ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ການເມືອງກອງທັບ ປະກາດ​ໃຫ້​ນາຍ​ທະຫານ​ພັກ​ການ​ຮັບ​ບຳນານ


ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

     ວັນທີ 22 ມັງກອນ 2021 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດໃຫ້ນາຍທະຫານພັກການຮັບບໍານານ ໂດຍການເປັນປະທານຂອງ ສະຫາຍ
ພົນຕີ ສອນທອງ ພົມລາວົງ ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ,
ພ້ອມດ້ວຍນາຍທະຫານທີ່ໄດ້ພັກການຮັບບໍານານເຂົ້າຮ່ວມ.

     ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຮອງຫົວໜ້າ ພະແນກພະນັກງານຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ
ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບບໍານານ, ອີງຕາມກົດໝາຍວ່າດ້ວຍນາຍທະຫານ ກອງທັບ ປະຊາຊົນລາວ ອະ
ນຸມັດໃຫ້ນາຍທະຫານພັກການຮັບບໍານານມີຈໍານວນ 7 ສະຫາຍຄື: ສະຫາຍ ພັນໂທ ຄໍາບໍ່ ສຸກຂະເສີມ ຫົວໜ້າ ພະແນກກໍ່ສ້າງຮາກຖານກົມກໍ່ສ້າງຮາກ
ຖານ, ສະຫາຍ ພັນໂທ ພັນແກ້ວ ພົນສະຫວັນ ຫົວໜ້າ ພະແນກຟ້ອນກອງສິລະປະກອນກອງທັບ, ສະຫາຍ ພັນໂທ ພູມີ ນໍລິນທາ ຫົວໜ້າ ພະແນກໂຄສະ
ນາຫ້ອງການເມືອງ, ສະຫາຍ ພັນໂທ ນາງ ອໍາພາ ຂຸນສັກດາ ຊ່ວຍວຽກ ພະແນກບໍລິຫານ-ສັງລວມຫໍພິພິທະພັນປະຫັວດສາດກອງທັບ, ສະຫາຍ ພັນໂທ
ນາງ ວັນໄຊ ພະຜົນໄຊ ພະນັກງານປຸງແຕ່ງກອງພັນ 988, ສະຫາຍ ພັນໂທ ນາງ ບົວຮ່າວ ແສງອິນແປງ ຫົວໜ້າ ຂະແໜງຟ້ອນພື້ນເມືອງກອງສິລະປະກອນ
ກອງທັບ ແລະ ສະຫາຍ ພັນໂທ ນາງ ບົວວິນ ສິມມະນີວົງ ວິຊາການຟ້ອນກອງສິລະປະກອນກອງທັບ.

     ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍທະຫານທີ່ຮັບບໍານານ ໃນການປະຕິບັດໜ້າທີ່
ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນທາງດ້ານຄວາມຮູ້, ຄວາມສາມາດເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ເຮັດສໍາ
ເລັດໜ້າທີ່ການເມືອງ ແລະ ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໃນການປະກອບສ່ວນສໍາຄັນເຂົ້າໃນຂະແໜງການຕ່າງໆ ທີ່ໄດ້ຮັບການມອບ
ໝາຍ ແລະ ມີຜົນສໍາເລັດ.