ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການທະຫານ
ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII


ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ​ເປັນ​ປະທານ

     ວັນທີ 24 ມີນາ 2021 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ຈັດຕັ້ງພິທີເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບ
ຄະນະຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ຂຶ້ນໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຍົງ ໜໍ່ແກ້ວ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດ
ສາດການ ທະຫານ ມີຄະນະຊາວໜຸ່ມ ພ້ອມສະມາຊິກຊາວໜຸ່ມພາຍໃນກົມເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນຕີ ຈັນທະວົງ ພະພິທັກ ຫົວໜ້າຂະແໜງຊາວຫນຸ່ມ ໄດ້ຂຶ້ນຜີຍແຜ່ເອກະສານມະຕິກອງປະຊຸມຜູ້ແທນທົ່ວປະເທດ ຄັ້ງທີ VIII ໃຫ້
ຊາວໜຸ່ມພາຍໃນກົມກອງຮັບຮູ້ ແລະ ເຂົ້າໃຈຕະຫຼອດການເຄື່ອນໄຫວໃນໄລຍະຜ່ານມາ ເພື່ອນໍາມາຫມູນໃຊ້ປົກປັກຮັກສາໝາກຜົນຂອງ ການປະຕິວັດ
ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສໍາເລັດຫນ້າທີ່ການເມືອງຂອງພັກ
ແລະ ປະຊາຊົນມອບໝາຍໃຫ້, ປະກອບສ່ວນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາຕົນເອງ, ຕັ້ງຫນ້າສຶກສາອົບຮົມໃຫ້ມີຄຸນທາດ
ການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນລາວ, ຮູ້ປົກປັກຮັກສາ ແລະ ເສີມຂະຫຍາຍມູນ
ເຊື້ອອັນດີງາມຂອງຊາດ, ເພີ່ມທະວີໃນການສຶກສາອົບຮົມ, ບໍາລຸງກໍ່ສ້າງ ແລະ ສ້າງເງື່ອນໄຂ ເອື້ອອໍານວຍ ໃນການເຄື່ອນໄຫວພັດທະນາ ແລະ ປົກປ້ອງສິດ
ແລະ ຜົນປະໂຫຍດອັນຊອບທໍາຂອງຊາວຫນຸ່ມ, ຖືເອົາການປັບປຸງການຈັດຕັ້ງຊາວໜຸ່ມຢູ່ຂັ້ນຂອງຕົນໃຫ້ເຂັ້ມແຂງ ເປັນວຽກພື້ນຖານ ແລະ ປະກອບສ່ວນ
ສໍາຄັນເຂົ້າໃນການປັບປຸງຖັນແຖວຂອງພັກພາຍໃນກົມກອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.