ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບວຽກງານການເຄື່ອນໄຫວຂອງຄະນະຊ່ຽວຊານ ໂຮງໝໍ ຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ

     ກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຂອງຄະນະຊ່ຽວຊານ ໂຮງໝໍ ຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ ທີ່ມາເຮັດວຽກຢູ່ໂຮງໝໍສູນກາງ 103
ກອງທັບ ໄດ້ຈັດຂຶ້ນກາງເດືອນມີນາ 2021. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກ ກະຊວງປ້ອງ
ກັນປະເທດ, ຮອງຫົວໜ້າ ກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ຫຼີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈຳລາວ, ມີຄະນະພັກ-ຄະນະ
ອຳນວຍການໂຮງໝໍສູນກາງ 103 ກອງທັບ, ມີບັນດາ ສະຫາຍ ຊ່ຽວຊານ ສປ ຈີນ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.

     ໃນພິທີ ສະຫາຍ ຮສຈ ດຣ ຫຼີວ ເສຍຕົງ ຫົວໜ້າຄະນະຊ່ຽວຊານ ສປ ຈີນຊຸດທີ່ IV ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວ ວຽກງານຂອງຄະນະ
ຊ່ຽວຊານຜ່ານໄລຍະ 6 ເດືອນ. ເຊິ່ງ ສະຫາຍ ໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນທີ່ຍາດມາໄດ້, ການສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ໃນການ
ເຮັດວຽກງານຂອງຄະນະຊ່ຽວຊານ, ເຊິ່ງພວກເຮົາກໍຮັບຮູ້ນຳກັນແລ້ວວ່າມັນແມ່ນຊ່ວງວິກິດ ຂອງການລະບາດພະຍາດອັກເສບຮຸນແຮງຈາກເຊື້ອຈຸລະໂລກ
ສາຍພັນໃໝ່ ຫຼື ເອີ້ນວ່າ ໂຄວິດ-19. ທ່ານໄດ້ກ່າວສະແດງຄວາມຂອບໃຈ ຕໍ່ອົງການຈັດຕັ້ງຂອງຝ່າຍລາວເຊັ່ນ: ກົມພົວພັນຕ່າງປະເທດ, ກົມເສນາຮັກ,
ຄະນະອຳນວຍການ ໂຮງໝໍສູນກາງ 103 ກອງທັບ ຕະຫຼອດຮອດພະແນກການທີ່ກ່ຽວຂ້ອງ ຂອງໂຮງໝໍ ທີ່ໄດ້ສ້າງເງື່ອນໄຂເອື້ອອຳນວຍຄວາມສະດວກ
ໃຫ້ຄະນະຊ່ຽວຊານໄດ້ເຮັດວຽກ ແລະ ມີຜົນສຳເລັດເປັນຢ່າງດີ.

     ຈາກນັ້ນ, ບັນດາ ສະຫາຍ ຜູ້ຕາງໜ້າຫ້ອງການ, ຜູ້ຕາງໜ້າພະແນກການ ກໍໄດ້ຂຶ້ນປະກອບຄວາມເຫັນຍ້ອງຍໍສັນລະເສີນຂອງ ຄະນະຊ່ຽວຊານ ໂຮງໝໍ
ຊີຈິງ ມະຫາວິທະຍາໄລການແພດທະຫານອາກາດ, ກອງທັບປົດປ່ອຍປະຊາຊົນຈີນຊຸດທີ IV ເປັນພິເສດ. ເຊິ່ງອັນພົ້ນເດັ່ນໃນນັ້ນແມ່ນຊ່ວຍອົບຮົມຖ່າຍ
ທອດເທັກໂນໂລຢີໃນການຜ່າຕັດຄັ້ງທຳອິດໃຫ້ລາວ ແມ່ນຜ່າຕັດມະເຮັງຕັບ, ຜ່າຕັດກ້ອນເບົ້າຕ່ອມເທິງໄຂ່ຫຼັງສົມທົບປາດຍົກຕັບປ່ຽງຂວາເປັນຄັ້ງທຳອິດ
ໃນລາວ ໄດ້ສຳເລັດຜົນ. ເຊິ່ງເປັນເທັກນິກອັນໃໝ່ອ່ຽມ ສຳລັບ ໂຮງໝໍສູນກາງ 103 ກໍຄື ສປປ ລາວ ກໍອາດວ່າໄດ້ຜົນງານອັນພົ້ນເດັ່ນ ອີກຢ່າງໜຶ່ງກໍຄື
ການຜ່າຕັດກ້ອນເບົ້າແອສັນຫຼັງແອວຂະໜາດໃຫຍ່ໃຫ້ແກ່ລູກຫຼານຂອງນັກຮົບປະຕິວັດລາວ ຮຸ້ນເກົ່າ ນອກຈາກນີ້, ຍັງໄດ້ຮັບຄຳຍ້ອງຍໍຕີລາຄາສູງຈາກ
ພັນລະຍາ ເລຂາທິການໃຫຍ່ ທ່ານ ທອງລຸນ ສີສຸລິດ ເຊິ່ງຜົນງານດັ່ງກ່າວ, ຫຼາຍຄວາມເຫັນກໍລ້ວນແຕ່ຍ້ອງຍໍສັນລະເສີນຜົນງານ ແລະ ນ້ຳໃຈສາກົນກຳ
ມະຊີບ, ຄວາມເສຍສະຫຼະຂອງຄະນະຊ່ຽວຊານໂຮງໝໍ ຊີຈິງ ມະຫາວິທະຍາໄລ ການແພດທະຫານອາກາດ, ກອງທັບປົດປ່ອຍປະຊາຊົນຈີນ ຊຸດທີ 4 ທີ່ໄດ້
ມາເຮັດວຽກຢູ່ໂຮງໝໍສູນກາງ 103 ກອງທັບ ເປັນເວລາ 6 ເດືອນ. ນີ້ເປັນການປະກອບສ່ວນເຂົ້າໃນການພັດທະນາວິຊາການ ແລະ ເຕັກນິກທີ່ກ້າວໜ້າ
ໃຫ້ແກ່ພະນັກງານແພດໝໍຂອງໂຮງໝໍສູນກາງ 103 ກອງທັບ. ເປັນການສ້າງບົດບາດ ແລະ ສ້າງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈຂອງນາຍ ແລະ ພົນ
ທະຫານ, ການນຳຂັ້ນສູງພາຍໃນ ແລະ ນອກກອງທັບ ກໍຄືພໍ່ແມ່ປະຊາຊົນທີ່ມາກວດພະຍາດ ແລະ ໃຊ້ບໍລິການ.

