ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ໂອນກອງພັນນ້ອຍໃຫ້ຂຶ້ນກັບກົມໃຫຍ່ການເມືອງກອງທັບ

     ພິທີມອບໂອນກອງພັນນ້ອຍ 988 ປ້ອງກັນໃກ້ຊິດທີ່ຂຶ້ນກັບກອງພັນໃຫຍ່ 279 ມາຂຶ້ນກັບກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 21
ທັນວາ 2017 ນີ້, ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ
ກອງທັບ, ມີຄະນະພັກຄະນະບັນຊາກົມນ້ອຍ, ຫ້ອງການກອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເປັນປະທານ ພິທີມອບ-ໂອນກອງພັນນ້ອຍ ໃຫ້ຂຶ້ນກັບກົມໃຫຍ່ການເມືອງກອງທັບ

     ໃນພິທີ ພັນເອກ ບຸນເຫຼືອ ໄຊຍະເພັນ ຫົວໜ້າຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການໂອນກອງພັນນ້ອຍ 988 ປ້ອງກັນໃກ້ຊິດທີ່ຂຶ້ນກັບ ກອງພັນໃຫຍ່ 279 ໃຫ້ມາຂຶ້ນກັບກົມໃຫຍ່ການເມຶອງກອງທັບ ໂດຍອີງຕາມທິດທາງ
ແຜນການປັບປຸງກໍ່ສ້າງກຳລັງປະກອບອາວຸດກອງທັບປະຊາຊົນລາວໃນແຕ່ລະໄລຍະໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຮອບດ້ານ, ປັບປຸງກອງທັບປະຕິວັດມີ
ແບບແຜນທັນສະໄໝ, ມີຄວາມສາມາດພຽງພໍເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິ ບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ
ຊາດ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການ ແລະ ໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່ເວົ້າລວມ ເວົ້າສະເພາະແມ່ນການປັບ
ປຸງສັບຊ້ອນການຈັດຕັ້ງຂອງກົມກອງວິຊາສະເພາະໃຫ້ເປັນລະບົບ, ແທດເໝາະກັບສະພາບການຕົວຈິງ, ສອດຄ່ອງກັບພາລະບົດບາດ, ໜ້າທີ່, ຂອບເຂດ
ສິດ ແລະ ຄວາມສະດວກໃນການຊີ້ນຳ-ບັນຊາ. ດັ່ງນັ້ນ, ຈຶ່ງໂອນກອງພັນນ້ອຍປ້ອງກັນໃກ້ຊິດ (ລະຫັດໝາຍເລກ 796) ທີ່ຂຶ້ນກັບກອງພັນໃຫຍ່ 279
ໃນປັດຈຸບັນ ແລະ ປ່ຽນລະຫັດໝາຍເລກກົມກອງດັ່ງກ່າວມາເປັນ (ລະຫັດໝາຍເລກ 988) ເປັນກົມກອງເອກະລາດມອບໃຫ້ຂຶ້ນກັບກົມໃຫຍ່ການ
ເມືອງກອງທັບເປັນຜູ້ຊີ້ນຳ-ບັນຊາໂດຍກົງ ແລະ ຮອບດ້ານ. ສ່ວນດ້ານວຽກງານວິຊາສະເພາະ, ວຽກງານປັບປຸງກໍ່ສ້າງກຳລັງແມ່ນມອບໃຫ້ກົມປ້ອງກັນ
ພາຍໃນເປັນຜູ້ຊີ້ນຳບັນຊາ ວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານແມ່ນມອບໃຫ້ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ແລະ
ວຽກງານພະລາທິການ-ເຕັກນິກ ງົບປະມານຕ່າງໆແມ່ນມອບໃຫ້ຫ້ອງການບໍລິຫານກົມໃຫຍ່ການເມືອງກອງທັບເປັນຜູ້ຊີ້ນຳ ຈາກນັ້ນກໍໄດ້ເຊັນບົດບັນ
ທຶກມອບ-ຮັບລະຫວ່າງຕາງໜ້າກອງພັນໃຫຍ່ 279 ແລະ ຕາງໜ້າກົມປ້ອງກັນພາຍໃນກົມໃຫຍ່ການເມືອງກອງທັບ.