ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ຄຳໄຕ ສີພັນດອນ ໂອ້ລົມຄະນະນຳກະຊວງປ້ອງກັນປະເທດ

     ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນ
ຕ່າງໆຂອງຊາດຂອງພັກ ເວົ້າລວມ, ເວົ້າສະເພາະພວມສຸມໃສ່ການກະກຽມໃຫ້ແກ່ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ
ທີ່ຈະມາເຖິງໃນວັນທີ 25 ເມສາ 2018 ນີ້ ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ-ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຄະນະນຳກະ
ຊວງປ້ອງກັນປະເທດ, ໂດຍມີ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມ
ດ້ວຍຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ ແລະ ຄະນະພັກກະຊວງເຂົ້າຮ່ວມ.


ທ່ານ ຄຳໄຕ ສີພັນດອນ ໂອ້ລົມຄະນະນຳກະຊວງປ້ອງກັນປະເທດ

     ໃນການໂອ້ລົມຄັ້ງນີ້ ທ່ານ ຄຳໄຕ ສີພັນດອນ ໄດ້ທົບທວນຄືນປະຫວັດມູນເຊື້ອຂອງກອງທັບປະຊາຊົນລາວໃນໄລຍະຫຼາຍສິບປີຜ່ານມາ, ເຊິ່ງຍາມ
ໃດກໍຮັກສາໄດ້ບົດບາດມູນເຊື້ອອັນດີງາມຂອງກອງທັບປະຕິວັດ ເຮັດທຸກສິ່ງທຸກຢ່າງເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕໍ່ກັບ
ໜ້າທີ່ ແລະ ພາລະບົດບາດອັນມີກຽດດັ່ງກ່າວ ທ່ານຮຽກຮ້ອງໃຫ້ຄະນະນຳທຸກຂັ້ນສືບຕໍ່ປັບປຸງກໍ່ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມ ແຂງໜັກແໜ້ນໂດຍຕິດ
ພັນແໜ້ນກັບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ເທື່ອທີ VIII, ພ້ອມກັນ
ເຮັດສຳເລັດ 4 ໜ້າທີ່ໃຫຍ່ 26 ແຜນງານຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງກະຊວງປ້ອງກັນປະເທດ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ຕັ້ງ
ໜ້າໂຄສະນາອົບຮົມການເມືອງ, ນຳພາແນວຄິດໃຫ້ພະນັກງານ-ນັກຮົບ ພ້ອມທັງໄດ້ຮຽກຮ້ອງໃຫ້ ການນຳກະຊວງປ້ອງກັນປະເທດ ເພີ່ມທະວີການນຳພາ
ຂອງພັກຕໍ່ກຳລັງປະກອບອາວຸດປ້ອງກັນຊາດ, ສຸມໃສ່ ສ້າງເສດຖະກິດໃຫ້ປະຊາຊົນລາວບັນດາເຜົ່າໄດ້ມີຢູ່ມີກິນ ແລະ ເອົາໃຈໃສ່ສ້າງກອງທັບປະຊາຊົນລາວ
ໃຫ້ໜັກແໜ້ນທາງດ້ານການເມືອງມີຄຸນທາດປະຕິວັດ, ມີສະຕິຕໍ່ການຈັດຕັ້ງລະບຽບວິໄນ, ສ້າງຖັນແຖວພະນັກງານ ສືບທອດປ່ຽນແທນ ພ້ອມນັ້ນກໍຕ້ອງ
ຍົກລະດັບສິນລະປະຍຸດ-ຍຸດທະວິທີໃຫ້ມີຄວາມຊຳນິຊຳນານ ເພື່ອສ້າງໃຫ້ກອງທັບກາຍເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝກັບຄວາມໄວ້
ເນື້ອວາງໃຈເຊື່ອໝັ້ນຈາກ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ.

     ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ກໍໃກ້ຈະມາເຖິງນີ້ ອະດີດປະທານພັກ-ປະທານປະເທດ ຄຳໄຕ ສີພັນດອນ ໄດ້ເນັ້ນໃຫ້
ຄະນະນຳກະຊວງປ້ອງກັນປະເທດ ຈົ່ງພ້ອມກັນເປັນເຈົ້າການຊີ້ນຳ-ນຳພາບັນດາກົມກອງທັງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ພ້ອມກັນສ້າງຂະບວນການຢ່າງ
ຟົດຟື້ນມ່ວນຊື່ນ, ເຮັດໃຫ້ໄດ້ທັງເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງສົມຄູ່ກັບ 70 ປີ ແຫ່ງຄວາມເຕີບໃຫຍ່ເຂັ້ມແຂງຂອງກອງທັບເຮົາ.