ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຂຊຸດບຳລຸງວຽກງານ ປກຊ-ປກສ ໃຫ້ແກ່ພະນັກງານການນຳ ພັກ-ລັດ ຊຸດທີ XIII

     ວັນທີ 25 ເມສາ 2017, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ໄຂຊຸດບຳລຸງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກ
ງານການນຳ ພັກ-ລັດ ຊຸດທີ XIII ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາກົມໃຫຍ່, ຫ້ອງວ່າການ ຕະຫຼອດຮອດພະນັກງານການ
ນຳ ພັກ-ລັດ ຊຸດທີ XIII ເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານໄຂຊຸດບຳລຸງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ພະນັກງານການນຳ ພັກ-ລັດຊຸດທີ XIII

     ພັນໂທ ສົງກາ ບຸນຄຸນ ຫົວໜ້າກົມອົບຮົມກໍ່ສ້າງ ວປກ ໄດ້ຂຶ້ນຜ່ານແຜນການອົບຮົມບຳລຸງວຽກງານ ປກຊ-ປກສ ໃຫ້ພະນັກງານການນຳພັກ-ລັດ
ຊຸດທີ XIII ສົກຮຽນ 2016-2017 ໂດຍອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເປີດບັ້ນອົບຮົມໃຫ້ແກ່ການນຳ ພັກ-ລັດ
ເພື່ອເປັນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ນັບມື້ສູງຂຶ້ນ ເຊິ່ງເນື້ອໃນອົບຮົມແບ່ງອອກເປັນ 3 ພາກ, ໄລຍະອົບຮົມ 64 ວັນ ທັງນີ້ກໍເພື່ອແນໃສ່ຍົກລະດັບຄວາມຮູ້ຄວາມສາມາດວຽກງານ ປກຊ-ປກສ ໃຫ້ແກ່ການນຳ ພັກ-ລັດ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຕ່ຂັ້ນ ສູນກາງລົງຮອດທ້ອງຖິ່ນໃຫ້ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນເຂັ້ມແຂງ,

     ໂອກາດນີ້, ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະວິທະຍາຄານ, ພະນັກງານຄູ-ອາຈານ ຕະຫຼອດຮອດພະນັກງານການນຳພັກ
ລັດທຸກທ່ານຕ້ອງເພີ່ມທະວີຄວາມຮັບຜິດຊອບຂອງຕົນເຂົ້າໃນການສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ກຳແໜ້ນ ແລະເຊື່ອມຊຶມແນວທາງ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ ຖືເອົາວຽກງານດັ່ງກ່າວຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ປະເທດ
ຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ, ເສດຖະກິດມີທ່າກ້າວຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.