ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຫົວໜ້າກົມກວດກາກະຊວງປ້ອງກັນປະເທດ
ແລະ ຫົວໜ້າການທະຫານກອງສີລະປະກອນກອງທັບ

     ຕອນເຊົ້າວັນທີ 23 ກຸມພາ 2018 ນີ້, ຢູ່ທີ່ສະໂມສອນຫ້ອງການເມືອງກົມໃຫຍ່ການເມືອງກອງທັບໄດ້ຈັດພິທີປະກາດແຕ່ງຕັ້ງ ພັນເອກ ຈັນດີ ສຸລິ
ວົງສັກ ເປັນຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ແລະ ພັນໂທ ບຸນເລັ່ງ ຈັນທະລັງສີ ເປັນຫົວໜ້າການທະຫານກອງສິລະປະກອນກອງທັບ ຢ່າງເປັນ
ທາງການ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມ
ໃຫຍ່ການເມືອງກອງທັບ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງອ້ອມຂ້າງກົມໃຫຍ່ການ
ເມືອງກອງທັບເຂົ້າຮ່ວມ.


ພົນໂທ ວິໄລ ຫຼ້າຄໍາຟອງ ເຂົ້າຮ່ວມເປັນປະທານພິທີປະກາດການແຕ່ງຕັ້ງ
ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ແລະ ຫົວໜ້າການທະຫານກອງສີລະປະກອນກອງທັບ

     ໃນພິທີ ທ່ານ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ
ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ກົມກວດກາກະຊວງປ້ອງກັນປະເທດ ແລະ ກອງສິລະປະກອນກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະ
ຊາຊົນລາວ ໝວດທີ VI ມາດຕາ 21 ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະ ການຈັດຕັ້ງນຳພາ-ບັນ
ຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມການຄົ້ນຄວ້າ
ເຫັນດີເປັນເອກະພາບຂອງຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຄັ້ງວັນທີ 22 ທັນວາ 2017, ອີງຕາມມາດຖານຂອງນາຍທະຫານທີ່ໄດ້ກຳນົດໄວ້ໃນ
ໝວດທີ II ມາດຕາ 10 ຂອງກົດໝາຍນາຍທະຫານກອງທັບປະຊາຊົນລາວ, ກະຊວງປ້ອງກັນປະເທດ ຕົກລົງຍົກຍ້າຍ ພັນເອກ ຈັນດີ ສຸລິວົງສັກ ຫົວໜ້າ
ການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 1 ມາເປັນຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ແລະ ຍົກຍ້າຍ ພັນໂທ ບຸນເລັ່ງ ຈັນທະລັງສີ ຫົວໜ້າພະ
ແນກພົວພັນຮ່ວມມື ກັບຕ່າງປະເທດກອງບັນຊາການທະຫານແຂວງສະຫວັນນະເຂດມາເປັນຫົວໜ້າການທະຫານກອງສິລະປະກອນກອງທັບ.

     ພ້ອມນີ້ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກົມໃຫຍ່ການເມືອງກອງທັບພັກການ ເພື່ອກຽມພັກຜ່ອນຮັບເບ້ຍ
ບຳນານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ໝວດທີ III ມາດຕາ 14 ຂໍ້ 3 ວ່າດ້ວຍອາຍຸກະສຽນຮັບເບ້ຍບຳນານຂອງນາຍທະຫານ,
ກະຊວງປ້ອງກັນປະເທດ ຕົກລົງອະນຸຍາດໃຫ້ ທ່ານ ພົນຈັດຕະວາ ວຽງແກ້ວ ແພງສົມບັດ ຫົວໜ້າກົມກວດກາກະຊວງປ້ອງກັນປະເທດ ແລະ ພັນເອກ
ພິມພາ ບຸນນະພາ ຫົວໜ້າການທະຫານກອງສິລະປະກອນກອງທັບພັກການ ເພື່ອກຽມຮັບເບ້ຍບຳນານ.

     ໃນການໂອ້ລົມຕໍ່ພິທີຄັ້ງນີ້, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ຕ້ອງເອົາໃຈໃສ່ເຊື່ອມ
ຊຶມກຳແໜ້ນ ແລະ ເປັນເອກະພາບກັບແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກອງທັບຢ່າງເລິກເຊິ່ງ ແລະ ຍັງຮຽກຮ້ອງ
ຕື່ມໃຫ້ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນິ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເພີ່ມທະວີບົດບາດການນຳພາຂອງ
ພັກຕໍ່ທຸກຂົງເຂດໜ້າທີ່ວຽກງານຂອງກົມກອງ, ເປັນເຈົ້າການພັດທະນາຕົນເອງໃຫ້ເປັນແບບຢ່າງທີ່ດີໃນທຸກດ້ານ, ສຳຄັນທີ່ສຸດແມ່ນຕ້ອງເປັນແບບຢ່າງ
ໃຫ້ແກ່ກົມກອງ ແລະ ໝູ່ຄະນະ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງກໍ່ສ້າງກົມກອງໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ “ກ້າຄິດ, ກ້າເຮັດ, ກ້າຮັບຜິດ
ຊອບໃນສິ່ງທີ່ຕັດສິນໃຈ”, ຕ້ອງມີວິໄສທັດກວ້າງໄກ ເບິ່ງບັນຫາຢ່າງກົງໄປກົງມາຢ່າງຖືກຕ້ອງ-ຊັດເຈນ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນ
ໜາ, ມີແບບແຜນວິທີເຮັດວຽກ-ວິທີນຳພາແບບວິທະຍາສາດປະດິດສ້າງ ແລະ ມີຄວາມສະດຸ້ງຕໍ່ສະພາບການ, ເຂັ້ມງວດຕໍ່ຕົນເອງ ແລະ ໜ້າທີ່ການເມືອງ
ທີ່ໄດ້ຮັບມອບໝາຍໃຫ້ ສິ່ງສຳຄັນແມ່ນເປັນພະນັກງານສູງຂຶ້ນເທົ່າໃດກໍຍິ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນສູງຂຶ້ນເທົ່ານັ້ນ, ເພື່ອພັດທະນາຕົນເອງ
ໃຫ້ກາຍເປັນພະນັກງານ-ນາຍທະຫານທີ່ມີຄວາມກ້າວໜ້າໃນກົມກອງ ກໍຄືກອງທັບປະຊາຊົນລາວໃຫ້ມີຜົນງານທີ່ໃຫຍ່ຫຼວງກວ່າເກົ່າ.