ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2021


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະທານ,
ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນປະເທດ

     ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2021 ແລະ ວາງທິດທາງແຜນການປະຈຳປີ 2022 ຂອງ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນ
ວັນທີ 25 ມັງກອນ 2022 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງປະ
ທານ, ຜູ້ປະຈໍາການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຄະ
ນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາ ທີ່ເປັນຕົວແທນຈາກອົງການ, ກົມກອງກໍາລັງ
ຫຼວງ-ກໍາລັງທ້ອງຖິ່ນ, ວິທະຍາຄານ, ໂຮງຮຽນ, ໂຮງໝໍ ເຂົ້າຮ່ວມ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດກອງປະຊຸມບາງຕອນວ່າ: ການດໍາເນີນກອງປະຊຸມໃນຄັ້ງນີ້ ແມ່ນນອນຢູ່ໃນທ່າມກາງບັນຍາ
ກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວ ບັນດາເຜົ່າພວມສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ
ໃຫຍ່ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ພ້ອມດຽວກັນນັ້ນກໍສ້າງຂະບວນ
ການຂໍ່ານັບຮັບຕ້ອນ ບັນດາວັນບຸນໃຫຍ່ ທີ່ສໍາຄັນຂອງຊາດ, ຂອງພັກ ເປັນຕົ້ນແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ, ຕິດພັນກັບຂະ
ບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກອງ 3 ປອດ (ປອດໃສ, ປອດໄພ, ປອດຄະດີ), ການສ້າງກົມກອງວັດທະນະທໍາ
ແລະ ນັກຮົບວັດທະນະທໍາ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງເປັນຂະບວນຟົດຟື້ນ.

     ໃນປີ 2021 ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະພັກ ກະຊວງປ້ອງກັນປະເທດ ກໍຄືຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ໃນການຈັດຕັ້ງປະຕິ
ບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມ ຂອງກະຊວງ, ພວກເຮົາສາມາດຍາດໄດ້ຜົນສໍາເລັດ ໃນຫຼາຍດ້ານ ໂດຍສະເພາະແມ່ນຮັບປະກັນ
ໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງປະ
ຊາຊົນຢ່າງໜັກແໜ້ນ ແລະ ມີຜົນສໍາເລັດເປັນຢ່າງດີ ເຮັດໃຫ້ບົດບາດອິດທິພົນ ຂອງຊາດລາວເຮົາພົ້ນເດັ່ນຂຶ້ນ ໃນເວທີສາກົນ ແລະ ພາກພື້ນ, ໃນນັ້ນກອງ
ທັບເຮົາ ໄດ້ເປັນກໍາລັງຫຼັກແຫຼ່ງໃນການປ້ອງກັນບັນດາວັນບຸນ ແລະ ກອງປະຊຸມສໍາຄັນດັ່ງກ່າວມີຄວາມສະຫງົບປອດໄພ 100%, ສ້າງໄດ້ຄວາມເຊື່ອໝັ້ນ,
ຄວາມໄວ້ວາງໃຈຈາກການນໍາພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ.

     ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາຄືນ ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງຜັນຂະ
ຫຍາຍມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອຄວາມເປັນເອກະພາບ ໃນການປັບປຸງກໍ່ສ້າງກອງທັບ
ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ພ້ອມນັ້ນຈະໄດ້ພ້ອມກັນຄົ້ນຄວ້າເປັນເອກະພາບທິດທາງແຜນການ ເອກະພາບທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງ
ປະຕິບັດໃນປີ 2022.

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຮຽກຮ້ອງໃຫ້ຜູ້ ເຂົ້າຮ່ວມຈົ່ງພ້ອມກັນຍົກສູງຈິດໃຈເປັນເຈົ້າຕົນເອງ, ເສີມຂະຫຍາຍປະຊາທິປະໄຕ ແລະ ມີຄວາມຮັບຜິດຊອບໃນການເບິ່ງບັນຫາ, ຕີລາຄາສະພາບການໃຫ້ຖືກຕ້ອງ, ພາວະວິໄສ, ຕ້ອງເບິ່ງຄືນບັນດາໜ້າວຽກທີ່ເຮັດໄດ້ ແລະ ບັນຫາທີ່ຫຍໍ້ທໍ້ ແລະ ຄົງຄ້າງ ເພື່ອຮັບປະກັນໃຫ້ແກ່ການກໍານົດທິດທາງວຽກງານຈຸດສຸມໃນປີ 2022 ໃຫ້ແທດເໝາະກັບສະພາບແວດລ້ອມຕົວ ຈິງຂອງກອງທັບເຮົາ, ບົນພື້ນຖານຊຸກຍູ້ຂະບວນການປະຕິບັດໜ້າທີ່ວຽກງານໃນດ້ານຕ່າງໆ ດ້ວຍຈິດໃຈບຸກທະລຸໃຫ້ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເກີດໝາກຜົນຕົວຈິງ. ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສໍາເລັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/01/2022