ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຝິກຊ້ອມການທະຫານຄັ້ງທີ I ​ເພື່ອ​ກະກຽມສະເຫຼີມສະຫຼອງ
ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ


ເຝິກຊ້ອມການທະຫານຫັດແອບຕົວຈິງຢູ່ທີ່ສະໜາມຫັດແອບ ວິທະຍາຄານກົມມະດໍາ

     ພາຍຫຼັງທີ່ໄດ້ຫ້າງຫາກະກຽມຈັດຕັ້ງກຳລັງເຫຼົ່າຮົບຕ່າງໆ ເຝິກຊ້ອມການທະຫານຫັດແອບຕົວຈິງ ມາແຕ່ຕົ້ນ ເດືອນ ພະຈິກ ຜ່ານມາ ເພື່ອກະກຽມ
ໃຫ້ແກ່ການຈັດຕັ້ງ ສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ມາ ຮອດ ວັນທີ 24 ພະຈິກ 2020 ຢູ່ທີ່ສະໜາມຫັດແອບ ວິທະຍາຄານກົມ
ມະດໍາ ໄດ້ມີການເຝິກຊ້ອມໃຫຍ່ ຄັ້ງທີ I ໂດຍມີ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງຫົວໜ້າ ກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະຊີ້ນໍາ
ລວມພາກສະໜາມ, ມີບັນດາອະນຸກໍາມະການດ້ານຕ່າງໆ ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມຮັບຊົມ.

     ການເຝິກຊ້ອມໃຫຍ່ຄັ້ງນີ້, ກໍເພື່ອກະກຽມຄວາມພ້ອມໃຫ້ການຈັດຕັ້ງສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຄັ້ງນີ້ ໃຫ້ເຕັມໄປ
ດ້ວຍເນື້ອໃນ, ຄວາມໝາຍ ແລະ ທັງຮັບປະກັນໃຫ້ໄດ້ຄວາມປອດໄພ 100% ແລະ ບັນດາກ້ອນກຳລັງປະກອບອາວຸດທຸກເຫຼົ່າຮົບທີ່ໄດ້ຈັດຕັ້ງປະຕິບັດ
ຕົວຈິງ ເຊິ່ງປະກອບມີ 10 ລາຍການ ຄື: ກຳລັງກອງພັນໃຫຍ່ 11 ນຳໃຊ້ປືນຍິງ ເປີດປ້າຍຄຳຂວັນ 2 ທັນວາ ໝັ້ນຍືນ ໄລຍະ ຍິງ 300 ແມັດ, ກອງຍິງ
ປືນອາຊຽນນຳໃຊ້ປືນສັ້ນຊາຍ-ຍິງ, ຍິງເປົ້າຈານເຫຼັກ, ເຫຼົ່າຮົບສືບຂ່າວສົມທົບທະຫານອາກາດ ເຮັດໜ້າທີ່ກອບກູ້ຕົວປະກັນ, ເຫຼົ່າຮົບຕີພິເສດປິດລັບຫຼອນ
ຕີສັດຕູ, ເຫຼົ່າຮົບປ້ອງກັນອາກາດນຳໃຊ້ປືນຊູ-23 ດັບສູນເປົ້າໝາຍເທິງອາກາດ, ທະຫານອາກາດຍິງເປົ້າໝາຍເທິງໜ້າດິນ, ເຫຼົ່າຮົບປືນໃຫຍ່ນໍາໃຊ້ປືນເບ
ເອັມ-21, 152 ມມ, 122 ມມ ຍິງກະກຽມ, ເຫຼົ່າຮົບຊ່າງແສງ ສົ່ງໝາກຝາບິນເປີດ ທາງໄຂ ແລະ ເຫຼົ່າຮົບເຄມີປ່ອຍຄັວນແຊມກາຍ, ເຫຼົ່າຮົບທະຫານ
ລົດຕັງ-ຍານເກາະນຳໃຊ້ລົດຕັງ ເຕ-72 ຍິງປືນໃຫຍ່ 152 ມມ, 122 ມມ ຍິງຍົກຍ້າຍທະຫານຮາບຍານເກາະ ປະຕິບັດບຸກຕີສັດຕູຈັ້ງທ່າ, ເຫຼົ່າຮົບເຄມີ
ລົບລ້າງທາດພິດເຄມີພາຫະນະອາວຸດ ແລະ ທະຫານອາກາດນໍາໃຊ້ຍົນທຸກຊະນິດບິນສວນສະໝາມ.

     ການເຝິກຊ້ອມຄັ້ງນີ້ ກໍເພື່ອສະແດງຜ່ານໃຫ້ ຄະນະອະນຸກຳມະການຮັບຜິດຊອບໄດ້ປະກອບຄຳຄິດເຫັນເພື່ອນຳໄປປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງໃຫ້ດີ
ຂຶ້ນ, ການເຝິກຊ້ອມຄັ້ງນີ້, ກໍເພື່ອເປັນການຍົກໃຫ້ເຫັນປະສິດທິພາບ ແລະ ເຫັນໄດ້ເຖິງຄວາມເຂັ້ມແຂງຂອງ ກອງທັບປະຊາຊົນລາວ ໃນໄລຍະໃໝ່.