     ໂອກາດນີ້, ສະຫາຍ ພັນເອກ ສຸລິພັນ ເພັດຈັນທະລາ ຫົວໜ້າ ການທະຫານ ໂຮງໝໍສູນກາງ 103 ກອງທັບ, ກໍໄດ້ຕີລາຄາສູງຕໍ່ນ້ໍາໃຈເສຍສະຫຼະ ແລະ
ສັນລະເສີນຜົນງານອັນພົ້ນເດັ່ນຂອງຄະນະຊ່ຽວຊານ ສປ ຈີນ ຊຸດທີ IV ແລະ ໄດ້ຍົກໃຫ້ເຫັນຜົນງານການຖ່າຍທອດບົດຮຽນອັນລ້ຳຄ່າ ຂອງຄະນະຊ່ຽວ
ຊານເວົ້າລວມ, ເວົ້າສະເພາະໃນຂົງເຂດຜ່າຕັດກ້ອນ, ມະເຮັງຕັບ, ຜ່າຕັດກ້ອນເບົ້າຕ່ອມເທິງໄຂ່ຫຼັງສົມທົບປາດຍົກຕັບປ່ຽງຂວາເປັນກໍລະນີທີ່ຍາກ ແລະ
ເປັນຄັ້ງທຳອິດໃນ ສປປ ລາວ ໄດ້ສຳເລັດຜົນ. ພ້ອມນັ້ນ, ສະຫາຍ ພັນເອກ ຫຼິປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ກໍໄດ້ ຕີລາຄາສູງຕໍ່ຜົນງານຂອງ ຄະ
ນະຊ່ຽວຊານທີ່ຍາດມາໄດ້ດັ່ງທີ່ກ່າວມາຂ້າງເທິງ, ພ້ອມນັ້ນກໍຕີລາຄາສູງ ຕໍ່ການເອົາໃຈໃສ່ຫວ່ງໃຍ ການເອື້ອອຳນວຍຄວາມສະດວກຂອງຝ່າຍລາວ, ຕະ
ຫຼອດເຖິງການຈັດພິທີສະຫຼຸບຜົນງານອັນມີກຽດໃຫ້ແກ່ຄະນະຊ່ຽວຊານ.

     ຕອນທ້າຍພິທີກໍໄດ້ມອບໃບຍ້ອງຍໍໃຫ້ແກ່ຄະນະຊ່ຽວຊານ ໂຮງໝໍຊີຈິງ ມະຫາວິທະຍາໄລການແພດທະຫານອາກາດ, ກອງທັບປົດປ່ອຍປະຊາຊົນຈີນ
ຊຸດ ທີ IV, ລວມມີໃບຍ້ອງຍໍຂັ້ນອຳນວຍການ ໂຮງໝໍສູນກາງ 103 ກອງທັບ ແລະ ຫຼຽນກາມິດຕະພາບ ຂອງ ກະຊວງປ້ອງກັນປະເທດໃຫ້ແກ່ 11 ສະ
ຫາຍ ຢ່າງສົມກຽດ.