ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບປາຖະກະຖາຫວນຄືນມູນເຊື້ອກອງທັບ

     ກົມໃຫຍ່ການເມືອງກອງທັບ ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອ ເນື່ອງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 69 ປີ (20 ມັງ
ກອນ1949-20 ມັງກອນ 2018) ຢູ່ສະໂມສອນກົມໃຫຍ່ການເມືອງກອງທັບ, ໃນວັນທີ 25 ມັງກອນ 2018 ນີ້, ໂດຍການປາຖະກະຖາຂອງ ທ່ານ
ພົນຈັດຕະວາ ແກ່ນສີ ມະນີວົງ ອະດີດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ຈາກກົມ, ກົມກອງ,
ຫ້ອງການທີ່ຂຶ້ນກັບກົມເຂົ້າຮວ່ມຮັບຟັງ.


ພົນຈັດຕະວາ ແກ່ນສີ ມະນີວົງ ປາຖະກະຖາຫວນຄືນມູນເຊື້ອເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປ

     ເພື່ອແນໃສ່ເຮັດໃຫ້ພະນັກງານ-ນັກຮົບໄດ້ຮັບຮູ້ເຊື່ອມຊຶມກຳແໜ້ນຕື່ມມູນເຊື້ອດັ່ງກ່າວ ພ້ອມທັງນຳ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ. ທົບ
ທວນຫວນຄືນປະຫວັດມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວລວມທັງຜົນງານ ແລະ ໄຊຊະນະທີ່ກອງທັບປະຊາຊົນລາວຍາດມາໄດ້ຕະຫຼອດໄລ
ຍະ 69 ປີ ຜ່ານມາ ກອງທັບປະຊາຊົນລາວກຳເນີດເກີດຂຶ້ນໃນທ່າມກາງປະເທດຊາດຖືກພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຮຸກຮານ ແລະ ຄອບຄອງປະເທດ
ລາວເຮົາ, ໂດຍພາຍໃຕ້ການນຳພາຂອງພັກ, ພັກປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານຢ່າງເປັນຂະບວນຟົດຟື້ນໃນທົ່ວປະເທດ, ໃນ
ວັນທີ 20 ມັງກອນ 1949 ກອງທັບລາວອິດສະຫຼະໄດ້ຮັບການປະກາດສ້າງຕັ້ງຂຶ້ນ (ເຊິ່ງເປັນຕົ້ນກຳເນີດຂອງກອງທັບເຮົາໃນປັດຈຸບັນ) ຢູ່ເຂດລາວຮຸ່ງພຽງ
ສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ ນຳບັນຊາໂດຍກົງນັບແຕ່ກອງທັບໄດ້ຮັບການສ້າງ
ຕັ້ງຂຶ້ນ ກໍໄດ້ຮັບພາລະກິດອັນໜັກໜ່ວງຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ໃໝ່ທີ່ມີອາວຸດ, ພາຫະນະສົງຄາມ ແລະ ກຳລັງພົນທີ່ເໜືອ
ກວ່າເພື່ອປົກປັກຮັກສາປະເທດຊາດແຕ່ດ້ວຍນໍ້າໃຈຮັກຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນກອງທັບໄດ້ຮ່ວມກັບປະຊາ ຊົນລາວບັນດາເຜົ່າສືບຕໍ່ດຳ
ເນີນການຕໍ່ສູ້ຢ່າງອົງອາດກ້າຫານຍິ່ງຕີຍິ່ງໄດ້ຮັບໄຊຊະນະ ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະ
ບອບໃໝ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍກອງທັບກໍໄດ້ປະຕິບັດສອງ
ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ເສີມຂະຫຍາຍທາດແທ້ມູນເຊື້ອຂອງກອງທັບ, ປັບປຸງກໍ່ສ້າງກຳລັງ, ອົບຮົມ-ຫັດ
ແອບ, ປັບປຸງລະບຽບແບບແຜນເຮັດໃຫ້ກອງທັບນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວ.