ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບໂຄງການຄົ້ນຄວ້າວິທະຍາສາດ-ປະຫວັດສາດ
ເສັ້ນທາງໂຮ່ຈິມິ່ງ ແລະ ບັ້ນຮົບປົດປ່ອຍຊຳທອງ-ລ່ອງແຈ້ງ

     ໂດຍປະຕິບັດຕາມແຜນການຮ່ວມມືກ່ຽວກັບການຄົ້ນຄວ້າລະຫວ່າງສອງກະຊວງປ້ອງກັນປະເທດ ກໍຄືກົມວິທະຍາສາດ-ປະຫວັດສາດ ການທະຫານ
ກະຊວງປ້ອງກັນປະເທດ ສປປ ລາວ ແລະ ສະຖາບັນປະຫວັດ ສາດການທະຫານກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ຈັດຕັ້ງຮ່ວມມືຄົ້ນຄວ້າ 2
ໂຄງການຄື: ປະຫວັດສາດເສັ້ນທາງໂຮ່ຈິມິ່ງເບື້ອງແຜ່ນດິນລາວປີ 1960-1975 ແລະ ບັ້ນຮົບປົດປ່ອຍຊຳທອງ-ລ່ອງແຈ້ງ ວັນທີ 3 ກຸມພາ ຫາ ວັນທີ 30
ເມສາ 1971.


ພິທີເຊັນມອບ-ຮັບໂຄງການຄົ້ນຄວ້າວິທະຍາສາດ-ປະຫວັດສາດ ເສັ້ນທາງໂຮ່ຈິມິ່ງ ແລະ ບັ້ນຮົບປົດປ່ອຍຊຳທອງ-ລ່ອງແຈ້ງ

     ຜ່ານການຮ່ວມມືຄົ້ນຄວ້າຮຽບຮຽງການຮີບໂຮມເນື້ອໃນເອກະສານ ແລະ ຂໍ້ມູນຈາກອະດີດການນຳແລະ ພະນັກງານປະຕິວັດອາວຸໂສຜູ້ທີ່ຜ່ານເຫດ
ການຕົວຈິງໃນໄລຍະຜ່ານມາ ພ້ອມທັງໄດ້ຮັບການຊີ້ນຳເອົາໃຈໃສ່ຈາກຄະນະນຳທັງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ແລະ ບວກກັບພະນັກ
ງານວິຊາການທັງສອງພາກສ່ວນໄດ້ສຸມທຸກເຫື່ອແຮງສະຕິປັນຍາເຮັດໃຫ້ບັ້ນຄົ້ນຄວ້າດັ່ງກ່າວໄດ້ດຳເນີນມາດ້ວຍດີ ແລະ ບັນລຸ ຕາມຄາດໝາຍແຜນການ
ກຳນົດສອງໂຄງການດັ່ງກ່າວນີ້ ຈຶ່ງເປັນຂີດໝາຍສຳຄັນຂອງການຄົ້ນຄວ້າວິໄຈແຫ່ງສັດຈະທຳຕົວຈິງທາງດ້ານປະຫວັດສາດການທະຫານລະຫວ່າງສອງກອງ
ທັບເຮົາ ກໍຄືບາດກ້າວພັດທະນາອັນໃໝ່ຂອງສອງສາຍພົວພັນຮ່ວມມືຄົ້ນຄວ້າວິທະຍາສາດລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບ
ປະຊາຊົນລາວ ແລະ ສະຖາບັນປະຫວັດສາດການທະຫານກອງທັບປະຊາຊົນຫວຽດນາມ ໂດຍສອງໂຄງການນີ້ຈະໄດ້ຮັບການຈັດພິມຕີແຜ່ອອກສູ່ສັງຄົມ
ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ, ປະຊາຊົນບັນດາ ເຜົ່າທັງສອງຊາດລາວ-ຫວຽດນາມ ໄດ້ຄົ້ນຄວ້າສຶກສາຮຳ່ຮຽນເອົາວິລະກຳມູນເຊື້ອດັ່ງກ່າວ.

     ພິທີເຊັນມອບ-ຮັບສອງໂຄງການນີ້ໄດ້ຈັດຂຶ້ນວັນທີ 25 ເມສາ 2018, ຢູ່ທີ່ກົມວິທະຍາສາດ-ປະຫວັດ ສາດ ການທະຫານ ຕາງໜ້າໃຫ້ກະຊວງປ້ອງ
ກັນປະເທດ ສປປ ລາວ ໂດຍແມ່ນສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະ
ເທດ ສປປ ລາວ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແມ່ນສະຫາຍ ພົນຈັດຕະວາ ປອ ຫງວຽນ ຮວາງ ຍຽນ ຫົວໜ້າສະຖາບັນ
ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໂດຍຊ້ອງໜ້າພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.