ອມນີ້,​ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄຳເຫັນຢ່າງສ້າງສັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ຕາມທິດນຳ
ຂອງກະຊ​ວງປ້ອງກັນປ​ະເທດ ກໍ່ຄືວຽກງານຮັບປະກັນພາຫະເຕັກນິກອາວຸດ -​ ຍຸດໂທປະກອນ​ ຢູ່ກອງພັນໃຫຍ່​ 497​ ເພື່ອພ້ອມກັນປັບປຸງແກ້ໄຂ ໃນຕໍ່ໜ້າ
ໃຫ້ດີຂື້ນກວ່າເກົ່າ.

     ຈາກນັ້ນ,​ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະກໍ່ໄດ້ລົງກວດກາເບິິ່ງຕົວຈິງ ກ່ຽວກັບພາຫະນະເຕັກນິກ ອາວຸດ-ຍຸດໂທປະກອນ​ ຢູ່​ບັນດາ
ກອງພັນນ້ອຍ ກອງພັນໃຫຍ່​ 497​ ຕື່ມອີກ. ໂອກາດນີ້,​ ສະຫາຍ​ ພົນຕີ​ ປະສິດ​ ທ່ຽງທຳ​ ຍັງໄດ້ສະເໜີຈຸດປະສົງໃນການລົງເຄື່ອນໄຫວກວດກາພາຫະນະ
ເຕັກນິກ ອາວຸດ​-ຍຸດໂທປະກອນ​ໃນຄັ້ງນີ້,​ ແມ່ນເພື່ອເປັນການຍົກສູງຄວາມຮູ້-ຄວາມສາມາດ​ ໃຫ້ແກ່ພະນັກງານ ວິຊາສະເພາະ​ເຕັກນິກ​ ຢູ່ກອງພັນໃຫຍ່​
497​ ໃຫ້ໄດ້ກຳແໜ້ນຫຼັກການພື້ນຖານເຕັກນິກ, ການວັດແທກ ແລະ​ ການນຳໃຊ້ໃຫ້ໄດ້ມາດຕະຖານ, ມີຄຸນນະພາບ​ ແລະ​ ພ້ອມກັນປົກປັກຮັກສາ, ​ຈັດ
ມ້ຽນໃຫ້ຖືກຕ້ອງຕາມຫຼັກການ, ສາມາດຕອບສະໜອງເຂົ້າໃນການຝຶກແອບຮໍ່າຮຽນ, ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ່ວ ແລະ​ ຮັບປະກັນນຳໃຊ້ກຽມ
ພ້ອມສູ້ຮົບໃນທຸກກໍ່ລະນີ ຕາມ​ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນສະເພາະໜ້າ ແລະ​ ຍາວນານ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/10/2021