ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະສິລະປະກອນ ມະຫາວິທະຍາໄລ ວັດທະນະທຳສິລະປະດົນຕີ
ກອງທັບປະຊາຊົນຫວຽດນາມ ສະແດງຮັບ​ໃຊ້​ມວນ​ຊົນ​ຊາວ​ນະຄອນຫຼວງວຽງຈັນ


     ການເຄື່ອນໄຫວສະແດງມິດຕະພາບຢູ່ ສປປ ລາວ ຂອງຄະນະສິລະປະກອນ ມະຫາວິທະຍາໄລ ວັດທະນະທຳສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ນໍາພາໂດຍ
ສະຫາຍ ພັນເອກ ວູ້ ໂຫ່ ຕຸ່ງ ຮອງຫົວໜ້າ ອໍານວຍການ ມະຫາວິທະຍາໄລວັດທະນະທຳສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍນັກສະແດງ 40 ສະຫາຍ
ໄດ້ສະແດງຮັບໃຊ້ມວນຊົນຊາວນະຄອນຫຼວງວຽງຈັນ ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ໃນຄໍ່າຄືນຂອງວັນທີ 21 ພະຈິກ ນີ້, ໂດຍມີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາ
ລາດ ກຳມະການກົມ ການເມືອງສູນກາງພັກລັດຖະມົນຕີ ກະຊວງປ້ອງກັນປະເທດລາວ.

     ມີສະຫາຍ ຫງວຽນບາຮຸ່ງ ເອກ ອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ,
ຄະນະກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບກົມກອງທະຫານ ເຂດໃຈກາງນະຄອນຫຼວງວຽງຈັນ ແລະ
ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.

     ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຫົວໜ້າ ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ໄດ້ຕາງໜ້າໃຫ້ນາຍ ແລະ ພົນທະ
ຫານກອງທັບປະຊາຊົນລາວ ແລະ ຊາວນະຄອນຫຼວງວຽງຈັນ ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ການມາຢ້ຽມຢາມ ແລະ ເຄື່ອນໄຫວສະແດງມິດຕະພາບຢູ່ 
ສປປ ລາວ ຂອງຄະນະສິລະປະ ກອນມະຫາວິທະຍາໄລວັດທະນະທຳສິລະປະດົນຕີກອງທັບປະຊາຊົນ ຫວຽດນາມ ໃນຄັ້ງນີ້ແມ່ນສຸດທີ່ມີຄວາມໝາຍສໍາຄັນຍິ່ງ ປະກອບ
ສ່ວນເຂົ້າໃນການສະເຫຼີມສະຫຼອງວັນຊາດ ສປປ ລາວ ທີ 2 ທັນ ວາ ຄົບຮອບ 44 ປີ, ວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ ວັນທະຫານອາສາສະ
ໝັກ ແລະ ຊ່ຽວຊານ ຫວຽດນາມ ຄົບຮອບ 70 ປີ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ, ທັງເປັນການປະກອບສ່ວນປຸກລະດົມກຳລັງໃຈໃຫ້ນາຍ ແລະ ພົນທະຫານກໍຄືປະ
ຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ພ້ອມກັນນັ້ນຍັງເປັນການແລກປ່ຽນວັດທະນະທໍາລະຫວ່າງສອງຊາດ, ສອງກອງ
ທັບລາວ-ຫວຽດນາມ ອີກດ້ວຍ.

     ສໍາລັບລາຍການທີ່ນໍາມາສະແດງໃນຄັ້ງນີ້ປະກອບມີ: ຮ້ອງປະສານຟ້ອນ: ສາຍນໍ້າສາຍໃຈ, ຮ້ອງໝູ່ຊາຍໃນບົດເພງ: ລຸງໄກສອນ ໃນດວງໃຈເຮົາ, ບົດຟ້ອນ: ຄວາມ
ຊົງຈໍາຂ້ອຍກັບດອກບົວ, ຮ້ອງດ່ຽວຍິງ: ຝາກເພງຈາກໃຈ, ບົດເພງ: ພົບກັນທີ່ສາຍພູຫຼວງ, ຮ້ອງໝູູ່ຍິງບົດເພງ: ສົ່ງພອນປີໃໝ່, ບົດປະສານດົນຕີ: ອາລຸນຍາມ ເຊົ້າຢູ່ທີ່ພະ
ທາດເກົ່າແກ່, ຮ້ອງຄູ່ຍິງຊາຍປະກອບຟ້ອນບົດເພງ: ສຽງຮ້ອງຈາກຫົວໃຈ, ບົດເພງ:ກ້າວເດີນໄປບໍ່ຢຸດ, ຮ້ອງປະກອບຟ້ອນບົດເພງ: ສຽງແຄນໃນຝັນ, ຮ້ອງດ່ຽວຍິງ: ແປວ
ໄຟຢູ່ເທິງພູພຽງ, ບົດຟ້ອນໝູ່ຍິງ-ຊາຍ: ສຽງຮ້ອງຈາກພົງໄພ, ຮ້ອງໝູ່ຊາຍ: ພວກເຮົາທະຫານຊັ້ນສອງ, ບົດເພງ: ກິຕ້າທະຫານ, ຮັກອ້າຍທະຫານ, ບົດເພງ: ລໍາເຕີ້ຍສາມັກ
ຄີລາວ-ຫວຽດນາມ, ບົດເພງ ຮ້ອງປະສານຟ້ອນ: ສາຍສໍາພັນມິດຕະພາບທີ່ຍິ່ງໃຫຍ່ລາວ-ຫວຽດນາມ ແລະບົດເພງ: ຮ່າໂນ້ຍ-ວຽງຈັນ ເຊິ່ງແຕ່ລະລາຍການສະແດງລ້ວນ
ແລ້ວແຕ່ໄດ້ສ່ອງແສງໃຫ້ເຫັນເຖິງຄວາມສາມັກຄີມິດຕະພາບ, ອັນເປັນມູນເຊື້ອການຮ່ວມສຳພັນສູ້ຮົບແບບພິເສດລະຫວ່າງສອງ ກອງທັບ ລາວ-ຫວຽດນາມ, ສ່ອງແສງ
ໃຫ້ເຫັນລັກສະນະຊາດ, ວັດທະນະທໍາອັນດີງາມຂອງ ຫວຽດນາມ ກໍຄືຂອງລາວເຮົາ ແລະ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ ເປັນຢ່າງດີ.

     ຫຼັງຈາກສໍາເລັດການສະແດງແລ້ວຄະນະນໍາ ກະຊວງປ້ອງກັນປະເທດ ກໍໄດ້ມອບກະຕ່າດອກໄມ້ ແລະ ຖ່າຍຮູບຮ່ວມກັບຄະນະສິລະປະກອນດັ່ງກ່າວອີກດ້ວຍ.