ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ
ສໍາເລັດການຢ້ຽມຢາມປະເທດ ມາເລເຊຍ ຢ່າງເປັນທາງການ


ພົນເອກ ຈັນສະໝອນ ຈັນຍາລາດ ສໍາເລັດການເດີນທາງຢ້ຽມຢາມປະເທດ ມາເລເຊຍ ຢ່າງເປັນທາງການ

     ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສໍາເລັດການເດີນທາງຢ້ຽມຢາມປະເທດ ມາເລເຊຍ ຢ່າງເປັນທາງ
ການ ໃນລະຫວ່າງວັນທີ 21-23 ມີນາ 2019 ນີ້, ການຢ້ຽມຢາມປະເທດ ມາເລເຊຍ ຢ່າງເປັນທາງການຄັ້ງນີ້ ແມ່ນເປັນຄັ້ງທໍາອິດນັບຕັ້ງແຕ່ທ່ານໄດ້ຮັບຕໍາແໜ່ງເປັນລັດ
ຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນເດືອນ ເມສາ ປີ 2016. ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ທີ່ກະຊວງປ້ອງກັນປະເທດມາເລເຊຍ.

     ຈາກນັ້ນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະໄດ້ພົບປະສອງຝ່າຍກັບທ່ານ ຕວນ ຮາຈິ ໂມຮາມັດ ບິນສາບຸ ລັດຖະມົນຕີກະຊວງປ້ອງກັນປະ
ເທດ ແຫ່ງ ມາເລເຊຍ ພ້ອມຄະນະ ເຊິ່ງທັງສອງຝ່າຍໄດ້ສະແດງຄວາມຍິນດີຕໍ່ສາຍພົວພັນມິດຕະພາບລະຫວ່າງສອງປະເທດ ບົນຈິດໃຈທີ່ເຕັມໄປດ້ວຍໄມຕີຈິດມິດຕະ
ພາບອັນອົບອຸ່ນ, ມີຄວາມເຄົາລົບນັບຖື ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ. ທ່ານ ລັດຖະມົນຕີທັງສອງໄດ້ຢໍ້າວ່າການຢ້ຽມຢາມຄັ້ງນີ້ ແມ່ນເປັນນິມິດໝາຍ
ແຫ່ງຄວາມພະຍາຍາມທີ່ຈະສົ່ງເສີມການຮ່ວມມືດ້ານວຽກງານປ້ອງກັນຊາດຂອງສອງປະເທດ. ດັ່ງນັ້ນ, ທັງສອງລັດຖະມົນຕີໄດ້ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວ
ກັບການຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ມາເລເຊຍ. ການເຊັນບົດບັນທຶກ
ຄວາມເຂົ້າໃຈດັ່ງກ່າວຈະເປັນການປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມືສອງຝ່າຍໃຫ້ເລິກເຊິ່ງກວ່າເກົ່າ ເຊິ່ງຈະເປັນການສ້າງຜົນປະໂຫຍດໃຫ້ແກ່ສອງ
ປະເທດ.

     ໃນມື້ດຽວກັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເດີນທາງໄປຢ້ຽມຢາມມະຫາວິທະຍາໄລປ້ອງກັນຊາດມາເລເຊຍ ເຊິ່ງທ່ານໄດ້ຮັບຟັງການນໍາສະເໜີກ່ຽວ
ກັບພາລະບົດບາດຂອງມະຫາວິທະຍາໄລປ້ອງກັນຊາດທີ່ເປັນມະຫາວິທະຍາໄລປ້ອງກັນຊາດທີ່ຢູ່ແຖວໜ້າໃນການສ້າງຜູ້ນໍາ ແລະ ການພັດທະນາວິຊາຊີບ, ການສົ່ງຄວາມ
ຮູ້ ແລະ ການນໍາໃຊ້ວິທະຍາສາດປ້ອງກັນຊາດ, ເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານນະໂຍບາຍ ເຊິ່ງນໍາສະເໜີໂດຍ ທ່ານ ພົນໂທ ດາໂຕະ ຮ່າຈິ ອັບດຸນ ຮາລິມ ບິນ ຮາຈິ
ຈາໂລ ຮອງອະທິການບໍດີມະຫາວິທະຍາໄລປ້ອງກັນຊາດມາເລເຊຍ.

     ການເດີນທາງຢ້ຽມຢາມມາເລເຊຍຄັ້ງນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມບໍລິສັດ ບີ ເອັດໄອຊີ ເຊິ່ງເປັນບໍລິສັດໃຫ້ການ
ບໍລິການດ້ານການສ້ອມແປງເຮືອບິນ ແລະ ເຮືອກໍາປັ່ນທີ່ເປັນສາຂາໜຶ່ງຂອງບໍລິສັດອຸດສະຫາກໍາກົນຈັກໜັກບຸສເຕັດ.

     ຕະຫຼອດໄລຍະທີ່ຜ່ານມາ ການຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງປະເທດ ສປປ ລາວ ແລະ ມາເລເຊຍ ແມ່ນໄດ້ມີການຂະຫຍາຍຕົວເພີ່ມທະວີຂຶ້ນ ເຊິ່ງມີ
ການພົວພັນຮ່ວມມືກັນຢ່າງໃກ້ຊິດໃນຖານະເປັນປະເທດສະມາຊິກອາຊຽນດ້ວຍກັນ. ໃນໄລຍະຜ່ານມາ ທັງສອງປະເທດໄດ້ມີການພົວພັນຮ່ວມມືທີ່ດີ ໂດຍສະເພາະແມ່ນ
ຢູ່ໃນຂອບຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນທີ່ນັບມື້ນັບມີຄວາມເຂັ້ມແຂງ ແລະ ປະກອບສ່ວນເຂົ້າໃນການສົ່ງເສີມເຮັດໃຫ້ເຂດອາຊີຕາເວັນອອກສ່ຽງ
ໃຕ້ ແລະ ພາກພື້ນສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບ ແລະ ຄວາມໝັ້ນຄົງ. ການພົບປະຂອງສອງລັດຖະມົນຕີປ້ອງກັນປະເທດຄັ້ງນີ້ຈະເປັນການປະກອບສ່ວນ
ເສີມສ້າງສາຍພົວພັນຮ່ວມມືດ້ານວຽກງານປ້ອງກັນຊາດລະຫວ່າງສອງປະເທດ ກໍຄືສອງກະຊວງປ້ອງກັນປະເທດລາວ ແລະ ມາເລເຊຍໃຫ້ສືບຕໍ່ມີຄວາມເຂັ້ມແຂງ ແລະ
ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆໃນອະນາຄົດ.