ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2020


     ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ I ປີ 2020 ແລະ ຜ່ານທິດທາງແຜນການໄຕມາດ II ປີ 2020 ໄດ້ ຈັດຂຶ້ນທີ່ກອງພັນໃຫຍ່ 645 ໂດຍການ
ເປັນປະທານຂອງ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກ ກະຊວງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີຕາງໜ້າຈາກກົມໃຫຍ່ເສນາ
ທິການກອງທັບ, ຫ້ອງວ່າການກະຊວງ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ 4 ແຂວງພາກໃຕ້, ກອງພົນທີ 5, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງ
ໄຊ, ໂຮງໝໍບໍລິເວນ 106, ສານທະຫານພາກໃຕ້, ອົງການໄອຍະການທະຫານ ພາກໃຕ້, ໂຮງງານປະສານເຫຼົ່າ ພາກໃຕ້ ແລະ ບໍລິສັດກໍ່ສ້າງຂົວທາງຄົບວົງຈອນກອງທັບ
ເຂົ້າຮ່ວມ.

     ໃນກອງປະຊຸມຜູ້ຕາງໜ້າແຕ່ລະພາກສ່ວນ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານຮອບດ້ານເປັນຕົ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ເຮັດໃຫ້ຂອບເຂດແຕ່ລະກົມກອງຕັ້ງທັບ ມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດ, ວັດທະນະທຳ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຕ້ານ ແລະ ສະ
ກັດກັ້ນໄດ້ບັນດາປາກົດການຫຍໍ້ທໍ້ ທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ຢູ່ພາຍໃນກົມກອງ, ທ້ອງ ຖິ່ນນັບມື້ຫຼຸດນ້ອຍຖອຍລົງ, ວຽກງານປັບປຸງກໍ່ສ້າງກຳລັງ ແລະ ກໍ່ສ້າງພັກ-
ພະນັກງານໄດ້ຖືເອົາ 5 ຫຼັກການ 3 ທິດນຳຂອງພັກ ເປັນໄມ້ຫຼາວັດແທກຄຸນທາດການເມືອງ, ວຽກງານພະລາທິການ-ເຕັກນິກໄດ້ຮັບປະກັນໃຫ້ແກ່ກົມ ກອງໃນການ
ເຮັດສຳເລັດໜ້າທີ່ວຽກງານ ໂດຍປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານທີ່ ກະຊວງປ້ອງກັນປະເທດວາງອອກ, ກອງປະຊຸມໄດ້ຜ່ານ ແລະ ເອກະພາບກ່ຽວກັບທິດທາງ
ແຜນການ ຄາດໝາຍສູ້ຊົນໃນຕໍ່ໜ້າຢ່າງມີຈຸດສຸມ.

     ໂອກາດນີ້ ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ມີຄຳເຫັນໂອ້ລົມແນະນຳຫຼາຍບັນຫາ, ກ່ອນອື່ນສະຫາຍ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດ້ານຕ່າງໆ ທີ່ບັນດາ
ກົມກອງສູ້ຊົນຜ່ານຜ່າຍາດມາໄດ້ ໃນໄລຍະຜ່ານມາພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງເອົາໃຈໃສ່ການປ້ອງກັນພະຍາດ ໂຄວິດ-19 ສະເພາະ
ກຳລັງພວກເຮົາ, ການຢູ່ກິນລວມໝູ່ ແລະ ອົບຮົມ-ຫັດແອບ ໂດຍສະເພາະໃຫ້ພະນັກງານເສນາຮັກ, ແພດປະຈຳກອງເພີ່ມທະວີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຕິດ
ຕາມຢ່າງໃກ້ສິດ, ສືບຕໍ່ພັດທະນາກົມກອງໃຫ້ມີໃບໜ້າໃໝ່, ຕິດຕາມກວດກາປະເມີນຜົນ ວຽກງານກໍ່ສ້າງກົມກອງວັດ ທະນະທຳ-ນັກຮົບວັດທະນະທຳໃຫ້ເພີ່ມຂຶ້ນທາງ
ດ້ານປະລິມານ ແລະ ຄຸນນະພາບໄປຄວບຄູ່ກັບ ການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກ ຮົບຮັບຮູ້ເຊື່ອມຊຶມຕໍ່ແນວທາງ ແຜນນະໂຍບາຍຂອງ
ພັກ, ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ຕິດພັນກັບ ການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ
4 ຄາດໝາຍທີ່ພັກວາງອອກໃຫ້ເປັນຮູບປະທຳຕົວຈິງ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ປົກປັກຮັກສາພາຫະນະເຕັກນິກ, ອາວຸດຍຸດໂທ ປະກອນຮັບ
ປະກັນໃຫ້ແກ່ການ ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ພ້ອມກັນຈັດຕັ້ງເພີ່ມພູນຜະລິດຜົນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງ ພະນັກງານ-ນັກຮົບໃຫ້ນັບມື້ດີ ຂຶ້ນໂດຍການ
ປະຕິບັດນຳ້ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພ້ອມກັນນຳພາກົມກອງຕົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.