ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ຢູ່ທະຫານແຂວງຫົວພັນ

     ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳໄຕມາດ II ແລະ ວາງທິດທາງແຜນການປະຈຳໄຕມາດ III ປີ 2017 ໄດ້ຈັດຂຶ້ນໃນວັນ
ທີ 22 ມິຖຸນານີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານ ແຂວງຫົວພັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ພູວົງ ວົງພົມ ກຳມະການຄະນະ
ປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຄະນະພັກ-ຄະນະບັນຊາກົມກອງພາກເໜືອຄື: ກອງບັນຊາການທະຫານແຂວງຫົວ
ພັນ, ກອງບັນຊາການທະຫານແຂວງຊຽງຂວາງ, ກອງພັນໃຫຍ່ 702, ກອງພັນ ໃຫຍ່ 643, ກອງພັນໃຫຍ່ 584, ໂຮງໝໍບໍລິເວນ 101 ແລະ ຈຸດສຸມ
ຄັງວຽງ.


ພົນຕີ ພູວົງ ວົງພົມ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ຢູ່ທະຫານແຂວງຫົວພັນ

     ໃນກອງປະຊຸມ ຕາງໜ້າບັນດາກົມກອງໄດ້ຜັດປ່ຽນກັນຂຶ້ນລາຍງານຜ່ານການຈັດຕັ້ງຜັນຂະຫຍາຍຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງ
ກັນປະເທດວາງອອກໃນໄລຍະ 3 ເດືອນຜ່ານມາ ໄດ້ຍົກ ໃຫ້ເຫັນດ້ານດີທີ່ຕັ້ງໜ້າເປັນຕົ້ນແມ່ນບັນດາກົມກອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳ
ພາແນວຄິດເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບໄດ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ
ເຮັດໃຫ້ກົມກອງ ແລະ ຂອບເຂດຮັບຜິດຊອບມີຄວາມສະຫງົບປອດໄພໂດຍພື້ນຖານ ຄຽງຄູ່ກັນນັ້ນກໍຍັງມີບາງດ້ານທີ່ເປັນສິ່ງທ້າທາຍທົດສອບຕໍ່ການນຳ
ພາຂອງພັກເຊັ່ນ: ບັນຫາຢາເສບຕິດ, ການເຂົ້າ-ອອກເມືອງແບບຜິດກົດໝາຍ, ຄ້າຂາຍເຖື່ອນ ແລະ ອື່ນໆ ພ້ອມນີ້, ຍັງໄດ້ວາງທິດທາງແຜນການປະຈຳໄຕ
ມາດ III ໂດຍສະເພາະແມ່ນຈະສືບຕໍ່ຊີ້ນຳ-ນຳພາທຸກກົມກອງປະສານສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າທີ່ແຕ່ລະຂັ້ນລົງ
ກໍ່ສ້າງຮາກຖານການເມືອງຕາມມະຕິ 3 ສ້າງ ຂອງກົມການ ເມືອງສູນກາງພັກວາງອອກ, ສືບຕໍ່ກໍ່ສ້າງກົມກອງ-ນັກຮົບວັດທະນະທຳ, ກົມກອງ 3 ປອດ, ຕິດ
ພັນກັບກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ແລະ ເອົາໃຈໃສ່ກໍ່ສ້າງພັກຕາມ 3 ທິດນຳ 5 ຫຼັກການ ຂອງພັກໄດ້ຢ່າງຕໍ່ເນື່ອງ ທັງເປັນ
ການສ້າງຂະບວນການໄວ້ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ ທີ່ຈະມາເຖິງໃຫ້ເປັນຂະບວນຟົດຟື້ນ.

     ຕອນທ້າຍກອງປະຊຸມ ທ່ານ ພົນຕີ ພູວົງ ວົງພົມ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຜົນງານຫຼາຍດ້ານທີ່ບັນດາກົມ
ກອງຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ບັນດາກົມກອງສືບຕໍ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດຕິດພັນກັບວຽກງານປ້ອງກັນຊາດ ເຮັດໃຫ້
ສະພາບມີຄວາມສະຫງົບປອດໄພໂດຍພື້ນຖານ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ທາງສັງຄົມໃຫ້ໝົດສິ້ນໄປ, ປະຕິບັດລະບຽບວິໄນຂອງກອງທັບ
ໃຫ້ເຂັ້ມງວດ ແລະ ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ດ້ວຍການກຸ້ມຕົນເອງ ເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມ
ສາມັກຄີພາຍໃນພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ.